ຂົນສົ່ງລາວ-ຈີນ ຂະຫຍາຍສາຂາດອນແດງ

  ເພື່ອເປັນການຕອບສະໜອງຄວາມຕ້ອງການລູກຄ້າມາໃຊ້ບໍລິການທົ່ວເຖິງໃນວັນທີ 22 ມິຖຸນາ 2021 ຂົນສົ່ງລາວ-ຈີນໄດ້ຂະຫຍາຍເປີດສາຂາໃໝ່ຢູ່ບ້ານດອງແດງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຂົ້າຮ່ວມເປີດທ່ານ ວຽງໄພວັນ ສິງເສນາ ຫົວໜ້າສາຂາດອນແດງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ວຽງໄພວັນ ສິງເສນາ ຫົວໜ້າສາຂາດອນແດງໃຫ້ຮູ້ວ່າ: ເພື່ອຂະຫຍາຍທຸລະກິດຈາກພາຍໃນປະເທດຈີນສູ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ພາຍໃຕ້ຫົວ ຂໍ້ ZTO INTERNA TION AL LOGISTICS ແລະເພື່ອຕອບສະໜອງຂອງການຮ່ວມມືເສດຖະກິດ ລາວ-ຈີນ ພາຍໃຕ້ຄຳຂວັນໜຶ່ງແລວໜືງເສັນທາງຂອງຈີນ (One Belt One Road) ເພື່ອສ້າງໂອກາດທາງທຸລະກິດເປັນຕົ້ນແມ່ນລະບົບ Ecommerce, ການສັ່ງຊື້ສິນຄ້າຈາກບັນດາເວັບໄຊຂອງຈີນເປີດສ້າງອາຊິບໃຫ້ຄົນລາວໄດ້ມີວຽກເຮັດງານທຳ.

   ຊຶ່ງວຽກງານການບໍລິການເປັນຂົນສົ່ງລາວ-ຈີນໜ້າທີ່ໃຫ້ບໍລິການຄົບວົງຈອນເປັນຕົ້ນແມ່ນແມ່ນຂົນດ່ວນສົ່ງທາງອາກາດ, ທາງບົກ, ທາງທະເລ ແລະຂົນສົ່ງລະບົບທຳຄວາມເຢັນ (ຜັກສົດ, ໝາກໄມ້ສົດ ແລະອາຫານປະເພດແຊ່ແຂງ) ຈາກປະເທດຈີນ, ນອກນີ້ຍັງຮັບຂົນສົ່ງພາຍໃນປະເທດລາວ, ຮັບເໝົາຂົນສົ່ງເປັນຕູ້ຄອນເທັນເນີຈາກຄຸນໝິງ-ນະຄອນຫຼວງ, ຈາກນະຄອນຫຼວງ-ຄຸນໝິງ. ZTO Express ມີສຳນັກງານໃຫຍ່ຕັ້ງຢູ່ຊຽງໄຮ້ ແລະ ມີສາງໃຫຍ່ລະດັບສາກົນຢູ່ທີ່ນະຄອນກວາງໂຈ, ຄຸນໝິງ, ອິອູ ແລະບັນດາປະເທດອາຊີຕາເວັນອອກສຽງໃຕ້ເປັນຕົ້ນແມ່ນ ສປປ ລາວ, ລາຊາອານະຈັກໄທ, ກຳປູເຈຍ, ຫວຽດນາມ, ມຽນມາ, ມາເລເຊຍ.

   ສຳລັບຢູ່ ສປປ ລາວ ມີສາງໃຫຍ່ຕັ້ງຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ປະຈຸບັນມີສາຂາທັງໝົດຢູ່ລາວທົ່ວປະເທດ 22 ສາຂາ ຊຶ່ງແຜນພັດທະນາຂະຫຍາຍກການບໍລິການໃຫ້ທົ່ວເຖິງພາຍໃນຂອບເຂດທົ່ວປະເທດລາວ, ຂະຫຍາຍສາຂາຕົວແທນຂອງບໍລິສັດໃຫ້ຄົບຄູມທົ່ວປະເທດ, ເປີດຂົນສົ່ງຈາກໄທລາວ, ກຳປູເຈຍ-ລາວ, ຫວຽດນາມ-ລາວ, ເປີດສາງໃຫຍ່ເພີ້ມອິກ2ສາງຄືສາງຢູ່ຫຼວງພະບາງ, ສາງຢູ່ນະຄອນຈຳປາສັກ,ເປີດລະບົບເວັບໄຊສັ່ງຊື້ເຄື່ອງຈາກຈີນເປັນພາສາລາວເຮັດໃຫ້ຄົນລາວສາມາດສັ່ງຊື້ເຄື່ອງຈາກຈີນໄດ້.

ຂ່າວ: ພອນສັກ ສິງດາລັກ