ຂ່າວລື! ເສີນຫຼົງແຍກທາງກັບພັນລະຍາແລ້ວ

  ເຟຊບຸກສ່ວນຕົວຂອງເສີນຫຼົງ ໄດ້ປະຕິເສດຂ່າວລືທີ່ແຜ່ກະຈາຍ ໂດຍການລາຍງານຂອງສື່ຈີນວ່າ ຊີວິດການແຕ່ງດອງລະຫວ່າງເສີນຫຼົງ ແລະພັນລະຍາ ຫຼີນຟົ່ງຈຽວກຳລັງສັ່ນຄອນຢ່າງໜັກ ແລະມີຄວາມເປັນໄປໄດ້ວ່າທັງສອງຈະແຍກທາງກັນ.

 ຫຼັງຈາກທີ່ມີຂ່າວລືວ່າ ເສິນຫຼົງ ພະເອກຮູບເງົາຊື່ດັງຂອງສປ ຈີນ ໄດ້ຖອນຕົວອອກຈາກການເປັນຮຸ້ນສ່ວນຂອງບໍລິສັດ 2 ແຫ່ງ ທີ່ພັນລະຍາ ແລະເສິນຫຼົງເປັນເຈົ້າຂອງ ໂດຍເສີນຫຼົງອາຍຸ 67 ປີ ໄດ້ລາອອກຈາກການເປັນຫົວໜ້າຜູ້ບໍລິຫານຂອງບໍລິສັດທີ່ປຶກສາດ້ານທຸລະກິດອະສັງຫາລິມະຊັບແຫ່ງໜຶ່ງຢູ່ນະຄອນ ຫຼວງປັກກິ່ງລວມທັງບໍລິສັດ Yifangzi  Cul ture Communication” ຊຶ່ງ ທັງສອງບໍລິສັດມີພັນລະຍາຂອງເສິນຫຼົງເປັນເຈົ້າຂອງ ຊຶ່ງບໍລິສັດທັງສອງແຫ່ງທີ່ພັນລະຍາຂອງເສິນຫຼົງເປັນເຈົ້າຂອງມີລາຍໄດ້ລວມກັນແລ້ວປະມານ 7 ລ້ານຢວນ.