ຖວທ ເມືອງມຸນລະປາໂມກເກັບກຳຂໍ້ມູນປັກຫຼັກເຂດສະຖານບູຮານໜອງແສງ

   ໃນອາທິດຜ່ານມານີ້, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ເມືອງມຸນລະປາໂມກ ແຂວງຈຳປາສັກໄດ້ລົງສໍາຫຼວດ, ເກັບກຳຂໍ້ມູນ, ປັກຫຼັກເຂດສະຖານບູຮານໜອງແສງ (ບ້ານທ່າຄໍ້) ນຳໂດຍທ່ານ ໄພວັນ ໄຊລາດທິວົງ ປະທານແນວລາວສ້າງຊາດເມືອງ, ທ່ານບຸນເນື່ອງໂຊຕິທອນຫົວໜ້າຫ້ອງການ ຖວທ ເມືອງ, ມີຮອງປະທານຊີ້ນຳກຸ່ມ ບ້ານເວີນແຄນ, ຫ້ອງການທີ່ກ່ຽວຂ້ອງ, ພະນັກງານຫ້ອງການ ຖວທ, ອົງການຈັດຕັ້ງຂອງບ້ານ, ເຖົ້າແກ່ແນວໂຮມຂອງບ້ານທ່າຄໍ້ເຂົ້າຮ່ວມ.

    ຕາມການເກັບກຳຂໍ້ມູນຕົວຈິງຂອງຫ້ອງການ ຖວທ ເມືອງເຫັນວ່າ: ສະຖານບູຮານໜອງແສງຕັ້ງຢູ່ຫ່າງຈາກທາງເລກທີ 14 ໄປທາງທິດຕາເວັນຕົກໄລຍະທາງປະມານ 1.600 ແມັດ, ຕັ້ງຢູ່ກາງທົ່ງ, ເບື້ອງຕາເວັນອອກຂອງໜອງແສງຊຶ່ງຫ່າງຈາກໜອງປະມານ 40 ແມັດ ສາມາດເດີນທາງດ້ວຍລົດຕ໋ອກໆໄດ້ຊຶ່ງສະຖານທີ່ບູຮານດັ່ງກ່າວແມ່ນມີໂພນຫີນ 2 ໜ່ວຍແຕ່ລະໜ່ວຍແມ່ນມີຫີນໜາມໜໍ່ເປັນຫຼ່ຽມຄ້າຍຄືດິນຈີ່ຢາຍຢູ່ຕາມບໍລິເວນຢູ່ເບື້ອງລຸ່ມຂອງຈອມໂພນດ້ານຕາເວັນຕົກແມ່ນມີແທ່ນຫີນໂຍນີ 1 ຊິ້ນ, ຄາດວ່າຖືກຂຸດມາຈາກດິນ, ຂອບເຂດທີ່ອະນຸລັກໄວ້ແມ່ນຫ່າງຈາກສະຖານບູຮານຂ້າງລະ 1.000 ແມັດ, ເພື່ອອະນຸລັກຮັກສາທຳມະຊາດໃນເຂດນັ້ນໃຫ້ຕິດພັນກັບສະຖານບູຮານດັ່ງກ່າວ.