ໝວຍສະນັນຍາ ວົງຄຳສອນ ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

   ເພື່ອເປັນການແບ່ງປັນ ແລະຊ່ວຍເພື່ອມະນຸດຮ່ວມຊາດດ້ວຍກັນ ໃນວັນທີ 18 ມິຖຸນາ 2021 ນາງ ໝວຍສະນັນຍາ ວົງຄຳສອນ ຈິດອາສາ "ສາວງາມນໍ້າໃຈດີ" ເດີນທາງມາຈາກ ນະຄອນຫຼວງວຽງຈັນ ເພື່ອໄປຊ່ວຍເຫຼືອປະຊາຊົນຢູ່ ແຂວງໄຊຍະບູລີ ທີ່ຖືກໄພທຳມະຊາດຄຸກຄາມເກີດມີນໍ້າຖ້ວມຢ່າງກະທັນຫັນສ້າງຄວາມເສຍ ຫາຍເປັນບໍລິເວນກ້ວາງເຮັດໃຫ້ບ້ານເຮືອນຂອງພີ່ນ້ອງທາງ ແຂວງໄຊຍະບູລີ ໂປດເປ່-ເພພັງ ໝູໝາ-ກາໄກ່ ລວມທັງລົດຍານພາຫະນະໄດ້ຮັບຄວາມເສຍຫາຍຈຳນວນຫຼາຍ.


   ສຳລັບໄລຍະເວລາການທີມງານນາງ ໝວຍສະນັນຍາ ວົງຄຳສອນ ແມ່ນພົບຄວາມລຳບາກຍ້ອນເສັ້ນທາງເປ່ເພ ແລະມີຝົນຕົກແຕ່ກໍ່ບໍ່ເປັນອຸປະສັກຂອງທີມງານທີ່ທາງເພິ່ນມີຄວາມຕັ້ງໃຈ ແລະມີນໍ້າໃຈຢາກໃຫ້ພີນ້ອງຮ່ວມຊາດດຽວກັນທີ່ກຳລັງປະເຊີນບັນຫາຮັບຜົນກະທົບຈາກໄພທຳມະຊາດກະທັນຫັນໄດ້ໃຊ້ເຄື່ອງຂອງທີ່ຈຳເປັນໄວ້ທີ່ສຸດ ແລະຖືວ່າເປັນແຮງກຳລັງໃຈດວງໜຶ່ງເຮັດໃຫ້ຮູ້ວ່າຄົນລາວເຮົາບໍ່ຖິ້ມກັນ.


   ສຳລັບເຄື່ອງເຄື່ອງທີ່ທີມງານໝວຍນຳມາແຈກໃຫ້ກັບປະຊາຊົນສ່ວນຫຼາຍກໍຈະເປັນເຄື່ອງອຸປະໂພກບໍລິໂພກ, ເຂົ້າສານອາຫານແຫ້ງ ແລະເຄື່ອງໃຊ້ອື່ນໆທີ່ຈຳເປັນ ລວມເປັນຈຳນວນເງິນທັງໝົດແມ່ນ (62.000.000 ລ້ານກ່ວາກີບ), ເຊີ່ງເຄື່ອງດັ່ງກ່າວກໍໄດ້ນຳແຈກຢາຍໃຫ້ກັບບັນດາບ້ານທີ່ໄດ້ຮັບຜົນກະທົບຄົບຕາມຈຳນວນ ນັບວ່າເປັນຄວາມດີໃຈອັນສຸດຊຶ່ງທີ່ມີຄົນດີໆແບບນີ້ຢູ່ໃນສັງຄົມລາວ.

ຂ່າວ: ບຸນນິກ