ອາຫານເສີມພູມຄຸ້ມກັນສໍາລັບຄົນຮັກສຸຂະພາບ

  ສຸຂະພາບດີບໍ່ມີຂາຍຢາກໄດ້ຕ້ອງສ້າງເອງ ເຊື່ອວ່າຫຼາຍຄົນຕ້ອງເຄີຍໄດ້ຍິນປະໂຫຍກນີ້ກັນແນ່ແລ້ວສຳລັບຄົນທີ່ຮັກສຸຂະພາບ ຊຶ່ງບອກເລີຍວ່າປະໂຫຍກນີ້ສາມາດໃຊ້ໄດ້ກັບທຸກຍຸກທຸກສະໄໝເພາະນອກຈາກການອອກກຳລັງກາຍ ແລະພັກຜ່ອນໃຫ້ພຽງພໍແລ້ວການກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍແມ່ນເປັນສິ່ງທີ່ທຸກຄົນບໍ່ຄວນເບິ່ງຂ້າມຍິ່ງໃນຍຸກປະຈຸບັນມີໂລກໄພໄຂ້ເຈັບຕ່າງໆທີ່ສາມາດເຮັດໃຫ້ເຮົານັ້ນເຈັບປ່ວຍໄດ້ສະເໝີ ໂດຍສະເພາະແມ່ນກຸ່ມຄົນທີ່ມີພູມຄຸ້ມກັນໜ້ອຍມື້ນີ້ຜູ້ຂຽນຈະມາແບ່ງປັນອາຫານເສີມພູມຄຸ້ມກັນໃຫ້ກັບຄົົນທີ່ຮັກສຸຂະພາບມາຝາກຈະມີຫຍັງແນ່ນັ້ນໄປເບິ່ງພ້ອມກັນເລີຍ.

  • ບລູເບີຣີ້: ເປັນແຫຼ່ງຂອງ “flavonoid” ຊະນິດໜຶ່ງ ທີ່ ເອີ້ນວ່າ “Anthocyanin” ຊຶ່ງມີ ສານຕ້ານອະນຸມູນອິດສະຫຼະທີ່ສາມາດຊ່ວຍກະຕຸ້ນລະບົບພູມຄຸ້ມກັນຂອງທ່ານໃຫ້ແຂງແຮງ.
  • ຂີງ: ໂດຍໃນໂຕຂີງສົດຈະມີສານອອກລິດທີ່ສຳຄັນກໍ່ຄື “Gingerol” ທີ່ຈະຊ່ວຍເສີມສ້າງ ພູມຄຸ້ມກັນໃຫ້ກັບຮ່າງກາຍ ແລະ ຍັງຊ່ວຍຫຼຸດຜ່ອນການຕິດເຊື້ອໃນລະບົບທາງເດີນຫາຍໃຈໄດ້.
  • ເຫັດຫອມ: ມີສານສຳຄັນຄື “ເບຕ້າກລູແຄນ ໂດຍເບຕ້າກລູແຄນໂຕນີ້ຈະໄປຈັບກັບໂຕຮັບທີ່ຝາຜະໜັງຂອງເມັດເລືອດຂາວເຮັດໃຫ້ເມັດເລືອດຂາວເຄື່ອນໂຕມາຈັບກິນເຊື້ອໂລກ ຫຼື ເຊື້ອໄວຣັດ ແລະເຮັດວຽກໄດ້ຢ່າງມີປະສິດທິພາບ.
  • ຫອມບົວແຫ້ງ: ຫອມບົວແດງເປັນອີກໜຶ່ງສະໝຸນໄພທີ່ມີສັບພະຄຸນຕ້ານໄວຣັດໄດ້ດີກິນແລ້ວຈະຊ່ວຍໃຫ້ດັງໂລ່ງຫາຍໃຈສະດວກ.

 

ຮຽບຮຽງໂດຍ: ຟ້າ