ເປີດຕະຫຼາດນັດສິນຄ້າໂອດັອບ-ໂອທັອບ

 ງານຕະຫລາດນັດວາງສະແດງ ແລະຈຳໜ່າຍສິນຄ້າ ODOP - OTOP ສາຍສໍາພັນສອງປະເທດສອງແຂວງ: ແຂວງຄຳມ່ວນ ແລະແຂວງນະຄອນພະນົມ ໄດ້ຈັດຂຶ້ນໃນວັນທີ 1 ມີນາ 2019 ຢູ່ທີ່ເດີນສຳນັກງານຫ້ອງວ່າການປົກຄອງ ເມືອງທ່າແຂກ ເປັນກຽດເຂົ້າຮ່ວມຕັດແຖບຜ້າເປີດງານຢ່າງເປັນທາງການໂດຍ ທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄຳມ່ວນ,ທ່ານ ສະຫຍາມ ສີລິມົງຄຸນ ຜູ້ວ່າລາດສະການແຂວງນະຄອນພະນົມ, ມີທ່ານເຈົ້າເມືອງໆທ່າແຂກ, ບັນດາພະແນກການໜ່ວຍງານທີ່ກ່ຽວຂ້ອງພາກລັດ ແລະເອກະຊົນທັງສອງແຂວງຕະຫລອດອຳນາດປົກຄອງບ້ານ ແລະພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມ.

 ທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງຄຳມ່ວນ ໄດ້ກ່າວລາຍງານໃຫ້ຊາບກ່ຽວກັບການກະກຽມງານວາງສະແດງ ແລະ ຈຳໜ່າຍສິນຄ້າໂອດ໋ອບ-ໂອທ໋ອບ ສາຍສຳພັນສອງປະເທດແມ່ນກິດຈະກຳໜຶ່ງທີ່ມີຄວາມສຳຄັນມີຈຸດປະສົງເພື່ອສົ່ງເສີມຜູ້ປະກອບການທຸລະກິດ, ຜູ້ຜະລິດໃນແຕ່ລະທ້ອງຖິ່ນທັງພາຍໃນ ແລະຕ່າງປະເທດໄດ້ມີໂອກາດແລກປ່ຽນ,ຮຽນຮູ້ການພັດທະນາສິນຄ້າ,ການບໍລິຫານຈັດການເພື່ອເພີ່ມຊ່ອງທາງການຈຳໜ່າຍ ລວມໄປເຖິງການສົ່ງເສີມຄວາມສຳພັນ ດ້ານການຄ້າ ແລະຄວາມຮ່ວມມືລະ ຫວ່າງແຂວງໃນການສ້າງລາຍຮັບຂອງ ຊຸມຊົນໃນແຕ່ລະທ້ອງຖິ່ນ, ທັງນີ້ເພື່ອກະ ຕຸກຊຸກຍູ້ໃຫ້ວຽກງານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ສົ່ງເສີມແລກປ່ຽນທາງດ້ານວັດທະນະທຳໃຫ້ສາມາດເຊື່ອມໂຍງກັບບັນດາປະເທດຕ່າງໆໃນ ອະນຸພາກພື້ນກໍ່ຄືສາກົນໃຫ້ນັບມື້ນັບ ກວ້າງຂວາງ.

  ງານຕະຫລາດນັດວາງສະແດງ ແລະຈຳໜ່າຍສິນຄ້າຄັ້ງນີ້ແມ່ນໄດ້ຈະໄດ້ດຳເນີນໄປ 5 ວັນ,ເລີ່ມແຕ່ວັນທີ 1 - 5 ມີ ນາ 2019 ຈິ່ງຈະສຳເລັດ. ເຊິ່ງຈັດຂຶ້ນ ເປັນຄັ້ງທີ່ 5 ປະກອບມີ 3 ພາກສ່ວນເຂົ້າຮ່ວມ ແລະ ມີຈຳນວນຮ້ານທັງໝົດ 60 ຮ້ານຄ້າ, ໃນນີ້ປະກອບມີກຸ່ມຜະລິດຕະພັນສິນຄ້າໂອດ໋ອບຈາກເມືອງທ່າແຂກ ແລະໂຮງານຄຳມ່ວນເຟີນີເຈີ,ນະຄອນຫລວງ, ແຂວງວຽງຈັນ ແລະ ແຂວງຈຳປາສັກ, ຈໍານວນ 10 ຮ້ານ,ກຸ່ມທຸລະກິດສິນຄ້າໂອທ໋ອບມາຈາກປະເທດໄທ 50 ຮ້ານ,ສິນຄ້າຫລັກໆທີ່ນຳມາຈຳໜ່າຍຄັ້ງນີ້ແມ່ນປະເພດເຄື່ອງຫັດຖະກຳ-ຈັກສານ, ຜ້າຝ້າຍ,ເຄື່ອງສະໜຸນໄພ ແລະອື່ນໆ,ລວມມູນຄ່າທັງໝົດ 400 ລ້ານກວ່າກີບ.ນອກຈາກນີ້ພາຍໃນງານຍັງຈະໄດ້ມີການສະແດງສິລະປະວັດທະນະທຳຈາກສອງປະເທດອີກດ້ວຍ.

ຂ່າວ: ມະນີວັນ