ກອງປະຊູມສະໃໝສາມັນເທືອທີ 6 ຂອງສະພາແຫ່ງຊາດຊູດທີ VIII ອັດລົງດ້ວຍຜົນສໍາເລັດ

    ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ ອັດລົງດ້ວຍຜົນສຳເລັດໃນວັນທີ 21 ທັນວາຜ່ານມາຫຼັງຈາກທີ່ໄດ້ທີ່ດຳເນີນມາແຕ່ວັນທີ 20 ພະຈິກ 2018 ພາຍໃຕ້ການເປັນປະທານຂອງທ່ານນາງ ປານີຢາທໍ່ຕູ້ປະທານສະພາແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານບຸນຍັງວໍລະຈິດປະທານປະເທດ, ພ້ອມນີ້ກໍມີທ່ານທອງລຸນສີສຸລິດນາຍົກລັດຖະມົນ ຕີ, ບັນດາຜູ້ນຳ, ອະດີດການນຳຂັ້ນສູງ ພັກ-ລັດ,ບັນດາສະມາຊິກສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

   ທ່ານນາງປານີຢາທໍ່ຕູ້ໄດ້ກ່າວບົດສູນທອນພົດອັດກອງປະຊຸມວ່າ:ກອງປະຊຸມຄັ້ງນີ້ໄດ້ພິຈາລະນາເອົາກົດໝາຍຈຳນວນ 8 ສະບັບຄື:ປະມວນກົດໝາຍແພ່ງ, ກົດໝາຍວ່າດ້ວຍທະນາຄານທຸລະກິດ,ກົດໝາຍວ່າດ້ວຍຄວາມປອດ ໄພຈາກລັງສີ,ກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ,ກົດໝາຍວ່າດ້ວຍການລົດໄຟ, ກົດໝາຍວ່າດ້ວຍການປະກັນສຸຂະພາບ,ກົດໝາຍວ່າດ້ວຍຄົນພິການແລະກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ສປປ ລາວປະຈຳຢູ່ຕ່າງປະເທດ.

  ກອງປະຊຸມໄດ້ພິຈາລະນາແລະຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ,ແຜນເງິນຕາ,ແຜນງົບປະມານ,ບົດລາຍງານຂອງອົງການກວດສອບ,ອົງການໄອຍະການປະຊາຊົນສູງສຸດ,ສານປະຊາຊົນສູງສຸດກາງສະໄໝແລະປະ ຈຳປີ 2018,ທິດທາງປີ 2019,ນອກນັ້ນຍັງໄດ້ຕີລາສູງຕໍ່ຄວາມພະຍາຍາມຊີ້ນຳ-ນຳພາຂອງລັດຖະບານແລະບັນດາອົງການທີ່ກ່ຽວຂ້ອງດັ່ງກ່າວທີ່ໄດ້ຜ່ານຜ່າຂໍ້ຫຍຸ້ງຍາກ,ສິ່ງທ້າທາຍ,ສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝ ສາມັນແຕ່ລະຄັ້ງຂອງສະພາແຫ່ງຊາດຕາມຂອບເຂດສິດແລະພາລະບົດບາດ ຂອງຕົນ ແລະສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ.

   ນອກນັ້ນກອງປະຊຸມຍັງໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດໃນຄັ້ງຜ່ານມາເຊັ່ນ:ການພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ,ຮັບຟັງການຊີ້ແຈງອະທິບາຍຈາກ 10 ກະຊວງ,ອົງການໃນບາງດ້ານທີ່ພົ້ນເດັ່ນແລະຮີບດ່ວນພົວພັນເຖິງຜົນປະໂຫຍດລວມຂອງຊາດ ແລະປະຊາຊົນສ່ວນຫຼວງຫຼາຍເປັນຕົ້ນຄຸນນະພາບໃນການກໍ່ສ້າງແລະສ້ອມແປງຖະໜົນຫົນທາງ,ຄຸນນະພາບການບໍລິການປິ່ນປົວຢູ່ໂຮງໝໍແລະສຸກສາລາແລະການແກ້ໄຂປາກົດການຫຍໍ້ທໍ້ໃນການລະເມີດສັນຍາກູ້ຢືມ,ພ້ອມກັນນັ້ນ ຍັງໄດ້ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກລັດຖະບານຈຳນວນ 2 ທ່ານຕາມການສະເໜີຂອງທ່ານນາຍົກ ລັດຖະມົນຕີຄື:ແຕ່ງຕັ້ງທ່ານພົນໂທວິໄລຫຼ້າຄຳຟອງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແລະແຕ່ງຕັ້ງທ່ານສອນໄຊສິດພະໄຊເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ,ພ້ອມທັງໄດ້ຮັບຮອງເອົາຊົນເຜົ່າບຣູຈັດຢູ່ໝວດພາສາມອນ-ຂະແມຊຶ່ງເຮັດໃຫ້ຈຳນວນຊົນເຜົ່າໃນລາວເພີ່ມຈາກ 49 ມາເປັນ 50 ເຜົ່າ.

   ກອງປະຊຸມໄດ້ພິຈາລະນາແລະຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານກາງສະໄໝແລະປະຈຳປີ 2018 ແລະທິດທາງການເຄື່ອນໄຫວວຽກງານຮອດປີ 2020 ແລະແຜນວຽກຈຸດສຸມປີ 2019 ຂອງສະພາແຫ່ງຊາດແລະຮັບຟັງການປະກອບຄວາມເຫັນຂອງສູນກາງແນວລາວສ້າງຊາດຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ.