ຊາວກະສິກອນເມືອງເມິງ ສຸມໃສ່ປູກພືດເປັນສິນຄ້າ

   ອີງຕາມຂໍ້ມູນຂອງຫ້ອງການກະສິກຳ ແລະປ່າໄມ້ເມືອງເມິງ ແຂວງບໍ່ແກ້ວໃຫ້ຮູ້ວ່າ: ປະຈຸບັນຊາວກະສິກອນ ເມືອງເມິງ ແຂວງບໍ່ແກ້ວ ພວມສຸມໃສ່ປູກພືດລະດູຝົນຢ່າງເປັນຂະບວນການຟົດຟື້ນ ແລະທັນກັບລະດູການເນື່ອງຈາກດິນຟ້າອາກາດອຳນວຍຄວາມສະດວກມີຝົນຕົກແຕ່ຫົວປີ,ການປູກພືດເປັນສິນຄ້າເຊັ່ນມັນຕົ້ນ,ໝາກນໍ້າມັນ, ໝາກແໜ່ງ, ໝາກເດືອຍ ລວມເນື້ອທີ່ທັງຫມົດ 28,55 ເຮັກຕາ, ໄຮ່ໝູນວຽນ 430,24 ເຮັກຕາ, ພືດສະບຽງອາຫານ: ຖົ່ວດິນ, ສາລີຫວານ,ພືດຜັກ, ຕະກຸນຖົ່ວ, ຫົວຂ່າ, ເຜືອກ-ມັນ, ໝາກເຜັດ, ໝາກເຂືອ, ຂີງ, ສາລີແຂງລວມເນື້ອທີ່ທັງໝົດ 58,2 ເຮັກຕາ.

   ເຂົ້ານາປີປະຈຸບັນການຕົກກ້າ ແລະກຽມພື້ນທີ່ກວມເອົາ 90% ຂອງພື້ນທີ່ທັງໝົດ, ບາງພື້ນທີ່ທີ່ມີຊົນລະປະທານສະດວກແມ່ນພວມກຳລັງລົງມືຄາດໄຖ ແລະສາ ມາດປັກດຳແລ້ວຈຳນວນໜຶ່ງ, ຕາມການລາຍງານຂໍ້ມູນເບື້ອງ ຕົ້ນທົ່ວເມືອງມີເນື້ອທີ່ນາທັງໝົດ 1.520 ເຮັກຕາ, ນອກນັ້ນຍັງມີບາງພື້ນທີ່ໆຊົນລະປະທານບໍ່ຮອດ   ແມ່ນລໍຖ້ານໍ້າຝົນ ແລະ ຢູ່ໃນຂັ້ນຕອນການສຳຫຼວດຂອງວິຊາການ ແລະ ຊາວກະສິກອນເພື່ອສືບຕໍ່ເຮັດນາປູກເຂົ້າໃຫ້ບັນລຸຕາມແຜນການຄາດໝາຍຂອງຫ້ອງການ ກະສິກຳ ແລະປ່າໄມ້ເມືອງກໍານົດໄວ້.