- ພີ່ນ້ອງຮ່ວມຊາດ ທີ່ຮັກແພງ!
- ລູກຫຼານລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ!
ເນື່ອງໃນໂອກາດວັນຕ້ານການນໍາໃຊ້ແຮງງານເດັກສາກົນ ວັນທີ 12 ມິຖຸນາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຂ້າພະເຈົ້າຕາງໜ້າໃຫ້ພັກ ແລະ ລັດຖະບານຂໍຝາກຄວາມສາມັກຄີຮັກແພງ ແລະຄວາມຢ້ຽມຢາມຖາມຂ່າວອັບອົບອຸ່ນມາຍັງພວກລູກໆຫຼານໆເດັກນ້ອຍລາວບັນດາເຜົ່າທຸກຖ້ວນໜ້າໃນທົ່ວປະເທດ.
ເໝືອນດັ່ງໃນແຕ່ລະປີທີ່ຜ່ານມາ, ປະເທດຕ່າງໆໃນໂລກກໍ່ຄື ສປປ ລາວ ພວກເຮົາກໍໄດ້ມີການຈັດກິດຈະກໍາຕ່າງໆຂຶ້ນໃນວັນດັ່ງກ່າວດ້ວຍຮູບການ ແລະວິທີການທີ່ຟົດຟື້ນສົມຄວນເພື່ອເປັນການປູກຈິດສຳນຶກ ແລະ ສ້າງຂະບວນການຕ້ານການນຳໃຊ້ແຮງງານເດັກໂດຍສະເພາະແນ່ໃສເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງຕ່າງໆຢ່າງຖືກຕ້ອງຕໍ່ບັນຫາແຮງງານເດັກ.ແຕ່ໃນປີນີ້ເນື່ອງຈາກຍັງມີການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນຢູ່ຊຶ່ງຈະເກີດຄວາມສ່ຽງຕໍ່ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືເດັກນ້ອຍລາວບັນດາເຜົ່າໃນປະເທດເຮົາຈຶ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້ ເໝືອນດັ່ງແຕ່ລະປີທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ການຈັດຕັ້ງພັກ-ລັດ ກໍ່ຄືການຈັດຕັ້ງມະຫາຊົນ ແລະຜູ້ປົກຄອງເດັກທຸກຖ້ວນໜ້າໄດ້ຮັບຮູ້ເຂົ້າໃຈເຖິງຄວາມໝາຍສຳຄັນຂອງວັນດັ່ງກ່າວ,ຂ້າພະເຈົ້າຈຶ່ງຂໍມີຄຳເຫັນບາງຈຸດສຳຄັນຄື:
ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າເດັກໃນມື້ນີ້ແມ່ນຜູ້ໃຫຍ່ໃນມື້ໜ້າ ແລະເປັນອະນາຄົດອັນສົດໃສຂອງຊາດ, ຖ້າເດັກໄດ້ຮັບການພັດທະນາຢ່າງມີຄຸນນະພາບ ແລະ ຕໍ່ເນື່ອງກໍຈະກາຍເປັນຜູ້ໃຫຍ່ທີ່ມີຄວາມຮູ້ຄວາມສາມາດ ແລະ ປະເທດຊາດຈະມີຊັບພະຍາກອນມະນຸດທີ່ມີຄຸນນະພາບ. ແຕ່ໃນທາງກົງກັນຂ້າມ, ເດັກນ້ອຍຢູ່ຫຼາຍປະເທດໃນໂລກລວມທັງຢູ່ປະເທດຂອງພວກເຮົາສ່ວນຫຼາຍແມ່ນຍັງບໍ່ທັນໄດ້ຮັບການພັດທະນາດີເທົ່າທີ່ຄວນ,ໜຶ່ງໃນບັນຫາທີ່ເກີດຂຶ້ນແມ່ນຍັງມີການນໍາໃຊ້ເດັກນ້ອຍເຮັດວຽກ, ໂດຍອີງຕາມຂໍ້ມູນຂອງອົງການແຮງງານສາກົນ (ILO) ໃຫ້ຮູ້ວ່າເດັກນ້ອຍເຖິງ 215 ລ້ານຄົນ ໃນທົ່ວໂລກໄດ້ເຮັດວຽກທີ່ໜັກໜ່ວງ ແລະເປັນອັນຕະລາຍຕໍ່ສຸຂະພາບ, ກະທົບຕໍ່ການພັດທະນາທັງທາງດ້ານຮ່າງກາຍ, ມັນສະໜອງ ແລະຈິດໃຈຂອງເດັກໂດຍສະເພາະແມ່ນກະທົບຕໍ່ການຮຽນຮູ້ ຫຼືການສຶກສາຂອງເດັກໃນໄວຮຽນທັງຍັງຂັດກັບກົດໝາຍ ແລະລະບຽບການຂອງປະເທດ ແລະສາກົນອີກດ້ວຍ.
ສຳລັບ ສປປ ລາວ, ພັກ ແລະລັດຖະບານຍາມໃດກໍໄດ້ໃຫ້ຄວາມສໍາຄັນ ແລະເອົາໃຈໃສ່ຢ່າງຈິງຈັງໃນການພັດທະນາ ແລະປົກປ້ອງເດັກ,ເພາະວ່າເດັກເປັນຊັບພະຍາ ກອນອັນລໍ້າຄ່າຂອງຊາດ ແລະເປັນຜູ້ສືບທອດພາລະກິດໃນການສ້າງສາ ແລະພັດທະນາປະເທດຊາດຢ່າງແທ້ຈິງຊຶ່ງໃນໄລຍະຜ່ານມາ,ພວກເຮົາໄດ້ມີນະໂຍບາຍ, ຍຸດທະ ສາດ, ກົດໝາຍ, ລະບຽບການຕ່າງໆ ໃນການປົກປ້ອງ ແລະຄຸ້ມຄອງເດັກນ້ອຍ ແລະໄວໜຸ່ມເພື່ອລຶບລ້າງການນຳໃຊ້ແຮງງານເດັກ. ເວົ້າສະເພາະການພົວພັນຮ່ວມມືຂອງ ສປປ ລາວ ໃນລະດັບພາກພື້ນ ແລະສາກົນ,ລັດຖະບານລາວເຮົາກໍໄດ້ໃຫ້ການຮ່ວມມື ແລະເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆ ກ່ຽວກັບເດັກຢ່າງເປັນປົກ ກະຕິໂດຍການເຂົ້າເປັນພາຄີຂອງສົນທິສັນຍາສາກົນ, ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທິເດັກຂອງອົງການສະຫະປະຊາຊາດ; ໃນປີ 2005 ສປປ ລາວ ເຮົາກໍໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາຂອງອົງການແຮງງານສາກົນວ່າດ້ວຍອາຍຸຕໍ່າສຸດຂອງການເຮັດວຽກ ແລະວ່າດ້ວຍການຫ້າມ ແລະດໍາເນີນການລຶບລ້າງການໃຊ້ແຮງງານເດັກໃນຮູບແບບທີ່ຮ້າຍແຮງ ແລະອື່ນໆ.
ພາຍຫຼັງທີ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາວັນທີ 12 ມິຖຸນາ ເປັນວັນຕ້ານການນຳໃຊ້ແຮງງານເດັກສາກົນ ໃນປີ 2002 ເປັນຕົ້ນມາ, ບັນດາປະເທດໃນທົ່ວ ໂລກໄດ້ໃຫ້ຄວາມສຳຄັນ ແລະເອົາໃຈໃສ່ແກ້ໄຂບັນຫາແຮງງານເດັກໃນທຸກຮູບແບບຢ່າງຈິງຈັງ.
ພວກເຮົາຕ້ອງໄດ້ຮັບຮູ້ ແລະເຂົ້າໃຈນໍາກັນເຖິງເນື້ອແທ້ຂອງຄໍາວ່າແຮງງານເດັກເປັນຫຍັງຈຶ່ງມີການຫ້າມບໍ່ໃຫ້ມີການນຳໃຊ້ແຮງງານເດັກເພາະການຫ້າມບໍ່ໃຫ້ມີແຮງງານເດັກຢູ່ໃນໂລກນີ້ບໍ່ໄດ້ໝາຍຄວາມວ່າຫ້າມບໍ່ໃຫ້ເດັກນ້ອຍເຮັດວຽກໂດຍສະເພາະແມ່ນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ທີ່ຢູ່ໃນສະພາບ ແລະເງື່ອນໄຂຕົວຈິງຂອງປະເທດບໍ່ວ່າທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ລວມໄປເຖິງຮີດຄອງປະເພນີຂອງແຕ່ລະປະເທດມັນເປັນໄປບໍ່ໄດ້ເລີຍທີ່ຈະໄປຫ້າມເດັດຂາດບໍ່ໃຫ້ເດັກເຮັດວຽກໄດ້. ເພາະສະນັ້ນ, ຕ້ອງເຂົ້າໃຈວ່າ ການນຳໃຊ້ແຮງງານເດັກ ແມ່ນໝາຍເຖິງການນຳໃຊ້ ຫຼື ການໃຫ້ເດັກ ເຮັດວຽກທີ່ຂັດກັບກົດໝາຍ ແລະລະບຽບການຂອງປະເທດໂດຍສະເພາະແມ່ນກົດໝາຍວ່າດ້ວຍແຮງງານ ເຊັ່ນ: ໃຫ້ເດັກເຮັດວຽກລ່ວງເວລາ ຫຼືເກີນກວ່າ 8 ຊົ່ວໂມງຕໍ່ວັນ,ເຮັດວຽກໃນຂະແໜງການທີ່ເປັນອັນຕະ ລາຍ ເຊັ່ນ: ຂະແໜງການກໍ່ສ້າງ, ບໍ່ແຮ່, ເຮັດວຽກທີ່ພົວພັນສານເຄມີ, ສິ່ງມຶນເມົາ, ການພະນັນ ແລະ ອື່ນໆທີ່ມີຜົນກະທົບຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈຂອງເດັກ. ນອກຈາກນັ້ນ, ແຮງງານເດັກແມ່ນການເອົາເດັກທີ່ອາຍຸຕໍ່າກວ່າເກນອາຍຸທີ່ກົດໝາຍກຳນົດ ເຊັ່ນ: ຕໍ່າກວ່າ 14 ປີ ໄປເຮັດວຽກໂດຍໃຫ້ປະລະການສຶກສາ ແລະ ອື່ນໆ. ສຳລັບເດັກເຮັດວຽກຊ່ວຍຄອບຄົວເຊັ່ນ: ວຽກໃນຄົວເຮືອນ, ໃນຊີວິດປະຈຳວັນ ຫຼືການໄປເຮັດວຽກຫາເງິນຊ່ວຍຄອບຄົວແບບຊົ່ວຄາວໃນຊ່ວງພັກພາກຮຽນທີ່ເປັນການຊ່ວຍທຸລະກິດຄອບຄົວໃນແຕ່ລະວັນໂດຍບໍ່ມີຜົນກະທົບຕໍ່ການສຶກສາ, ຕໍ່ພັດທະນາການທາງດ້ານຮ່າງກາຍ ແລະ ຈິດໃຈຂອງເດັກຈະບໍ່ຖືວ່າເປັນແຮງງານເດັກ.
ສະນັ້ນ, ຖ້າບໍ່ມີການໄຈ້ແຍກ ແລະກໍານົດນິຍາມໃຫ້ຊັດເຈນກໍຈະສ້າງຄວາມສັບສົນ, ສ້າງຄວາມເຂົ້າໃຈທີ່ບໍ່ຖືກຕ້ອງໃຫ້ແກ່ສັງຄົມພ້ອມທັງຈະກາຍເປັນອຸປະສັກໃຫ້ແກ່ການກໍານົດນະໂຍບາຍ, ການວາງແຜນເພື່ອປ້ອງກັນ ແລະ ສະກັດກັ້ນການນໍາໃຊ້ແຮງງານເດັກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ແລະຮີດຄອງປະເພນີຂອງປະເທດເຮົາ.
ເຫດການທີ່ພົ້ນເດັ່ນໃນປີ 2021 ນີ້, ບັນດາປະເທດສະມາຊິກຂອງອົງການສະຫະປະຊາຊາດໄດ້ຮັບຮອງເອົາປີນີ້ເປັນປີສາກົນ ເພື່ອລຶບລ້າງການນໍາໃຊ້ແຮງງານເດັກ ໃນທຸກຮູບແບບຊຶ່ງຈະເປັນໂອກາດອັນສໍາຄັນໃນການຈັດຕັ້ງປະຕິບັດແຜນຕ່າງໆ ເພື່ອບັນລຸເປົ້າໝາຍສະຫັດສະວັດ, ຍຸດທະສາດການພັດທະນາແບບຍືນຍົງໃນເປົ້າໝາຍທີ 8.7 ໂດຍສະເພາະແມ່ນເປົ້າໝາຍຂອງການສິ້ນສຸດການນໍາໃຊ້ແຮງງານເດັກພາຍໃນປີ 2025 ແລະ ສິ້ນສຸດການນໍາໃຊ້ແຮງງານແບບບັງຄັບ ແລະ ທາລຸນໃນປີ 2030.
ເນື່ອງໃນໂອກາດວັນສໍາຄັນດັ່ງກ່າວ, ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ,ເອກະຊົນ, ອົງການຈັດຕັ້ງທຸກຂັ້ນທັງພາຍໃນ ແລະຕ່າງປະເທດທີ່ເຄື່ອນໄຫວ ແລະພົວພັນຮ່ວມມືກັບ ສປປ ລາວ ຈົ່ງນຳເອົາເນື້ອໃນຈິດໃຈດັ່ງກ່າວໄປເຜີຍແຜ່ ແລະຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງພວກທ່ານໂດຍການສ້າງເປັນແຜນການ, ຍຸດທະສາດ, ລະບຽບການຕ່າງໆໃນການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຫຼາຍຂຶ້ນ. ພ້ອມດຽວກັນນັ້ນ, ກໍຂໍການຮ່ວມມື ແລະ ການສະໜັບສະໜູນທັງທາງດ້ານວິຊາການ ແລະສິ່ງອໍານວຍຄວາມສະດວກຕ່າງໆ ຈາກພວກທ່ານໃນການເຮັດໃຫ້ບັນຫາແຮງງານເດັກໃນທຸກຮູບແບບທີ່ເປັນອັນຕະລາຍຮ້າຍແຮງຕໍ່ເດັກນັ້ນໄດ້ຖືກລຶບລ້າງ ແລະ ກ້າວໄປສູ່ລະບົບການຈ້າງງານທີ່ມີຄຸນຄ່າ ແລະເປັນທໍາເພື່ອເຮັດໃຫ້ເດັກໄດ້ມີໂອກາດໄດ້ເຂົ້າຮັບການສຶກສາຫຼາຍຂຶ້ນ ຫຼືຖ້າຈຳເປັນຕ້ອງໄດ້ເຮັດວຽກກໍຕ້ອງແມ່ນວຽກທີ່ມີຄວາມປອດໄພ, ມີຄຸນຄ່າ, ເປັນທໍາ ແລະ ມີລາຍໄດ້ທີ່ເໝາະສົມຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການຕ່າງໆຂອງ ສປປ ລາວ. ສໍາລັບຄອບຄົວ ແລະ ຊຸມຊົນທີ່ເດັກອາໃສຢູ່ນັ້ນກໍຂໍໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນການຫຼຸດຜ່ອນການເຮັດວຽກຂອງເດັກລົງເທື່ອລະກ້າວທັງນີ້ກໍເພື່ອໃຫ້ເດັກໄດ້ມີເວລາໄດ້ຮັບການສຶກສາຮໍ່າຮຽນ, ໄດ້ຮັບການຝຶກຝົນຫຼໍ່ຫຼອມດ້ານຕ່າງໆຕາມໄວຂອງເດັກຢ່າງເໝາະສົມ.
ສຸດທ້າຍນີ້, ຂໍອວຍພອນໃຫ້ການນຳຂອງການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ແລະປະຊາຊົນລາວບັນດາເຜົ່າຈົ່ງມີສຸຂະພາບແຂງແຮງ ແລະປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນທຸກປະການ. ເນື່ອງໃນວັນຕ້ານການນຳໃຊ້ແຮງງານເດັກສາກົນ ແລະການສະເຫຼີມສະຫຼອງວັນເດັກນ້ອຍສາກົນທີ 1 ມິຖຸນາ 2021 ທີ່ຫາກໍ່ຜ່ານ ພົ້ນໄປວ່າງມໍ່ໆນີ້, ຂ້າພະເຈົ້າຂໍອວຍພອນໃຫ້ເດັກນ້ອຍລາວທຸກຖ້ວນໜ້າໃນຂອບເຂດທົ່ວປະເທດຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກທາງກາຍ ແລະໃຈ, ເປັນເດັກຄຳຮູ້ຂອງພໍ່ແມ່, ເປັນລູກຫຼານທີ່ດີຂອງປະເທດຊາດອັນແສນຮັກຂອງພວກເຮົາເພື່ອກ້າວຂຶ້ນເປັນຜູ້ໃຫຍ່ທີມີຄຸນນະພາບ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີຂອງປະ ເທດຊາດໃນຕໍ່ໜ້າ.