ລົດເກັງເສຍຫຼັກ ຕຳຮ້ານຂາຍເຄື່ອງແຄມທາງບ້ານມະໂນ

  ທ່ຽງຄືນຂອງວັນທີ 7 ມິຖຸນາ 2021 ມີລົດເກັງສີດໍາປ້າຍທະບຽນກໍາແພງນະຄອນ ກບ 3933 ແລ່ນດ້ວຍຄວາມໄວເສຍຫຼັກພຸ່ງເຂົ້າຕໍາຮ້ານຂາຍເຄື່ອງຍ່ອຍຜັກ ສົດຢ່າງແຮງເຮັດໃຫ້ໜ້າຮ້ານເສຍຫາຍທັງໝົດ, ສ່ວນລົດທາງໜ້າຕຳກັບເສົາໄຟຟ້າເປ່ເພສົມຄວນແຕ່ໂຊກດີບໍ່ມີໃຜໄດ້ຮັບບາດເຈັບ ຫຼືເສຍຊີວິດໃນເຫດຄັ້ງນີ້.

  ເອື້ອຍຈ່ອຍ ເຈົ້າຂອງຮ້ານຂາຍເຄື່ອງເວົ້າສູ່ນັກຂ່າວພວກເຮົາຟັງເຊົ້າວັນທີ 8 ມິຖຸນານີ້ວ່າ: ປົກກະຕິຈະເປີດຮ້ານຂາຍເຄື່ອງຕອນເຊົ້າຮອດຕອນແລງຫຼັງປິດຮ້ານແລ້ວ ແມ່ນໄດ້ກັບໄປນອນຢູ່ເຮືອນ ແລະເຫດການດັ່ງກ່າວແມ່ນໄດ້ເກີດຂຶ້ນໃນເວລາທ່ຽງຄືນປະມານ 12:00 ໂມງ. ຫຼັງໄດ້ຮັບແຈ້ງເຫດຈາກພົນລະເມືອງດີເຮືອນໃກ້ຄຽງວ່າມີລົດຕໍາເຂົ້າຮ້ານຈຶ່ງໄດ້ອອກມາເບິ່ງຮ້ານ ແລະເຫັນລົດເກັງສີດໍາປ້າຍທະບຽນກໍາແພງນະຄອນ ກບ 3933 ຈອດຢູ່ໃນຮ້ານສະພາບເສຍຫາຍໜັກຜູ້ຂັບຂີ່ແມ່ນຄົນຈີນມີອາການເມົາເຫຼົ້າ.

   ສໍາລັບອຸບັດຕິເຫດຄັ້ງນີ້ຫາກແມ່ນເກີດຂຶ້ນໃນຕອນເຊົ້າ ຫຼືຕອນແລງເວລາທີ່ເປີດຮ້ານຂາຍເຄື່ອງ ແລະມີລູກຄ້າມາຊື້ຜັກຊື້ເຄື່ອງຕ່າງໆອາດຈະເກີດມີຄົນໄດ້ຮັບບາດເຈັບ ຫຼືເຖິງຂັ້ນເສຍຊີວິດແນ່ນອນເພາະວ່າລົດແລ່ນດ້ວຍຄວາມໄວ ແລະເກີດເສຍຫຼັກຕໍາເຂົ້າຮ້ານຢ່າງແຮງຈົນຮ້ານເພເສຍຫາຍ ແລະໄດ້ຕໍາເອົາເສົາໄຟຟ້າຕິດຂ້າງຮ້ານເຮັດໃຫ້ຫົວລົດເກັງຍຸບເຂົ້າ ແລະຢຸດຢູ່ຈຸດນັ້ນ.

ສ່ວນມູນຄ່າຄວາມເສຍຫາຍ ແລະສາເຫດອັນລະອຽດໃນເຫດ ການຄັ້ງນີ້ແມ່ນເຈົ້າໜ້າທີ່ກ່ຽວ ຂ້ອງກໍາລັງຢູ່ໃນຂັ້ນຕອນສືບສວນ ສອບສວນຢູ່.

ຂ່າວ: ສີສຸວັນ