ໂຮງແຮມຢູ່ອັດຕະປື ໄດ້ຮັບຜົນກະທົບຈາກໂຄວິດ

  ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ປີຜ່ານມາເປັນຕົ້ນມາ, ບັນດາເຮືອນພັກ, ໂຮງແຮມຢູ່ແຂວງອັດຕະປືມີຫຼາຍແຫ່ງໄດ້ຮັບຜົນກະທົບທາງກົງ ໂດຍສະເພາະຫົວໜ່ວຍບໍລິການໆທ່ອງທ່ຽວເຫັນວ່າມີນ້ອຍ ແລະງຽບເຫງົາ.

  ທ່ານ ນາງ ແສງອຳພອນ ພິຈິດ ຜູ້ອຳນວຍການໂຮງແຮມສຸກອາພອນ, ຜູ້ປະກອບການອາຫານການໂຮງແຮມ ແລະການທ່ອງທ່ຽວເມືອງສາມັກຄີໄຊໃຫ້ສຳພາດວ່າ: ໂຮງແຮມສຸກອາພອນ ກໍ່ເປັນໂຮມແຮມໜຶ່ງທີ່ໄດ້ເປີດໃຫ້ການບໍລິການແກ່ພະນັກງານ-ການນຳທຸກຂັ້ນ ແລະນັກທ່ອງທ່ຽວໃນໄລຍະຜ່ານມາເຖິງແມ່ນວ່າແຂວງອັດຕະປືບໍ່ມີການລະບາດຂອງພະຍາດໂຄວິດ-19 ກໍ່ຕາມແຕ່ກໍ່ໄດ້ຮັບຜົນສະທ້ອນຕໍ່ເສດຖະກິດ-ສັງຄົມບໍ່ນ້ອຍ, ໂດຍສະເພາະການທ່ອງທ່ຽວຢູ່ແຂວງອັດຕະປືໄດ້ມີການຢຸດສະງັດເຮັດໃຫ້ນັກທ່ອງທ່ຽວ ແລະ ຜູ້ມາໃຊ້ບໍລິການພັກເຊົາຢູ່ໂຮງແຮມສຸກອາພອນ ຫຼື ເຮືອນພັກ, ໂຮງແຮມອື່ນໆ ຫຼຸດໜ້ອຍຖອຍລົງເຮັດໃຫ້ຂາດຮັບ-ລາຍໄດ້, ສົ່ງຜົນກະທົບຕໍ່ການບໍລິຫານໂຮງແຮມ ແລະຂາດແຄນຕໍ່ການເບີກຈ່າຍເງິນເດືອນໃຫ້ພະນັກງານຂອງໂຮງແຮມ.

  ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ຕໍ່ກັບບັນຫາດັ່ງກ່າວເພື່ອເປັນຮອງຮັບໃຫ້ແກ່ຜູ້ທີ່ຈະມາໃຊ້ບໍລິການທາງໂຮງແຮມສຸກອາພອນໄດ້ກະກຽມດ້ານສະຖານທີ່, ໂຕະອາຫານ, ຕູບນັ່ງເຮັດວຽກເພື່ອທີ່ຮັກສາໄລຍະຫ່າງເພື່ອປ້ອງກັນພະຍາດໂຄວິດ-19  ໂດຍໄດ້ປະຕິບັດຕາມແນະນຳຂອງຄະນະສະເພາະກິດວາງອອກທາງໂຮງແຮມສຸກອາພອນກໍ່ໄດ້ຕັ້ງຈຸດລ້າງມືແລະເຈວລ້າງມືທີ່ມີທາດເຫຼົ້າ ແລະແນະນໍາພະນັກງານ ແລະຜູ້ທີ່ມາໃຊ້ບໍລິການໃສ່ຜ້າອັດປາກ-ດັງ ແລະຮັກສາໄລຍະຫ່າງພ້ອມນີ້ກໍ່ໄດ້ຊອກວິທີທາງອອກໃນການແກ້ບັນຫາຊີວິດການເປັນຢູ່ຂອງພະນັກງານດ້ວຍການປະຕິບັດນະໂຍບາຍຕ່າງໆ ໂດຍສະເພາະໄດ້ຈ່າຍເງິນເດືອນໃຫ້ພະນັກງານ 50% ຂອງເງິນເດືອນທີ່ພະນັກງານເຄີຍໄດ້ຮັບພ້ອມນີ້ກໍ່ໄດ້ສະໜອງສະຖານທີ່ພັກເຊົາ, ພ້ອມທັງຊອກວຽກເສີມໃຫ້ພະນັກງານໄດ້ສ້າງສວນຄົວ ແລະລ້ຽງສັດຈຳນວນໜຶ່ງເພື່ອຄໍ້າປະກັນດ້ານສະບຽງອາຫານ.