ຍີ່ປຸ່ນ ໃຫ້ລ້າ 60 ຕື້ກວ່າກີບ ຊ່ວຍຟື້ນຟູໄພພິບັດນ້ຳຖ້ວມຢູ່ລາວ

 ໃນວັນທີ 6 ມີນາ 2019, ທີ່ຫ້ອງການອົງການສະຫະປະຊາຊາດໄດ້ມີພິທີເຊັນສັນຍາໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນເພື່ອເປັນການຟື້ນຟູຄວາມເສຍຫາຍທີ່ ສປປ ລາວ ໄດ້ຮັບໃນ ປີຜ່ານມາ, ຈຳນວນ 4 ໂຄງການມູນຄ່າ 7,6 ລ້ານໂດລາ ຫຼືປະມານ 60 ຕື້ກວ່າກີບ, ຊຶ່ງຕາງໜ້າລັດຖະບານຍີ່ປຸ່ນຮ່ວມ ລົງນາມຂອງທ່ານ ທາເຄຊິ ຣິຄິຮາຣະ ເອກອັກຄະລາຊະທູດຍີ່ປຸ່ນປະຈຳລາວ, ທ່ານ Octavian Bivol ຜູ້ຕາງໜ້າອົງການສະຫະປະຊາຊາດປະຈໍາລາວ (UN ICEF), ທ່ານ Avi SARKAP ທີ່ປຶກສາພາກພື້ນອົງການ UN-Habitat ປະຈໍາລາວ, ທ່ານ Nasar HAYAT ຜູ້ຕາງໜ້າອົງການ FAO ປະຈໍາລາວ, ພ້ອມນັ້ນຍັງມີບັນດາຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ເປັນສັກຂີພິຍານ.

  ທ່ານ ທາເຄຊິ ຣິຄິຮາຣະ ກ່າວວ່າ: ໃນນາມຕາງໜ້າໃຫ້ລັດຖະບານ ແລະປະຊາຊົນຍີ່ປຸ່ນ, ຂ້າພະເຈົ້າຮູ້ສຶກເສຍໃຈມາຍັງຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນປີຜ່ານມາ ແລະໃນການລົງຢ້ຽມຢາມຜູ້ເຄາະຮ້າຍຕົວຈິງ ຈຶ່ງໄດ້ຮູ້ວ່າພວກ ເຂົາເຫຼົ່ານັ້ນຍັງຕ້ອງການການຟື້ນຟູຄືນໃໝ່ ໂດຍສະເພາະການກໍ່ສ້າງທີ່ພັກອາໄສ, ສຸຂາອະນາໄມ ແລະ ອື່ນໆ, ແຕ່ໃນຂະນະດຽວກັນ ຂ້າພະເຈົ້າຂໍຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ໄດ້ປະກອບສ່ວນເພີ່ມຕື່ມຕາມຄຳຮ້ອງຂໍຂອງອົງການສະຫະປະຊາຊາດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມພະຍາຍາມຟື້ນຟູ ແລະໃນ 4 ໂຄງການຊ່ວຍເຫຼືອລ້າໃນຄັ້ງນີ້ປະກອບມີ: 1 ຟື້ຟູ ແລະກໍ່ສ້າງຂະແໜງກະສິກໍາຄືນໃໝ່; 2 ຟື້ນຟູ ແລະກໍ່ສ້າງບ້ານ ເຮືອນຄືນໃໝ່; 3 ຟື້ນຟູ ແລະກໍ່ສ້າງຂະແໜງສຶກສາຄືນໃໝ່ ແລະ 4 ແມ່ນປັບປຸງສິ່ງອຳນວຍຄວາມສະ ດວກດ້ານນ້ຳສະອາດ ແລະ ສຸຂາພິບານໃນບັນດາໂຮງຮຽນ, ຊຸມຊົນອ້ອມຂ້າງໃນຂົງເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຊຶ່ງລວມມູນຄ່າ 7,6 ລ້ານໂດ ລາ ຫຼືປະມານ 64,60 ຕື້ກີບ, ທີ່ຈະໄດ້ເຊັນກັນໃນຄັ້ງນີ້ກັບ 3 ໜ່ວຍງານຄື: ອົງ ການ UNICEF, ອົງການ FAO ແລະອົງ ການ UN-Habitat ປະຈໍາລາວ, ເຊື່ອ ແນວ່າການປະກອບສ່ວນຂອງອົງການ ເຫຼົ່ານີ້ຈະໄດ້ຮັບການຈັດຕັ້ງ ແລະມີຜົນສຳ ເລັດຢ່າງແນ່ນອນ.

ຂ່າວ: ພິມພອນ