ຄະດີຟ້ອງຢ່າຮ້າງ ໂຈລີ-ພິດ ໄດ້ຂໍ້ສະຫຼຸບເລື່ອງລູກແລ້ວ

  ຫຼັງຈາກມີການຟ້ອງຢ່າຮ້າງມາດົນເກືອບ 5 ປີ ໃນທີ່ສຸດພະເອກຊຸບຕາ ແບຣດ ພິດ ກໍ່ໄດ້ຮັບຂ່າວດີເມື່ອສານຕັດສິນໃຫ້ລາວກັບພັນລະຍາແອງເຈລິນ່າມີອຳນາດປົກຄອງລູກດ້ວຍກັນສົ່ງຜົນເຮັດໃຫ້ພິດມີໂອກາດໄດ້ພົບລູກຫຼາຍຂຶ້ນ ຊຶ່ງເປັນຝ່າຍຊາຍທີ່ຮຽກຮ້ອງມາດົນພິດກັບໂຈລີ່ ທີ່ບໍ່ຕ້ອງການ ແລະຄັດຄ້ານມາຕະຫຼອດ ດັ່ງນັ້ນຈຶ່ງມີຄວາມເປັນໄປໄດ້ທີ່ອະດີດພັນລະຍາອາດຈະຍື່ນອຸທອນຕໍ່ໄປ.

  ແຫຼ່ງຂ່າວລະບຸວ່າຄຳຕັດສິນຫຼ້າສຸດກ່ຽວກັບສິດທິລ້ຽງລູກຍັງເປັນພຽງຄຳຕັດສິນຊົ່ວຄາວເປັນສ່ວນໜຶ່ງໃນຂະບວນການທາງກົດໝາຍທີ່ດຳເນີນໄປ ແລະຍັງຢູ່ຫ່າງໄກຈາກບົດສະຫຼຸບສຸດທ້າຍຂອງການແກ້ໄຂບັນຫາຕ່າງໆ ໂຈ ລີ່ ເຊື່ອວ່າລາວ ແລະລູກໆ 6 ຄົນ ບໍ່ໄດ້ຮັບການພິຈາລະນາຄະດີທີ່ເປັນທຳ ແລະກຳລັງຫາທາງແກ້ໄຂບັນຫາທີ່ຈະເປັນຜົນດີທີ່ສຸດ, ຊຶ່ງການພິຈາລະນາຄະດີຈະມີຂຶ້ນທີ່ສານອຸທອນໃນລັດແຄລິຟໍເນຍຂອງອາເມລິການໃນວັນທີ 9 ກໍ ລະກົດທີ່ຈະມາ ເຖິງນີ້, ໂດຍການຕັດສິນຂອງຜູ້ພິພາກສາໄດ້ເພີ່ມເວລາໃຫ້ພິດຢູ່ກັບລູກໆໄດ້ຫຼາຍຂຶ້ນກວ່າເກົ່າ.

----

ໜັງສືພິມ ເສດຖະກິດ-ສັງຄົມ