ອພສ ສະຫວັນນະເຂດ ມອບເຄື່ອງໃຫ້ເມືອງສອງຄອນ

  ໃນທ້າຍເດືອນພຶດສະພາ ຜ່ານມານີ້ຄະນະອົງການພຸດທະສາສະຫນາສັມພັນລາວ (ອພສ) ແຂວງສະຫວັນນະເຂດ ພ້ອມດ້ວຍທ່ານ ບົວສອນ ມະຫາວົງ ຫົວໜ້າຄະ ນະຈັດຕັ້ງແຂວງສະຫວັນນະເຂດ ແລະບັນດາທ່ານຈາກພະແນກການຕ່າງໆໄດ້ເຄື່ອນໄຫວຊຸກຍູ້ ແລະໃຫ້ກຳລັງໃຈຄະນະສະເພາະປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ພາຍໃນເມືອງສອງຄອນ.

  ທ່ານ ພຸດທະວົງ ພົມມະຈັກ ຮອງເລຂາພັກເມືອງຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນເມືອງໄດ້ລາຍງານກ່ຽວກັບມາດຕະການໃນການປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງສອງຄອນ, ເຊິ່ງສະພາບລວມເຫັນວ່າພາຍຫຼັງໄດ້ມີການລະບາດອີກຮອບໃໝ່ໃນຫຼາຍແຂວງຂອບເຂດທົ່ວປະເທດເວົ້າລວມເວົ້າສະເພາະກໍ່ຄືພາຍໃນແຂວງສະຫວັນນະເຂດທາງເມືອງກໍ່ໄດ້ມີຄຳສັ່ງໃຫ້ມີການປິດເມືອງຊົ່ວຄາວເພື່ອຕິດຕາມປະເມີນສະຖານ ແລະ ເຝົ້າລະວັງຢ່າງໃກ້ຊິດ, ຕິດຕາມ, ກວດກາວັດແທກອຸນຫະພູມຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດເນື່ອງຈາກເມືອງສອງຄອນເປັນເມືອງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານທີ່ມີລາຍ ງານການລະບາດໃນຊຸມຊົນເພີ່ມຂຶ້ນໃນແຕ່ລະວັນ ແລະເປັນເມືອງທີ່ມີລູກຫຼານຂອງພໍ່ແມ່ປະຊາຊົນໄດ້ໄປຂາຍແຮງງານຢູ່ປະເທດທີ່ພວມມີການລະບາດຂອງເຊື້ອພະຍາດໂຄວິດ -19 ເປັນຈຳນວນຫຼາຍທາງຄະນະສະເພາະກິດເມືອງສອງຄອນກໍ່ໄດ້ເພີ່ມຄວາມເປັນເຈົ້າການໃນການຕິດຕາມລາດຕະເວນຕາມຈຸດລໍ່ແຫຼມຕ່າງໆຈັດຕັ້ງກຳລັງປກຊ-ປກສ, ກອງຮ້ອຍກອງຫຼອນ, ແຕ່ງຕັ້ງ ຄະນະສະເພາະກິດໃນແຕ່ລະບ້ານສຸມໃສ່ກວດຂັນລາດຕະເວນຕາມຊາຍແດນຢ່າງເຂັງຄັດຕິດຕາມກຸ່ມຄົນລັກລອບຂ້າມມາແບບບ່ໍຖືກຕ້ອງໄດ້ຢຸດຕິການເດີນເຮືອດ້ວຍການເຕົ້າໂຮມເຮືອທຸກປະເພດ, ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດໃນແຕ່ລະຂັ້ນວາງອອກເປັນຕົ້ນແມ່ນແຈ້ງການສະບັບເລກທີ 15/ນຍ ຖືເອົາການໂຄສະນາປະຊາສຳພັນຜ່ານລະບົບໂທລະໂຄ່ງຂອງບ້ານໃນແຕ່ລະບ້ານ, ຈັດໜ່ວຍໂຄສະນາເຄື່ອນທີ່ທັງທາງບົກ ແລະທາງນໍ້າເພື່ອໃຫ້ພໍ່ແມ່ປະຊາຊົນພາຍໃນເມືອງໃນຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ.

  ໃນໂອກາດດັ່ງກ່າວທາງຄະນະ ອພສ ແຂວງສະຫວັນນະເຂດພ້ອມດ້ວຍການນຳຂອງແຂວງຍັງໄດ້ນຳເອົານໍ້າດື່ມ ຈຳນວນ 100 ແພັກ, ຜ້າອັດປາກ-ດັງ ຈຳນວນ 50 ກັບ ແລະເຈວລ້າງມືອີກຈຳນວນ 5 ກ່ອງມອບໃຫ້ເມືອງສອງຄອນຢູ່ຫ້ອງວ່າການປົກຄອງເມືອງເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງ.