ປະທານ ສພຊ ພົບປະທາງໄກກັບປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

   ໃນວັນທີ 28 ພຶດສະພາ 2021 ທີ່ສຳນັກງານສູນກາງພັກ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກ ກັບ ທ່ານ ລີ້ ຈ້ານຊູ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດແຫ່ງ ສປ ຈີນ.

  ໃນການພົບປະທາງໄກຄັ້ງນີ້ສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນຂອງແຕ່ລະປະເທດ, ຕີລາຄາການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວຈີນ ຈີນ-ລາວ ຊຶ່ງປີນີ້ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຊຶ່ງສອງຝ່າຍໄດ້ກໍານົດເປັນປີມິດຕະພາບ ລາວ-ຈີນ ຈີນ-ລາວ ແລະໄດ້ມີການເຄື່ອນໄຫວສະເຫຼີມສະຫຼອງວັນຄົບຮອບດັ່ງກ່າວຢ່າງມີຄວາມໝາຍ, ການນໍາຂັ້ນສູງຂອງສອງພັກ, ລັດ ໄດ້ມີການພົບປະແລກປ່ຽນທາງໄກນໍາກັນເພື່ອປຶກສາກ່ຽວກັບການຮ່ວມມືດ້ານຕ່າງໆເພື່ອປະຕິບັດຕາມເນື້ອໃນຈິດໃຈຂອງຂໍ້ຕົກລົງຂອງການນໍາສູງສຸດຂອງສອງພັກວ່າດ້ວຍແຜນແມ່ບົດກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ໃຫ້ປາກົດຜົນເປັນຈິງໂດຍສະເພາະແມ່ນບັນດາໂຄງການໃຫຍ່ໆທີ່ພວມຈັດຕັ້ງປະຕິບັດດ້ວຍຄວາມຄືບໜ້າເປັນຢ່າງດີເຊັ່ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງເສັ້ນທາງດ່ວນວຽງຈັນ-ວັງວຽງ ແລະບັນດາໂຄງການທີ່ແນໃສ່ປະຕິບັດຍຸດທະສາດການຫັນປະເທດ ສປປ ລາວ ເປັນປະເທດເຊື່ອມໂຍງກັບຍຸດທະສາດໜຶ່ງແລວໜຶ່ງເສັ້ນທາງຂອງ ສປ ຈີນ. 

  ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດລາວໄດ້ແຈ້ງສະພາບການໃນການຕ້ານ, ສະກັດກັ້ນ ແລະຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນປະຈຸບັນ ແລະໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະປະຊາຊົນຈີນທີ່ໄດ້ໃຫ້ການຊ່ວຍເຫຼືອດ້ານການແພດ, ຢຸກຢາ ແລະອຸປະກອນເພື່ອຮັບມືກັບພະຍາດດັ່ງກ່າວ, ພິເສດໄດ້ຕີລາຄາສູງຕໍ່ການທີ່ທ່ານ ລີ້ ຈ້ານຊູ ໄດ້ຕາງໜ້າ, ພັກ, ລັດຖະບານຈີນປະກາດໃຫ້ການຊ່ວຍເຫຼືອຢາວັກແຊງ ຈໍານວນ 5 ແສນໂດສ ໃຫ້ແກ່ ສປປ ລາວຕື່ມອີກເພື່ອຮັບມືກັບພະຍາດໂຄວິດ-19 ໃນປະຈຸບັນ, ທ່ານປະທານສະພາແຫ່ງຊາດລາວໄດ້ຕີລາຄາສູງສາຍພົວພັນລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດໃນໄລຍະທີ່ຜ່ານມາ ແລະໄດ້ປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າໂດຍຈະສືບຕໍ່ປະຕິບັດຕາມຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ, ກໍ່ຄືການຕົກລົງລະຫວ່າງການນໍາຂອງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືກ່ຽວກັບຮູບການ, ວິທີການໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງອົງການນິຕິບັນຍັດຊຶ່ງເປັນການປະກອບສ່ວນເຂົ້າເສີມຂະຫຍາຍສາຍພົວພັນຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ, ທ່ານຍັງໄດ້ສົ່ງຄຳອວຍພອນໄປຍັງພັກກອມມູນິດຈີນເນື່ອງໃນໂອກາດຄົບຮອບ 100 ປີ ຂອງພັກ.

  ທ່ານປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໄດ້ສະແດງຄວາມຊົມເຊີຍ ແລະອວຍພອນທ່ານປະທານສະພາແຫ່ງຊາດລາວທີ່ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດຊຸດທີ IX; ຊົມເຊີຍບັນດາຜົນສຳເລັດອັນຮອບດ້ານຂອງ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາກໍ່ຄືປະຈຸບັນ, ທັງໄດ້ຕີລາຄາສູງຕໍ່ສາຍພົວພັນສອງຝ່າຍໃນດ້ານຕ່າງໆ ແລະ ເຫັນດີຈະຮ່ວມກັບຝ່າຍລາວເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດຂອງສອງປະເທດນັບທັງຂັ້ນສູນກາງ ແລະທ້ອງຖິ່ນ; ທ່ານຍັງໄດ້ແຈ້ງບາງຂໍ້ມູນທີ່ສຳຄັນກ່ຽວກັບພັກກອມມູນິດຈີນເນື່ອງໃນໂອກາດ ຄົບຮອບ 100 ປີ ຂອງພັກກອມມູນິດຈີນ ໃນເດືອນກໍລະກົດທີ່ຈະມາເຖິງ.

ຂ່າວ: ສະພາແຫ່ງຊາດ