ເອຊີລີດາ ທະນາຄານແຫ່ງທຳອິດໃນລາວ ລົງທະບຽນສິນເຊື່ອຜ່ານແອັບພລິເຄຊັ່ນ

   ທະນາຄານ ເອຊີລີດາ ລາວ ຈຳກັດ, ປະຊາທະນາຄານທີ່ທ່ານໄວ້ວາງໃຈ ແລະມີວິໄສທັດໃນການເປັນຜູ້ນຳທາງດ້ານທະນາຄານເພື່ອ SME ໃນ ສປປ ລາວ, ເປັນທະນາຄານແຫ່ງທຳອິດທີ່ໃຫ້ບໍລິການລົງທະບຽນສິນເຊື່ອຜ່ານແອັບພລິເຄຊັ່ນ “ເອຊີລີດາ ໂມບາຍ” ຂອງທະນາຄານເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ທີ່ຕ້ອງການທຶນແຕ່ບໍ່ມີເວລາເຂົ້າມາລົງທະບຽນກູ້ຢືມຢູ່ທີ່ທະນາຄານດັ່ງນັ້ນລູກຄ້າທີ່ນຳໃຊ້ເອຊີລີດາ ໂມບາຍ ຂອງທະນາຄານ ເອຊີລີດາ ລາວ ຈໍາກັດ ທີ່ມີຄວາມຕ້ອງການກູ້ຢືມເງິນກັບທະນາຄານທ່ານສາມາດລົງທະບຽນດ້ວຍຕົນເອງໄດ້ດ້ວຍຂັ້ນຕອນງ່າຍໆ ແລະໄວທີ່ສຸດ.

  ທ່ານ ລັດສະໝີ ຫງວນ ຜູ້ອຳນວຍການໃຫຍ່ທະນາຄານ ເອຊີລີດາລາວ ຈຳກັດ, ກ່າວວ່າ: ທ່າອທ່າອ່ຽງຄວາມຕ້ອງການທຶນຢູ່ລາວຍັງຄົງເພີ່ມຂຶ້ນ ແລະທະນາຄານກໍ່ມີຄວາມພ້ອມໃນການຕອບສະໜອງສິນເຊື່ອໃຫ້ແກ່ລູກຄ້າທຸກລະດັບທີ່ມີຄວາມຕ້ອງການທຶນ ແລະຂະຫຍາຍທຸລະກິດ,ທ່ານຍັງກ່າວເພີ່ມເຕີມອີກວ່າທະນາຄານເອຊີລີດາ ລາວໃຫ້ຄວາມສຳຄັນກັບການໃຫ້ກູ້ຢືມຫຼາກຫຼາຍຮູບແບບສຳລັບ MSMEs ແລະທຸລະກິດຂະໜາດໃຫຍ່ໃນ ສປປ ລາວ ອີກດ້ວຍ.

  ທ່ານ ຖະໜອມຈິດ ວາຣິນທຣະສັກ, ຫົວໜ້າພະແນກສິນເຊື່ອໄດ້ກ່າວວ່າ: ທະນາຄານມີແຫຼ່ງທຶນທີ່ພຽງພໍໃນການໃຫ້ບໍລິການດ້ວຍຄວາມສະດວກ ແລະວ່ອງໄວໃນປີຜ່ານມາທະນາຄານ ເອຊີລີດາ ລາວ ຈຳກັດ ໄດ້ປ່ອຍສິນເຊື່ອໃຫ້ລູກຄ້າຫຼາຍກວ່າ 15.820 ຄອບຄົວ ແລະມີຍອດສິນເຊື່ອທັງໝົດ 1.368 ຕື້ກີບ ແລະໃນປີ 2021 ທະນາຄານມີແຜນການປ່ອຍສິນເຊື່ອ 1.097 ຕື້ກີບໃຫ້ແກ່ທຸກຂະແໜງການໃນທົ່ວປະເທດໃນປະຈຸບັນແຕ່ລະລູກຄ້າໂດຍສະເພາະທຸລະກິດຂະໜາດກາງ ຫຼື ຂະໜາດໃຫຍ່ສາມາດກູ້ຢືມເງິນກັບທະນາຄານ ເອຊີລີດາ ລາວ ໄດ້ເຖິງ 22 ຕື້ກີບ ໂດຍອີງຕາມເງື່ອນໄຂຂອງລູກຄ້າ.

  ຜູ້ປະກອບການ MSMEs ທຸກທ່ານສາມາດກູ້ຢືມໃນວົງເງິນຂະໜາດນ້ອຍ ຫຼືຂະໜາດກາງໄດ້. ທະນາຄານ ເອຊີລີດາ ລາວ ຈຳກັດ ເປັນທະນາຄານແຫ່ງທຳອິດໃນ ສປປ ລາວ ທີ່ລູກຄ້າສາມາດລົງທະບຽນກູ້ຢືມຜ່ານແອັບເອຊີລີດາໂມບາຍຂອງທະນາຄານໄດ້ທຸກເວລາ “ຊຶ່ງທະນາຄານໃຫ້ບໍລິການສິນເຊື່ອແກ່ລູກຄ້າດ້ວຍຄວາມວ່ອງໄວ ແລະໂປ່ງໃສ” ທ່ານໄດ້ກ່າວເພີ່ມ.

  ປະຈຸບັນ, ລູກຄ້າຫຼາຍກວ່າ 73 ພັນຄົນ ທີ່ນໍາໃຊ້ເອຊີລີດາໂມບາຍປຽບເໝືອນທະນາຄານໃນມືຊຶ່ງລູກຄ້າສາມາດເຮັດທຸລະກຳຕ່າງໆໄດ້ທຸກວັນທຸກທີ່ທຸກເວລາດ້ວຍຟັງຊັ່ນທີ່ຫາກຫຼາຍເປັນຕົ້ນແມ່ນການຊຳລະຜ່ານ QR Code, ການໂອນເງິນ, ການຊຳລະຄ່າສາທາລະນຸປະໂພກ (ນໍ້າປະປາ, ໂທລະຄົມ ແລະອື່ນໆ), ການຊຳລະງວດຂອງອີອອນ, ສະຖາບັນການເງິນໂຊກໄຊພລູເດັນໂຊລ ປະກັນໄພຊີວິດ, ລົງທະບຽນຂໍກູ້ຢືມສິນເຊື່ອ,ກວດການເຄື່ອນໄຫວບັນຊີ, ອັດຕາແລກປ່ຽນ ແລະຂໍ້ມູນທີ່ກ່ຽວຂ້ອງອື່ນໆ.

   ໃນລະດັບພູມີພາກ, ກຸ່ມເອຊີລີດາມີທະນາຄານ ເອຊີລີດາ ມະຫາຊົນ ຊຶ່ງເປັນບໍລິສັດແມ່ ແລະມີ 4 ບໍລິສັດລູກທີ່ດຳເນີນທຸລະກິດໃນປະເທດກຳປູເຈຍ, ລາວ ແລະມຽນມາ ກຸ່ມເອຊີລີດາມີຊັບສິນລວມທັງໝົດຫຼາຍກວ່າ 6,6 ຕື້ໂດລາສະຫະລັດ, 319 ສຳນັກງານ, ຕູ້ເອທີເອັມ 845 ໜ່ວຍ ແລະໃຫ້ບໍລິການລູກຄ້າຫຼາຍລ້ານຄົນ ແລະບໍລິການໂອນເງິນໄປທົ່ວໂລກ.