JDB ມອບເງິນສົດ ແລະເຄື່ອງມູນຄ່າ 40 ລ້ານກີບ ຊ່ວຍກົມ 213 ຕ້ານໂຄວິດ-19

   ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃນການຄວບຄຸມ ແລະປ້ອງກັນພະຍາດໂຄວິດ-19.

 ໃນຕອນເຊົ້າຂອງວັນທີ 28 ພຶດສະພາ 2021 ທີ່ກົມ 213 ກະຊວງປ້ອງກັນປະເທດ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາພ້ອມດ້ວຍຄະນະ, ໄດ້ນໍາເອົາເງິນສົດ ຈໍານວນ 20 ລ້ານກີບ ແລະ ຜ້າອັດປາກ 20 ແກັດ, ເຈວລ້າງມື 5 ແກັດ ມູນຄ່າ 20 ລ້ານກີບ, ລວມມູນຄ່າການຊ່ວຍເຫຼືອທັງໝົດ 40 ລ້ານກີບ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການຕໍ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ກົມ 213 ກະຊວງປ້ອງກັນປະເທດ, ທັງເປັນການສະໜັບສະໜູນສ້າງຄວາມເຂັ້ມແຂງໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີມີປະສິດທິຜົນ.

  ເປັນກຽດກ່າວຮັບໂດຍທ່ານ ພົນຕີ ທອງວັນ ຈັນທະວົງ ຄະນະພັກກະຊວງເລຂາຄະນະພັກອົງການກົມຫົວໜ້າກົມ 213 ພ້ອມນີ້ທ່ານຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ແລະຜູ້ບໍລິຫານທະນາຄານຮ່ວມພັດທະນາທີ່ໄດ້ມີນໍ້າໃຈອັນສູງສົ່ງເຫັນໄດ້ຄວາມຈໍາເປັນໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃຫ້ການຊ່ວຍເຫຼືອທາງດ້ານວັດຖຸ ແລະປັດໃຈໃນຄັ້ງນີ້ຊຶ່ງເປັນການປະກອບສ່ວນທີ່ສໍາຄັນໃນການສະໜັບສະໜູນຄວບຄຸມ ແລະຕ້ານການລະບາດຂອງພະຍາດໂຄວິດ-19 ຂອງກົມກອງຂອງພວກເຮົາ.

  ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນນາຍ ແລະພົນທະຫານຕະຫຼອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວສັງຄົມຈົ່ງເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນໃນການເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ຢ່າງເຂັ້ມງວດໂດຍເລີ່ມຈາກຄວາມເປັນເຈົ້າການຂອງຕົນເອງ, ຄອບຄົວ, ຊຸມຊົນ ແລະ ການຈັດຕັ້ງທຸກຂັ້ນເພື່ອປະກອບສ່ວນເຮັດໃຫ້ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງນີ້ໄດ້ໂດຍໄວ ແລະທ່ານຍັງອວຍພອນໃຫ້ທຸລະກິດຂອງທະນາຄານຮ່ວມພັດທະນາໃຫ້ມີຄວາມຈະເລີນຮຸງເຮືອງຂຶ້ນໄປເລື້ອຍ.

ຂ່າວ: ຄໍາຕົ້ນ ວໍລະຈັກ