ຂ່າວດີ ລັດຫຼຸດຄ່າໄຟ 3% ຊ່ວຍປະຊາຊົນພົ້ນໂຄວິດ

 ລັດວິສາຫະກິດໄຟຟ້າລາວ ປະຕິບັດນະໂຍບາຍ, ຫຼຸດຄ່າກະແສໄຟຟ້າພາກທີ່ຢູ່ອາໄສ 3% ຂອງມູນຄ່າໃບບິນທັງໝົດໃນເດືອນພຶດສະພາ ຫາ ເດືອນກໍລະກົດ 2021 ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ19 ຮອບທີ 2 ທີ່ເກີດຂຶ້ນຢູ່ລາວໃນປະຈຸບັນນີ້ຊຶ່ງການປະຕິບັດດັ່ງກ່າວຈະເຮັດໃຫ້ໄຟຟ້າຂາດທຶນ 6 ຕື້ກວ່າກີບຕໍ່ເດືອນ.

 ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ການຫຼຸດຄ່າກະແສໄຟຟ້າພາກທີ່ຢູ່ອາໄສ 3% ໃນຄັ້ງນີ້ຖືເປັນການປະກອບສ່ວນເພື່ອຊ່ວຍຫຼຸດຜ່ອນຜົນກະທົບຂອງປະຊາຊົນລາວບັນດາເຜົ່າຈາກການລະບາດຂອງພະຍາດໂຄວິດ-19, ຊຶ່ງລັດວິສາຫະກິດໄຟຟ້າລາວມີຄວາມສາມາດຫຼຸດໄດ້ເທົ່ານີ້ເພາະຍັງມີໜີ້ສິນທີ່ຕ້ອງຈ່າຍຈຳນວນຫຼາຍ, ສະເພາະການປະຕິບັດນະໂຍບາຍຫຼຸດຄ່າກະແສໄຟຟ້າດັ່ງກ່າວນີ້ຈະເຮັດໃຫ້ລັດວິສາຫະກິດໄຟຟ້າລາວຂາດທຶນເດືອນລະ 6 ຕື້ກວ່າກີບ ໂດຍບໍ່ໄດ້ລວມການຂາດທຶນອື່ນໆທີ່ມີຢູ່ແລ້ວ.

  ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວກ່າວຕື່ມວ່າ: ການຫຼຸດຄ່າກະແສໄຟຟ້າຄັ້ງນີ້ເຖິງວ່າບໍ່ຫຼາຍ ແລະບໍ່ຖືກໃຈຂອງຫຼາຍຄົນແຕ່ຖືເປັນການປະກອບສ່ວນສໍາຄັນຂອງລັດວິສາຫະກິດໄຟຟ້າລາວທີ່ມີຕໍ່ປະຊາຊົນກໍ່ຄືຜູ້ຊົມໃຊ້ກະແສໄຟຟ້າໃນລາວທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນທ່າມກາງສະພາບທີ່ລັດວິສາຫະກິດໄຟຟ້າລາວມີໜີ້ສິນທີ່ຕ້ອງຈ່າຍເປັນຈໍານວນຫຼາຍ.

ຂ່າວ: ມົດແດງນ້ອຍ