ນະຄອນໄກສອນ ແກ້ສຸກເສີນຮ່ອງລະບາຍນໍ້າຖະໜົນສັນຕິສຸກ

   ເພື່ອເຮັດໃຫ້ເທສະບານ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມີຄວາມສະອາດສວຍງາມດັ່ງນັ້ນໃນວັນທີ 26 ພຶດສະພາ 2021 ນີ້, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມຄະນະ, ຊຶ່ງປະກອບມີ: ຫົວໜ້າຫ້ອງການ ອພບຕ ນະຄອນ, ຮອງຫົວໜ້າຫ້ອງວ່າການນະຄອນ, ມີອໍານາດການປົກຄອງບ້ານນາເລົ່າ.

 ເນື່ອງຈາກສະພາບຝົນຕົກໜັກເຮັດໃຫ້ຮ່ອງລະບາຍນໍ້າໃນທົ່ວນະຄອນທີ່ຖືກອຸດຕັນ ຊຶ່ງເຮັດໃຫ້ນໍ້າລົ້ນຖະໜົນ ແລະຖ້ວມຂັງບ້ານເຮືອນປະຊາຊົນໃນເວລາຝົນຕົກໜັກດັ່ງນັ້ນທາງຫ້ອງການ ອພບຕ ນະຄອນ ໂດຍໄດ້ນໍາເອົາລົດກົນຈັກໄດ້ສົມທົບກັບແຮງງານຂອງປະຊາຊົນບ້ານນາເລົ່າທີ່ຕື່ນຕົວເປັນເຈົ້າການຢາກແກ້ໄຂບັນຫານໍ້າຖ້ວມຂັງໃນລະດູຝົນທີ່ຊໍ້າເຮື້ອມາແຕ່ລະປີຊຶ່ງແມ່ນໄດ້ຈົກຂື້ເຫຍື້ອອອກຈາກຄອງຮ່ອງລະບາຍນໍ້າ, ເພື່ອເຮັດໃຫ້ນໍ້າໄຫຼສະດວກຂຶ້ນຕື່ມ.

    ໂອກາດການລົງຕິດຕາມໃນຄັ້ງນີ້ທ່ານເຈົ້ານະຄອນໄກສອນ ພົມວິຫານ ໄດ້ເນັ້ນໜັກໃຫ້ຫ້ອງການ ອພບຕ ນະຄອນໃຫ້ເອົາໃຈໃສ່ຂຶ້ນຕື່ມໃນການແກ້ໄຂບັນຫາຮ່ອງລະບາຍນໍ້າທີ່ອຸດຕັນໃນທົ່ວນະຄອນທີ່ເຮັດໃຫ້ນໍ້າຖ້ວມຂັງໄຫຼບໍ່ສະດວກ ແລະເພື່ອໃຫ້ນະຄອນມີຄວາມສວຍງາມໃຫ້ນະຄອນໄກສອນ ພົມວິຫານ ໃຫ້ໄດ້ຄາດໝາຍ 6 ສໍຄື: ສ ສະອາດ, ສໍສະຫງົບ, ສໍສີຂຽວ, ສໍສະຫວ່າງ, ສໍສະເໜ ແລະສໍສີວິໄລໃຫ້ປາກົດຜົນເປັນຈິງໄປເທື່ອລະກ້າວ.

ຂ່າວ: ນະຄອນ ໄກສອນ ພົມວິຫານ