ລ້ານຊ້າງ ມີເນໂຣນສ໌ ຊຸກຍູ້ໜ່ວຍກູ້ໄພ

   ໃນອາທິດຜ່ານມາ, ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງເຊໂປນ ໄດ້ບໍລິຈາກ 60 ລ້ານກີບໃຫ້ແກ່ໜ່ວຍກູ້ໄພໃນນະຄອນຫຼວງວຽງຈັນ ແລະແຂວງສະຫວັນນະເຂດ ເພື່ອສະໜັບສະໜູນຄວາມອາດສາມາດໃນການຮັບມືກັບເຫດສຸກເສີນ.

   ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ (ຫຼື ໜ່ວຍກູ້ໄພ 1623), ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ (ຫຼື ໜ່ວຍກູ້ໄພ 1624) ແລະໜ່ວຍກູ້ໄພແຂວງສະຫວັນນະເຂດແມ່ນໄດ້ຮັບ 20 ລ້ານກີບ ຕໍ່ພາກສ່ວນເພື່ອສະໜັບສະໜູນວຽກງານຮັບມືເຫດການສຸກເສີນໃນໄລຍະການລະບາດຂອງພະຍາດ COVID-19 ໃນ ສປປ ລາວ.

  ໃນຂະນະທີ່ ສປປ ລາວ ຮັບມືກັບຄື້ນທີສອງຂອງການລະບາດພະຍາດ COVID-19 ໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ ແລະແຂວງອື່ນໆ, ໜ່ວຍກູ້ໄພແມ່ນໄດ້ຊ່ວຍທີມງານແພດໝໍໃນການສົ່ງຜູ້ຕິດເຊື້ອໄປ-ກັບຈາກໂຮງໝໍຊຶ່ງເປັນວຽກງານເພີ່ມຕື່ມຈາກອຸປະຕິເຫດ ແລະເຫດການສຸກເສີນທີ່ໜ່ວຍກູ້ໄພໄດ້ຮັບມືທັງເວັນ ແລະຄືນໃນທຸກໆວັນຕະຫຼອດປີ.

  ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ລຊມລ ກ່າວວ່າ: “ໃນໄລຍະວິກິດນີ້ພວກເຮົາບໍ່ຄວນລືມພະນັກງານປະຈັນບານແນວໜ້າກໍຄືໜ່ວຍກູ້ໄພ,ພວກເຮົາມີຄວາມຍິນດີທີ່ໄດ້ຊ່ວຍບັນດາອາສາສະໝັກເຫຼົ່ານີ້ຜູ້ທີ່ເຮັດວຽກແນວໜ້າທັງເວັນທັງຄືນໃນໄລຍະຫຍຸ້ງຍາກນີ້ເພື່ອປົກປ້ອງຊຸມຊົນຂອງພວກເຮົາຈາກພະຍາດ COVID19.”

   ໃນເດືອນຜ່ານມາ, LXML ໄດ້ມອບ 1 ແສນໂດລາ ໃຫ້ແກ່ລັດຖະບານລາວເພື່ອສະໜັບສະໜູນວຽກງານຮັບມືກັບການລະບາດພະຍາດ COVID-19 ໃນ ສປປ ລາວ.

   ນອກຈາກນັ້ນ, ລຊມລ ຍັງໄດ້ສະໜອງ 10 ພັນໂດລາ ໃຫ້ແກ່ແຂວງສະຫວັນນະເຂດເພື່ອສ້າງຫ້ອງນໍ້າຢູ່ສູນຈຳກັດບໍລິເວນ.

  ການປະກອບສ່ວນເຫຼົ່ານີ້ຈະຍົກລະດັບຄວາມອາດສາມາດຂອງລັດຖະບານລາວໃນການສະໜອງວັກແຊງຢ່າງມີປະສິດທິຜົນ ແລະນຳໃຊ້ມາດຕະການປ້ອງກັນອື່ນໆ.

  ໃນສອງອາທິດຜ່ານມາ, ລຊມລ ໄດ້ສັກວັກແຊງໃຫ້ແກ່ພະນັກງານ 2,5 ພັນຄົນ ເພື່ອຮັບປະກັນໃຫ້ພະນັກງານ ລຊມລ ແລະຊຸມຊົນເຈົ້າພາບປອດໄພຈາກພະຍາດ COVID-19.