ພະນັກງານ 6 ບໍລິສັດ ສັກວັກແຊງກັນໂຄວິດ

 ເພື່ອເປັນການເລັ່ງມາດຕະການໃນການຜ່ອນຜັນຕໍ່ບັນດາມາດຕະການຕ່າງໆໃຫ້ໄວຂຶ້ນກວ່າເກົ່າ, ອີກຢ່າງກໍ່ເພື່ອສ້າງຄວາມເຊື່ອໝັ້ນຕໍ່ນັກລົງທຶນທີ່ເຂົ້າມາລົງທຶນຢູ່ໃນເຂດເສດຖະກິດພິເສດສະຫວັນນະເຂດ, ດັ່ງນັ້ນໃນວັນເສົາ, ວັນທີ 22 ພຶດສະພາ 2021 ຜ່ານມານີ້, ຄະນະກຳມະການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດເຊິ່ງນຳໂດຍທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການ,ທ່ານ ປອ ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍທີມແພດໄດ້ລົງສັກຢາວັກແຊງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານ, ກຳມະກອນຢູ່ໃນເຂດດັ່ງກ່າວໄດ້ທັງໝົດຈຳນວນ 763 ຄົນ, ໃນນັ້ນ ເຂັມທີ 1 ມີຈຳນວນ 725 ຄົນ ແລະເຂັມທີ 2 ມີຈຳນວນ 36 ຄົນ, ຂອງຈຳນວນພະນັກງານທັງໝົດ 2.000 ກວ່າຄົນໃນທົ່ວເຂດເສດຖະກິດພິເສດ, ໃນອາທິດຕໍ່ໄປຍັງຈະໄດ້ມີການລົງສັກໃຫ້ຄົບໝົດທຸກຄົນ. ຊຶ່ງຢາທີ່ນຳມາສັກໃນຄັ້ງນີ້ເປັນຢາວັກແຊງຊີໂນຟາມ.

  ທ່ານ ຕີ ຊີ ເຊັງ ຜູ້ອຳນວຍການບໍລິສັດ ສະຫວັນປາກ ແລະທ່ານ ຊອງ ປີແອ ຜູ້ອຳນວຍການບໍລິສັດ ສະຫວັນໂລຈິດສ໌ຕິກ ໄດ້ແຈ້ງໃຫ້ຮູ້ວ່າ: ໃນມື້ນີ້ພວກເຮົາໄດ້ມີພະນັກງານທີ່ຈະມາສັກຢາວັກແຊງປ້ອງກັນພະຍາດໂຄວິດ-19 ຈຳນວນ 700 ກວ່າຄົນ, ຈາກ 6 ບໍລິສັດຄື: ບໍລິສັດສະຫວັນປາກ, ບໍລິສັດສະຫວັນໂລຈິດສ໌ຕິກ, ບໍລິສັດ ເຄພີວິວ, ບໍລິສັດ ມິດຊູຊຸ, ບໍລິສັດ ເອັດຊີລໍ ແລະບໍລິສັດ ຝອດຊິດຕີ້. ດັ່ງນັ້ນມາໃນມື້ນີ້ທາງພວກເຮົາ ຈຶ່ງໄດ້ສະເໜີມາຍັງຄະນະກຳມະການສະເພາະກິດຂອງແຂວງ ນຳເອົາທີມແພດມາຕັ້ງຈຸດ ສັກຢາກັບທີ່ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ພະນັກງານທີ່ມາເຮັດວຽກ ແລະເພື່ອເປັນການຄວບຄຸມຈຳນວນໄດ້ສະດວກຂຶ້ນເພາະຢູ່ໃນເຂດເສດຖະກິດພິເສດສະຫວັນນະເຂດ,ເພາະຍັງມີພະນັກງານຈຳນວນຫຼວງຫຼາຍທີ່ຍັງບໍ່ໄດ້ຮັບການສັກຢາວັກແຊງ. ດັ່ງນັ້ນມານະໂອກາດນີ້ພວກຂ້າພະ ເຈົ້າຕາງໜ້າໃຫ້ແກ່ພະນັກງານທຸກຄົນທີ່ຢູ່ໃນເຂດເສດຖະກິດພິເສດແຫ່ງນີ້ຂໍຂອບໃຈມາຍັງພາກລັດທຸກພາກສ່ວນທີ່ໄດ້ອຳນວຍຄວາມສະດວກໃນຄັ້ງນີ້.