ຫຼວງພະບາງ ເລັ່ງເກັບກ່ຽວພືດລະດູແລ້ງ ກຽມປູກພືດລະດູຝົນ

    ຊາວກະສິກອນແຂວງຫຼວງພະບາງໂດຍສະເພາະແມ່ນຊາວສວນທີ່ປູກພືດລະດູແລ້ງເປັນຕົ້ນແມ່ນປູກເຂົ້ານາແຊງ ແລະປູກພືດຜັກຕ່າງໆແມ່ນກໍາລັງເລັ່ງເກັບຜົນຜະລິດຫຼັງຈາກສໍາເລັດແລ້ວແມ່ນຈະໄດ້ວາງແຜນກຽມຄວາມພ້ອມໃນການຜະລິດລະດູຝົນຕໍ່ເພື່ອໃຫ້ທັນກັບລະດູການ ແລະໃຫ້ໄດ້ຮັບຜົນຜະລິດເຕັມສະມັດຕະພາບ.

 ທ່ານ ສີວອນ ວົງຄໍາຈັນ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງຫຼວງພະບາງໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມເສດຖະກິດ-ສັງຄົມປະຈຳແຂວງວ່າງບໍ່ດົນນີ້ວ່າ: ປະຈຸບັນແມ່ນເປັນໄລຍະຂອງການເກັບກ່ຽວຜົນຜະລິດເປັນຕົ້ນແມ່ນກໍາລັງເກັບກ່ຽວເຂົ້ານາແຊງ ແລະພືດປະເພດຕ່າງໆ ເພື່ອໃຫ້ທັນກັບລະດູການ ແລະໃຫ້ຜົນຜະລິດໄດ້ເຕັມສະມັດຕະພາບໃນການປູກພືດລະດູແລ້ງ ແລະວາງແຜນການຜະລິດລະດູຝົນໃນປີ 2021 ນີ້.

  ສໍາລັບການຜະລິດເຂົ້ານາແຊງປີ 2021 ນີ້ຕາມແຜນການປີແມ່ນຈະປູກໃຫ້ໄດ້ 1,8 ພັນເຮັກຕາ,ປະຕິບັດໄດ້ຕົວຈິງປູກໄດ້ 16 ພັນເຮັກຕາ,ຜະລິດຕະພາບ 4,51 ໂຕນຕໍ່ເຮັກຕາ, ຜົນຜະລິດ 8,21 ພັນໂຕນ, ປະຈຸບັນເກັບກ່ຽວເຂົ້ານາແຊງໄດ້ 35% ໃນເນື້ອທີ່ເກັບກ່ຽວ 520,67 ເຮັກຕາ.

  ສ່ວນການປູກພືດຕ່າງໆໃສ່ທົ່ງນາ ແລະແຄມນໍ້າທົ່ວໄປກວມເນື້ອທີ່ 6,4 ພັນເຮັກຕາ, ຜະລິດຕະພາບສະເລ່ຍ 5,53 ໂຕນຕໍ່ເຮັກຕາ,ຜົນຜະລິດ 35,91 ພັນໂຕນ, ທຽບໃສ່ແຜນການລື່ນ 4,32% ໃນນັ້ນມີພືດສະບຽງອາຫານມີ 5,2 ພັນເຮັກຕາ, ຜະລິດຕະພາບສະເລ່ຍ 6,01 ໂຕນຕໍ່ເຮັກຕາ, ຜົນຜະລິດ 31,32 ພັນໂຕນ, ທຽບໃສ່ແຜນການລື່ນ 7,3%, ພືດສິນຄ້າມີ 1,1 ພັນເຮັກຕາ, ຜະລິດຕະພາບສະເລ່ຍ 3,13 ໂຕນຕໍ່ເຮັກຕາ, ຜົນຜະລິດ 3,45 ພັນໂຕນ, ທຽບກັບແຜນການ ແມ່ນຫຼຸດ 6%, ພືດທາດແປ້ງມີ 136,2 ເຮັກຕາ, ຜະລິດຕະພາບສະເລ່ຍ 8,34 ໂຕນຕໍ່ເຮັກຕາ, ຜົນຜະລິດ 1,13 ພັນໂຕນ, ທຽບກັບແຜນການແມ່ນຫຼຸດ 12,12% ແລະເນືອທີ່ປູກດອກດາວເຮືອງມີ 36,53 ເຮັກຕາ,ຜະລິດຕະພາບສະເລ່ຍ 40 ກີໂລຕໍ່ເຮັກຕາ, ຜົນຜະລິດ 1,5 ໂຕນ, ທຽບກັບແຜນການລື່ນ 11%.

   ທ່ານກ່າວຕື່ມອີກວ່າ: ໃນໄລຍະຂອງການລະບາດເຊື້ອພະຍາດໂຄວິດ-19 ນີ້ສະເໜີໃຫ້ຊາວກະສິກອນແຂວງຫຼວງພະບາງຢ່າແຕກຕື່ນ ແລະໃຫ້ຮັກສາສຸຂະພາບ,ເອົາ ໃຈໃສ່ປູກຜັກ-ພືດທັນຍາຫານຕ່າງໆໃຫ້ຫຼາຍເພື່ອສະໜອງທ້ອງຕະຫຼາດພາຍໃນແຂວງຫຼວງພະບາງໃຫ້ພຽງພໍ ແລະເລັ່ງເກັບກ່ຽວຜົນຜະລິດໃນລະດູແລ້ງໃຫ້ທັນການເພື່ອສຶບຕໍ່ວາງແຜນໃນການຜະລິດລະດູຝົນທີ່ຈະມາຮອດຕື່ມອີກ.

ຂ່າວ: ສີສຸວັນ