ການນຳເມືອງວັງວຽງ ມອບເຄື່ອງຊ່ວຍເຫຼືອປະຊາຊົນ

   ວັນທີ18 ພຶດສະພາ 2021 ນີ້ ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງໆວັງວຽງ ພ້ອມດ້ວຍຮອງເລຂາ, ຄະນະປະຈຳ, ກຳມະການພັກເມືອງ ແລະທ່ານ ບຸນພັນ ວົງສຳພັນ ປະທານສະມາຄົມນັກທຸລະກິດໜຸ່ມເມືອງວັງວຽງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ພໍ່ແມ່ປະຊາຊົນ ແລະລູກຫຼານຊາວເມືອງວັງວຽງແຂວງວຽງຈັນທີ່ກໍາລັງເຝົ້າລະວັງ, ປ້ອງກັນ ແລະຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

   ສຳລັບເຄື່ອງນຳມາມອບໃຫ້ແກ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງວຽງຈັນ, ໂຮງຮຽນວິທະຍາໄລເຕັກນິກແຂວງວຽງຈັນ (ສາຂາວັງວຽງ), ໜ່ວຍກູ້ໄພ 1623 ປະຈຳເມືອງວັງວຽງເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີນໍ້າດື່ມ, ໝີ່ໄວໆ, ຜ້າອັດປາກ, ເຈວລ້າງມື, ແຟບ, ປ໋ອງປາ, ແຊມພູ, ໄຂ່ໄກ່, ເຂົ້າຈ້າວ, ສະກ໋ອດລ້າງຖ້ວຍ ຊຶ່ງຈຳນວນເຄື່ອງດັ່ງກ່າວແມ່ນໄດ້ແບ່ງມອບໃຫ້ 3 ຈຸດຄື: ໄດ້ມອບໃຫ້ໂຮງຮຽນວິທະຍາໄລເຕັກນິກແຂວງວຽງຈັນ (ສາຂາວັງວຽງ), ມີນໍ້າດື່ມຈຳນວນ 3 ແກັດ, ໜີ່ໄວໆຈຳນວນ1 ແກັດ, ຜ້າອັດປາກຈຳນວນ 1 ກັບ, ເຈວລ້າງມື 1 ກ່ອງ, ແຟບ 1 ຖົງໃຫຍ່, ປ໋ອງປາ1 ແພັກ, ແຊມພູ 20 ຫໍ່, ໄຂ່ໄກ່ 3 ແຕະ, ເຂົ້າຈ້າວ 4 ຖົງ,

ສະກ໋ອດລ້າງຖ້ວຍ 3 ອັນ, ມອບໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າມີນໍ້າດື່ມ ຈຳນວນ 25 ແກັດ, ໝີ່ໄວໆຈຳນວນ 20 ແກັດ ໃຫຍ່, ຜ້າອັດປາກຈຳນວນ 10 ກັບ, ເຈວລ້າງມື 2 ກ່ອງ, ແຟບ 6ຖົງໃຫຍ່, ປ໋ອງປາ 8 ແພັກ, ແຊມພູ 2 ຖົງໃຫຍ່, ໄຂ່ໄກ່ 16 ແຕະ, ເຂົ້າຈ້າວ 20 ຖົງ, ສະບູ 6 ແພັກ, ເຈ້ຍທິຊູ 2 ຖົງແລະມອບໃຫ້ໜ່ວຍກູ້ໄພ 1623 ປະຈຳເມືອງວັງວຽງ ປະກອບມີ: ນໍ້າດື່ມຈຳນວນ 5 ແກັດ, ໝີ່ໄວໆຈຳນວນ 3 ແກັດ, ຜ້າອັດປາກຈຳນວນ 5 ກັບ, ເຈວລ້າງມື 6 ກ່ອງ, ແຟບ 1 ຖົງໃຫຍ່, ປ໋ອງປາ 3 ແພັກ, ໄຂ່ໄກ່ 4 ແຕະ.