ເປີດໃຊ້ເວັບໄຊ ກ່ຽວກັບສຸຂະພາບຈະເລີນພັນ

  ສູນແມ່ ແລະເດັກກະຊວງສາທາລະນະສຸກຮ່ວມກັບອົງການສາກົນບໍລິການປະຊາຊົນໄດ້ຈັດພິທີເປີດນໍາໃຊ້ເວັບໄຊ ແລະສື່ສັງຄົມອອນລາຍກ່ຽວກັບສຸຂະພາບ ຈະເລີນພັນ,ການວາງແຜນຄອບຄົວຮັກມີແຜນໃນວັນທີ 5 ມິີນາ 2019 ທີ່ສູນແມ່ ແລະເດັກກະຊວງສາທາລະນະສຸກ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະສິ່ງແວດລ້ອມ, ທ່ານ ດຣ ອານົນ ເຊືອກວົງສາ ຫົວໜ້າສູນສຸຂະພາບແມ່ ແລະເດັກ, ທ່ານ ສີຫາມະໂນ ບັນນະວົງ ຮອງຜູ້ອໍານວຍການ PSI/Lao, ມີຜູ້ຕາງໜ້າຈາກສູນກາງຊາວໜຸ່ມ, ສະຫະພັນແມ່ຍິງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ເວັບໄຊ “ຮັກມີແຜນ” ສ້າງຂຶ້ນໂດຍການຮ່ວມມືຂອງສູນແມ່ ແລະເດັກກະຊວງສາທາລະນະສຸກ ແລະອົງການສາກົນບໍລິການປະຊາຊົນ ຫຼື PSI/Lao ຊຶ່ງ ເປັນເວັບໄຊແຫຼ່ງການຮວບຮວມຂໍ້ມູນ, ຕອບສະໜອງຂໍ້ມູນຂ່າວສານ ແລະ ໃຫ້ຄໍາປຶກສາດ້ານສຸຂະພາບຈະເລີນພັນໃຫ້ແກ່ໄວໜຸ່ມ ແລະ ປະຊາຊົນລາວໄດ້ເຂົ້າເຖິງຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ແລະ ສະດວກສະບາຍໂດຍຜ່ານເວັບໄຊ, ວິດີໂອ ແລະສື່ສັງຄົມອອນລາຍ www.hukmiplan.com ແລະ Face book Page/hukmiplan. ເວັບໄຊຮັກມີແຜນປະກອບດ້ວຍຂໍ້ມູນກ່ຽວກັບສຸຂະພາບຈະເລີນພັນ, ການວາງແຜນ, ການມີຊີວິດທີ່ປອດໄພ ແລະສຸຂະ ພາບດີ, ສິດທິທາງເພດ, ຮູບແບບຕ່າງໆຂອງວິທີຄຸມກໍາເນີດ, ສິ່ງທີ່ຄວນປະຕິບັດເວລາຖືພາ ແລະຍັງເປັນບ່ອນທີ່ສາມາດສອບຖາມກ່ຽວກັບບັນຫາຕ່າງໆກ່ຽວກັບສຸຂະພາບຈະເລີນພັນ, ພ້ອມນີ້ໃນເວັບໄຊຍັງມີວິດີໂອກ່ຽວກັບການວາງແຜນຄອບຄົວ, ສຸຂະພາບຈະເລີນພັນຈໍານວນ 21 ເລື່ອງ 5 ພາສາຄື: ພາ ສາລາວ, ມົ້ງ, ກຶມມຸ, ລະແວ ແລະພາ ສາອາຂ່າລວມທັງໝົດມີ 105 ວິດີໂອ.

  ນອກຈາກນີ້ຍັງມີ Inbox Facebook messengers ແລະໝາຍເລກໂທລະສັບສາຍດ່ວນ 020 555 66617 ທີ່ໃຫ້ຄໍາປຶກສາກ່ຽວກັບການລຸລູກແບບປອດໄພ, ດູແລຫຼັງການລຸລູກພ້ອມທັງໃຫ້ຄໍາປຶກສາກ່ຽວກັບການວາງແຜນຄອບຄົວໃຫ້ກັບໄວໜຸ່ມທຸກໆຄົນ. ທັງນີ້ກໍເພື່ອເຮັດໃຫ້ບຸກຄົນໃນຫຼາກຫຼາຍຊົນເຜົ່າໃນທົ່ວປະເທດໄດ້ມີໂອກາດເຂົ້າເຖິງຂໍ້ມູນຂ່າວສານດ້ານສຸຂະພາບຈະເລີນພັນໄດ້ຢ່າງວ່ອງໄວ, ສະດວກສະບາຍ, ແນໃສ່ເພື່ອສ້າງ ແລະ ເສີມຂະຫາຍການຍອມຮັບ ແລະ ໂອ້ລົມກ່ຽວກັບສຸຂະພາບຈະເລີນພັນໃນສັງຄົມໄດ້ຫຼາຍຂຶ້ນ, ເພື່ອໃຫ້ທຸກຄົນສາມາດຮຽນຮູ້ວິທີປ້ອງກັນ ແລະ ການມີເພດສໍາພັນແບບ ປອດໄພ, ຫຼີກເວັ້ນການຖືພາແບບບໍ່ຕັ້ງໃຈ ແລະ ພະຍາດຕິດຕໍ່ທາງເພດສໍາພັນ, ເພື່ອໃຫ້ໄວໜຸ່ມຍິງ-ຊາຍ ເຂົ້າໃຈກ່ຽວກັບສິດທິທາງເພດ.

ຂ່າວ: ກິ່ງລັດຕະນະ