ຝືກອົບຮົມວຽກໃຫ້ນະໂຍບາຍສົ່ງເສີມລົງທຶນ

  ກອງປະຊຸມຝຶກອົບຮົມວຽກງານການໃຫ້ນະໂຍບາຍສົ່ງເສີມການລົງທຶນ ແລະເຜີຍແຜ່ບາງມະຕິກໍາລຸ່ມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ສະ ບັບປັບປຸງປີ 2016 ໄດ້ຈັດຂຶ້ນໃນວັນທີ 5 ມີນາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົ ນຕີກະຊວງແຜນການ ແລະການລົງທຶນ, ທ່ານ ນາງ ແສງເດືອນ ໄຊຍະສອນ ຫົວໜ້າພະແນກ, ກົມສົ່ງເສີມການລົງທຶນກະຊວງແຜນການ ແລະ ການລົງ ທຶນ, ທ່ານ ໜອນແກ້ວ ດາລາວົງ ຮອງຫົວໜ້າພະແນກ, ກົມພາສີກະຊວງການເງິນ, ທ່ານ ກິນົນ ຂຸນວິສິດ ຫົວໜ້າພະແນກກົມອຸດສາຫະກໍາ ແລະການຄ້າ, ມີບັນດາຫົວໜ້າ, ຮອງກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ນາງ ຄໍາຈັນ ວົງແສນບູນ ກ່າວວ່າ: ໂດຍອີງຕາມແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ, ພັກໄດ້ດໍາເນີນນະໂຍບາຍເປີດປະຕູສູ່ພາຍນອກ ໃນຊຸມປີ 80 ເພື່ອດຶງດູດການລົງທຶນ ຈາກຕ່າງປະເທດ ແລະສະພາແຫ່ງຊາດກໍໄດ້ຮັບຮອງເອົາກົດໝາຍວ່າດ້ວຍການສົ່ງເສີມການລົງມຶນຕ່າງປະເທດສະບັບ ທໍາອິດ ໃນປີ 1989, ນັບຈາກນັ້ນມາກໍ ໄດ້ມີການປັບປຸງເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງໃນແຕ່ລະໄລຍະ, ໃນປີ 2016 ໄດ້ປັບປຸງເປັນຄັ້ງທີ 4 ຊຶ່ງຜ່ານ ການຮັບຮອງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 17 ພະຈິກ 2016.

   ພາຍຫຼັງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບປັບປຸງປີ 2016 ໄດ້ຖືກຮັບຮອງໂດຍສະພາແຫ່ງຊາດ. ກະຊວງແຜນການ ແລະ ການລົງທຶນໄດ້ ຈັດຕັ້ງ ແລະຜັນຂະຫຍາຍໂດຍສ້າງນິ ຕິກໍາລຸ່ມກົດໝາຍສໍາເລັດແລ້ວ 11 ສະ ບັບ ແລະກຳລັງສ້າງນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງເພື່ອໃຫ້ມີຂໍ້ສະດວກແກ່ນັກທຸລະກິດທີ່ຈະມາລົງທຶນຢູ່ ສປປ ລາວ ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ຂ່າວ: ວົງມະນີ