2 ບໍລິສັດ ປະກອບສ່ວນວຽກປ້ອງກັນໂຄວິດຢູ່ຄຳມ່ວນ

   ວັນທີ 12 ພຶດສະພາ 2021 ທ່ານ ໂຖງ ຢົງ ເຫີງ ປະທານບໍລິສັດຊີໂນອາກຣີ ໂປຕາສ ຈຳກັດ ໄດ້ມອບເງິນຈຳນວນ 100 ລ້ານກີບ ແລະທ່ານ ໂຢ ຢາ ເໝັງ ປະທານບໍລິສັດຮ້າວຮ້ານບໍ່ແຮ່ຫຸ້ນສ່ວນ ຈຳກັດ ໄດ້ມອບເງິນ 60 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນວຽກງານຄວບຄຸມ ແລະປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນ ຊຶ່ງກ່າວຮັບໂດຍທ່ານ ວັນໄຊ ພອນສະຫວັນ ເຈົ້າແຂວງຄຳມ່ວນ, ມີພາກສ່ວນກ່ຽວຂ້ອງທັງພາກສ່ວນລັດ ແລະພາກສ່ວນບໍລິສັດເຂົ້າຮ່ວມເປັນສັກຂີພີຍານ.

  ສຳລັບແຂວງຄຳມ່ວນແມ່ນພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແລ້ວຈຳນວນ 1 ຄົນ ຊຶ່ງເປັນແຮງງານລາວທີ່ກັບມາຈາກການໄປເຮັດວຽກຢູ່ປະເທດໄທໂດຍກັບມາຜ່ານດ່ານຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມຊຶ່ງພາຍຫຼັງທີ່ໄດ້ເກັບຕົວຢ່າງ ແລະພົບວ່າຜູ້ກ່ຽວຕິດເຊື້ອພະຍາດໂຄວິດ-19 ທາງຄະນະແພດ-ໝໍ ກໍ່ໄດ້ເອົາໃຈໃສ່ເບິ່ງແຍງ, ປິ່ນປົວເປັນເວລາເກືອບ 20 ວັນ ປະຈຸບັນຜູ້ກ່ຽວແມ່ນໄດ້ຫາຍດີເປັນປົກກະຕິ ແລະກັບຄືນສູ່ບ້ານເຮືອນຂອງຕົນເອງແລ້ວ.

 ເຖິງຢ່າງໃດກໍ່ຕາມແຂວງຄຳມ່ວນກໍ່ຍັງມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວເນື່ອງຈາກວ່າສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນ ສປປ ລາວ ແມ່ນຍັງມີຈຳນວນຜູ້ຕິດເຊື້ອຢູ່ໃນແຕ່ລະວັນ ແລະແຂວງຄຳມ່ວນກໍ່ມີເຂດຊາຍແດນທີ່ຕິດກັບປະເທດໃກ້ຄຽງທີ່ຍັງສືບຕໍ່ມີການແຜ່ລະບາດຢູ່ໃນປະຈຸບັນ, ສະນັ້ນ ແຂວງຄຳມ່ວນຈຶ່ງໄດ້ອອກແຈ້ງການເພື່ອເພີ່ມທະວີບັນດາມາດຕະການຕ່າງໆ ຢ່າງເຂັ້ມງວດພ້ອມທັງສະໜອງທາງດ້ານງົບປະມານເພື່ອຮັບໃຊ້ເຂົ້າໃນວຽກ ງານດັ່ງກ່າວແຕ່ເນື່ອງຈາກວ່າງົບປະມານຂອງລັດແມ່ນມີຈຳກັດ, ທາງຄະນະສະເພາະກິດຂັ້ນແຂວງຈຶ່ງໄດ້ອອກແຈ້ງການເຖິງພາກສ່ວນຕ່າງໆທັງພາກລັດ ແລະເອກະຊົນຊ່ວຍສະໜັບສະໜູນທາງດ້ານທຶນຮອນເພື່ອຈັດຊື້ອຸປະກອນໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນ.

  ຍ້ອນເຫັນໄດ້ຄວາມສຳຄັນຕໍ່ບັນຫາດັ່ງກ່າວບັນດາພາກສ່ວນຕ່າງໆທັງພາກລັດ, ອົງການຈັດຕັ້ງສາກົນ, ບໍລິສັດ, ຫ້າງຮ້ານ, ຜູ້ປະກອບການທຸລະກິດຕະຫຼອດເຖິງປະຊາຊົນ-ພໍ່ຄ້າຊາວຂາຍກໍ່ໄດ້ໃຫ້ການສະໜັບສະໜູນບໍ່ວ່າຈະເປັນທຶນຮອນ, ວັດຖຸ ແລະເຄື່ອງບໍລິໂພກມາປະກອບສ່ວນເພື່ອຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ ແລະໃນໂອກາດນີ້ທາງຄະນະນຳຂອງແຂວງກໍ່ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນໃນຄັ້ງນີ້ເພື່ອເປັນການຍ້ອງຍໍສັນລະເສີນຕໍ່ພາກສ່ວນທີ່ມີຜົນງານປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ.