ອພສ ເມືອງບາຈຽງ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ

   ໃນວັນທີ 10 ພຶດສະພາ ຜ່ານມາ, ພະອາຈານ ບຸນຮຽງ ເທບອິນທ ຈົ້າຄະນະ ອພສ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ພ້ອມຄະນະໄດ້ມອບເຄື່ອງຊ່ວຍ ເຫຼືອເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ ແລະຕ້ານການແຜ່ລະບາດພະຍາດໂຄວິດ-19 ຂອງເມືອງບາຈຽງຈະເລີນສຸກ ຊຶ່ງຕາງໜ້າ ຮັບໂດຍທ່ານ ອໍານວຍ ເຮືອງວົງ ສາ ຮອງເລຂາພັກເມືອງ ແລະທ່ານ ທະວີສຸກ ຜີວຄຳພາ ປະທານແນວລາວສ້າງຊາດເມືອງ.

   ພຣະອາຈານ ບຸນຮຽງ ເທບອິນທາ ເຈົ້າຄະນະ ອພສ ເມືອງບາຈຽງຈະເລີນສຸກ ໄດ້ກ່າວວ່າ: ໂດຍເຫັນໄດ້ຄວາມສໍາຄັນໃນການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19, ທາງຄະນະ ອພສ ເມືອງບາຈຽງຈະເລີນສຸກໄດ້ປະຕິບັດຕາມນິຕິກຳຂອງຂັ້ນເທິງຢ່າງເຂັ້ມງວດເຊັ່ນ: ຢຸດການເຄື່ອນໄຫວບິນທະບາດ, ປິດການເຂົ້າ-ອອກວັດ, ຮັກສາໄລຍະຫ່າງ, ສວມໃສ່ຜ້າປິດປາກດັງ, ໝັ່ນລ້າງມືດ້ວຍເຈວລ້າງມື ຫຼືທາດເຫຼົ້າ ແລະສະບູເປັນປະຈໍາເພື່ອບໍ່ປະໝາດ ແລະປ້ອງກັນບໍ່ໃຫ້ພະ ຍາດໂຄວິດ-19 ລະບາດຕິດຕໍ່ໃສ່ພຣະສົງຢູ່ແຕ່ລະວັດ.

  ພຣະອາຈານ ບຸນຮຽງ ເທບອິນທາ ກ່າວຕື່ມວ່າ: ຍ້ອນເຫັນໄດ້ຄວາມສໍາຄັນ ແລະຈໍາເປັນເຂົ້າໃນວຽກງານຕ້ານພະຍາດໂຄວິດ-19 ທາງ ອພສ ເມືອງບາຈຽງຈະເລີນສຸກ ໄດ້ປຸກລະດົມແຜ່ປັດໄຈຈາກອອກຕົນຍາດໂຍມເປັນວັດຖຸອື່ນໆ ເຊັ່ນ: ນໍ້າດື່ມ 50 ແກັດ, ໝີ່ໄວໆ 13 ແກັດ, ກາເຟ 10 ຖົງ, ໝອນ 22 ໜ່ວຍ, ໄຂ່ 3 ແຕະ, ສາດ 20 ຜືນ, ຕຽງນອນ 15 ອັນ, ໝໍ້ 3 ໜ່ວຍ, ເສື່ອນອນ 40 ເຄືອ, ຜ້າຫົ່ມ 13 ຜືນ, ໝໍ້ແກງ 1 ໜ່ວຍ, ຄົກ-ສາກ 2 ຊຸດ, ຫວດໜຶ້ງເຂົ້າ 3 ອັນມອບຕໍ່ໃຫ້ແກ່ຄະນະສະເພາະກິດຂັ້ນເມືອງເພື່ອຊຸກຍູ້ເຂົ້າໃນວຽກງານສະກັດກັ້ນ, ການລະບາດຂອງພະຍາດໂຄວິດ-19.