ການຄ້າຫຼວງພະບາງເຮັດແທ້ຫາກຊາວຄ້າຂາຍບໍ່ຫັນສູ່ລະບຽບ

   ໃນໄລຍະການລະບາດຂອງພະຍາດໂຄວິດ-19 ບວກກັບການຈັດຕັ້ງປະຕິບັດມາດຕະການເພື່ອປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ທາງການຄ້າແຂວງຫຼວງພະບາງຈຶ່ງໄດ້ຄຸມເຂັ້ມເພື່ອໃຫ້ແມ່ຄ້າທີ່ຂາຍເຄື່ອງຢູ່ແຄມທາງຢ່າງຕາມເສັ້ນທາງຂອງເທສະບານນະຄອນຫຼວງພະບາງຫາກພົບເຫັນແມ່ນເຈົ້າໜ້າທີ່ຈະໄດ້ຢຶດເອົາເຄື່ອງຂາຍທັງໝົດພາຍຫຼັງທີ່ໄດ້ກ່າວຕັກເຕືອນຫຼາຍຄັ້ງເພື່ອໃຫ້ແມ່ຄ້າຂາຍເຄື່ອງຫັນເຂົ້າສູ່ລະບຽບ.

   ທ່ານ ຄໍາຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງຫຼວງພະບາງໃຫ້ສໍາພາດຕໍ່ນັກຂ່າວພວກເຮົາວ່າງບໍ່ດົນນີ້ວ່າ: ເພື່ອປະຕິບັດຕາມຄໍາສັ່ງຂອງຂັ້ນເທິງ, ຄໍາສັ່ງຂອງເຈົ້າແຂວງ, ແຈ້ງການຂອງເຈົ້ານະຄອນທີ່ວາງອອກທາງການຄ້າໄດ້ສຶບຕໍ່ຈັດຕັ້ງປະຕິບັດມາດຕະການເພື່ອປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄປຄຽງຄູ່ກັບການລົງກວດກາລາຄາສິນຄ້າຕາມທ້ອງຕະຫຼາດຢ່າງປົກກະຕິຫ້າມແມ່ຄ້າຂາຍເຄື່ອງສວຍໂອກາດຂຶ້ນລາຄາສິນຄ້າເດັດຂາດພ້ອມກັນນັ້ນກໍໄດ້ກວດກາຄວາມເປັນລະບຽບຮຽບຂອງແມ່ຄ້າຂາຍເຄື່ອງ.

 ຈາກການລົງປະຕິບັດວຽກງານຕາມວິຊາສະເພາະຂອງການຄ້າແຂວງໄດ້ພົບເຫັນແມ່ຄ້າຫຼາຍຄົນຍັງຝຶນຕໍ່ກົດລະບຽບ, ນັ່ງຂາຍເຄື່ອງໃສ່ທາງຍ່າງ,ຈຸດປ້າຍຫ້າມຕ່າງໆຈາກການກວດພົບເຫັນຄັ້ງທໍາອິດແມ່ນໄດ້ກ່າວຕັກເຕື່ອນ, ຄັ້ງທີ 2 ຕັກເຕືອນພ້ອມເຮັດບົດບັນທຶກ ແລະຫາກພົບເຫັນຄັ້ງທີ 3 ແມ່ນໄດ້ປະຕິບັດຕາມລະບຽບການຄືຢຶດເຄື່ອງຂາຍທຸກຢ່າງຫຼັງຈາກນັ້ນທາງການຄ້າແຂວງແມ່ນໄດ້ນໍາເອົາເຄື່ອງທີ່ຢຶດມາໄດ້ນັ້ນນໍາໄປຖະຫວາຍໃຫ້ວັດຜາໂອເປັນການທໍາບຸນໃຫ້ທານ.

  ທ່ານກ່າວອີກວ່າການຢຶດພືດຜັກຂອງແມ່ຄ້າທີ່ຂາຍເຄື່ອງຕາມແຄມຫຼວງ (ນັ່ງຂາຍຢູ່ທາງຢ່າງ) ແບບຊະຊາຍ, ໃນເງື່ອນໄຂວິກິດແບບນີ້ທາງເຈົ້າໜ້າທີ່ການຄ້າກະຢາກແບ່ງປັນນໍ້າໃຈ, ມີນະໂຍບາຍໃຫ້ແມ່ຄ້າລາຍຍ່ອຍທີ່ຫາເຊົ້າກິນຄໍ່າ,ແຕ່ກະເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍໃຫ້ສັງຄົມ, ຫັນການຄ້າຂາຍໃຫ້ເຂົ້າສູ່ລະບຽບກົດ ໝາຍ, ແມ່ຄ້າດັ່ງກ່າວໃນໄລຍະຜ່ານມາເປັນແບບຢ່າງບໍ່ດີໃຫ້ສັງຄົມ, ບໍ່ປະຕິບັດລະບຽບກົດໝາຍ, ເມີນເສີຍ, ແລະບໍ່ຍອມຈັດຕັ້ງປະຕິບັດຕາມຄຳແນະນຳຂອງການຄ້າທີ່ໄດ້ກ່າວເຕືອນ ແລະສ້າງບົດບັນທຶກຄວາມເຂົ້າໃຈຫຼາຍຄັ້ງແລ້ວ, ແຕ່ບໍ່ເຄັດລາບ, ທາງການຄ້າຈຶ່ງຈຳເປັນຕ້ອງໄດ້ໃຊ້ມາດຕະການເດັດຂາດຕາມລະບຽບກົດໝາຍເພື່ອໃຫ້ແມ່ຄ້າຫັນເຂົ້າສູ່ລະບຽບການ ແລະເພື່ອຄວາມເປັນລະບຽບຈົບງາມຂອງນະຄອນຫຼວງພະບາງຕື່ມອີກ.

ຂ່າວ: ສີສຸວັນ