ອພສ ຊຸກຍູ້ວຽກງານຄະນະສະເພາະກິດເມືອງອຸທຸມພອນ

   ໂດຍເຫັນໄດ້ຄວາມສຳຄັນ ແລະຄວາມຈຳເປັນໃນການຈັດຕັ້ງປະຕິບັດວຽກງານຂອງຄະນະສະເພາະກິດປ້ອງ, ຄວບຄຸມ, ະກັດກັ້ນແລະແກ້ໄຂການແຜ່ລະບາດຂອງພະບາດໂຄວິດ-19 ຂອງເມືອງອຸທຸມພອນ ແຂວງສະຫວັນນະເຂດ ແລະເພື່ອເປັນການປະກອບສ່ວນຢ່າງແຂງແຮງໃຫ້ກັບວຽກງານດັ່ງກ່າວ.

    ດັ່ງນັ້ນມາໃນວັນທີ 8 ເມສາ  2021, ທີ່ຫ້ອງວ່າການປົກຄອງເມືອງອຸທຸມພອນ, ພຣະຫຼັກຄໍາໂພ ທິທັມມະວົງສາຈານ (ສົມບູນສິ ຣິປັນໂຍ) ປະທານທີ່ປຶກສາອົງ  ການພຸດທະສາສະໜາສັມພັນລາວ (ອພສ) ແຂວງສະຫວັນນະເຂດ ແລະພຣະສຸກຄູນມີ (ຍາໂນ໊) ຣິຈັກ ຂະໂນ ພ້ອມດ້ວຍພຣະສົງວັດໃຫຍ່ໄຊຍະພູມມາຣາມ, ຄອບ ຄົວບັນດາທ່ານການນໍາ, ຄອບຄົວນັກທຸລະກິດ, ອອກຕົນຍາດໂຍມທັງຫຼາຍໄດ້ນໍາເອົາຜ້າອັດປາກ-ອັດດັງ ຈໍານວນ 300 ກ່ອງ, ເຈວລ້າງມື 2 ແກັດ ລວມມູນຄ່າທັງໝົດ 10 ລ້ານກີບ ມອບໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ສະກັດກັ້ນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເມືອງອຸທຸມພອນຊຶ່ງໃຫ້ກຽດຮັບເຄື່ອງຈໍານວນດັ່ງກ່າວໂດຍທ່ານ ແສນສັກ ພິມວົງສາ ເຈົ້າເມືອງອຸທຸມພອນ.

  ໂອກາດດັ່ງກ່າວ, ທ່ານເຈົ້າເມືອງກໍ່ໄດ້ສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍສັນລະເສີນໃຫ້ ພຣະຫຼັກຄໍາ ໂພທິທັມມະວົງສາຈານ (ສົມບູນ ສິຣິປັນໂຍ) ປະທານ ທີ່ປຶກສາ ອພສ ແຂວງສະຫວັນນະເຂດພ້ອມດ້ວຍພຣະສົງ ແລະຄອບຄົວບັນດາທ່ານການນໍາລວມເຖິງຜູ້ປະກອບສ່ວນວັດຖຸປັດໄຈເພື່ອຊຸກຍູ້ສົ່ງເສີມວຽກງານຂອງຄະນະສະເພາະກິດປ້ອງ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະບາດໂຄວິດ-19 ຂອງເມືອງອີກດ້ວຍ.