ກອງຮ້ອຍທະຫານຊາຍແດນ 158 ເປີດບັ້ນອົບຮົມ-ຫັດແອບການທະຫານ

   ພິທີເປີດບັ້ນອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ ແລະເຕັກນິກປະຈໍາປີ 2021 ຂອງກອງຮ້ອຍທະຫານຊາຍແດນ 158 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ກອງຮ້ອຍດັ່ງກ່າວໂດຍເຂົ້າຮ່ວມຂອງທ່ານ ອໍາຄາ ລັດສະໝີ ເລຂາພັກເມືອງເຈົ້າເມືອງແກ່ນທ້າວ, ທ່ານ ພັຕ ຄໍາພວງ ສໍສາຍນໍ້າສານເລຂາໜ່ວຍພັກຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 158, ທ່ານ ພັຕ ບຸນຍົງ ໂສຕາ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 158, ມີຄະນະພັກ, ຄະນະບັນຊາກອງຮ້ອຍ, ແຂກຈາກກົມກອງ, ນາຍ ແລະພົນທະຫານເຂົ້າຮ່ວມຢ່າງພ້ອມພຽງ.

  ບັ້ນຝຶກອົບຮົມຄັ້ງນີ້ລວມມີ 3 ພາກໃຫຍ່ຄື: ພາກການທະຫານ, ການເມືອງ ແລະພະລາທິການ, ເຕັກນິກ, ໃຊ້ເວລາ 160 ວັນ, ແບ່ງອອກເປັນ 2 ໄຕມາດຄື: ໄຕມາດທີ 1 ເລີ່ມແຕ່ເດືອນພຶດສະພາ-ເດືອນກໍລະກົດ ແລະໄຕມາດທີ 2 ເລີ່ມ ແຕ່ເດືອນສິງຫາ-ເດືອນພະຈິກ ປີ 2021 ຊຶ່ງບົດຮຽນດັ່ງກ່າວລ້ວນແຕ່ມີຄວາມໝາຍຄວາມສໍາຄັນໃນການປະຕິບັດໜ້າທີ່ວຽກງານເພື່ອເຮັດໃຫ້ຂອບເຂດຮັບຜິດຊອບຂອງກົມກອງມີຄວາມສະຫງົບປອດໄພໂດຍພື້ນຖານ.

  ໂອກາດນີ້ ທ່ານ ອໍາຄາ ລັດສະໝີ ຍັງໄດ້ຊີ້ນໍາໃຫ້ເພີ່ມທະວີເອົາໃຈໃສ່ຍົກສູງສະຕິລະວັງຕົວຕ້ານກົນອຸບາຍທໍາລາຍມ້າງເພຂອງສັດຕູ ແລະສະກັດກັ້ນພຶດຕິກໍາລະເມີດລະບຽບກົດໝາຍຊາຍແດນລະຫວ່າງຊາດ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງສະກັດກັ້ນການເຄື່ອນໄຫວຂ້າມຊາຍແດນຕາມລໍາພັງໃຈທີ່ອາດຈະມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດໂຄວິດ-19, ກຽມພ້ອມທຸກເງື່ອນໄຂເພື່ອສະກັດກັ້ນ ແລະ ຕອບຕ້ານທຸກກໍລະນີຮ້າຍແຮງທີ່ອາດຈະເກີດຂຶ້ນຢ່າງທັນການ, ຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບປອດໄພ, ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ພະນັກງານ-ນັກຮົບທຸກສະຫາຍຕ້ອງມີແນວຄິດຫຼັກໝັ້ນທຸ່ນທ່ຽງຕໍ່ໜ້າທີ່ວຽກງານໂດຍນໍາເອົາ 4 ໜ້າທີ່ໃຫຍ່, 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກເປັນຫຼັກ.

   ນອກນັ້ນຕ້ອງເອົາໃຈໃສ່ຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງຈາກວຽກງານວິຊາສະເພາະ ແລະ ຕ້ອງເອົາໃຈໃສ່ຮໍ່າຮຽນດ້ານພິທີການຕ່າງໆ, ພະນັກງານນັກຮົບທົ່ວກົມ ກອງຕ້ອງຍົກສູງຄວາມຮັບຜິດຊອບແນໃສ່ການອົບຮົມຫັດແອບ, ການທະຫານ, ການເມືອງ, ພະລາທິການ-ເຕັກນິກປະຈໍາປີ 2021 ຂອງກອງຮ້ອຍໃຫ້ໄດ້ຮັບຜົນ ຕາມລະດັບຄາດໝາຍ,ຕ້ອງມີລະບຽບການ,ຫຼັກການໃນການສິດສອນ, ພະນັກງານ-ນັກຮົບຕ້ອງໄດ້ເອົາໃຈໃສ່ຝຶກແອບຮໍ່າຮຽນສິລະປະຍຸດ, ຍຸດທະວິທີ, ວິຊາສະເພາະໃຫ້ມີເຕັກນິກພິກໄຫວຄ່ອງແຄ້ວຍົກສູງຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ຕົວຈິງ.