ສີນຄ້າຫຼັກທີ່ສົ່ງອອກເມືອງຫົງສາແມ່ນເຄື່ອງຫັດຖະກໍາ

   ທ່ານສອນສະນິດເພັດໄຊຫົວໜ້າຫ້ອງການການຄ້າເມືອງຫົງສາໄດ້ໃຫ້ຮູ້ວ່າ: ໃນໜຶ່ງປີມານີ້ ເມືອງຫົງສາສົ່ງອອກສິນຄ້າທັງ ໝົດ 1,39 ຕື້ກີບ ນນີ້ຜະລິດຕະ ພັນກະສິກໍາມູນຄ່າ 143 ລ້ານກີບ, ເຄື່ອງປ່າຂອງດົງ 130 ລ້ານ ກວ່າກີບ, ເຄື່ອງຫັດຖະກໍາແຜ່ນ ແພມູນຄ່າ 856 ລ້ານກວ່າກີບ, ຈາກນັ້ນຜະລິດຕະພັນໄມ້ເຫຼັກເສດແລະເຄື່ອງອື່ນໆ ມູນຄ່າ 250 ລ້ານກີບ, ສ່ວນການນໍາເຂົ້າສິນ ຄ້າມີເຖິງ 23,11 ຕື້ກີບ ສ່ວນໃຫຍ່ຈະແມ່ນວັດຖຸອຸປະກອນການກໍ່ ສ້າງ, ນໍ້າມັນເຊື້ອໄຟພ້ອມດຽວ ກັນນີ້ຍັງໄດ້ອອກໃບທະບຽນດໍາເນີນທຸລະກິດໄດ້ທັງໝົດ 45 ຫົວໜ່ວຍມີທຶນຈົດທະບຽນ 3,61 ຕື້ກີບທຽບໃສ່ປີຜ່ານມາເພີ່ມຂຶ້ນ 53% ໃນນີ້ຂະແໜງບໍລິການ 6 ຫົວໜ່ວຍມີທຶນຈົດທະບຽນ 560 ລ້ານກວ່າກີບ, ຂະແໜງການຄ້າ 35 ທະບຽນມີທຶນ 3,3 ຕື້ກີບ, ຂະແໜງອຸດສາຫະກໍາ 3 ທະບຽນ ມີທຶນ 450 ລ້ານກວ່າກີບແລະຂະແໜງກະສິກໍາ 1 ທະບຽນ ມີ ທຶນ 200 ລ້ານກີບ.

     ຂະນະນັ້ນຕໍ່ກັບວຽກງານອຸດສາຫະກໍາ ແລະຫັດຖະກໍາປຸງແຕ່ງໄດ້ຂະຫຍາຍຕົວເພີ່ມຂຶ້ນປະຈຸບັນທົ່ວເມືອງມີໂຮງງານທັງໝົດ 79 ແຫ່ງ, ໃນນັ້ນລວມມີເຕົາຂ້າສັດ 2 ແຫ່ງ, ໂຮງງານນໍ້າດື່ມ 8 ແຫ່ງ, ໂຮງງານນໍ້າກ້ອນ 28 ແຫ່ງ, ໂຮງສີເຂົ້າ 15 ແຫ່ງ, ໂຮງງານ ອັດດິນບ໊ອກ 6 ແຫ່ງ, ໂຮງງານຫຼໍ່ ປອກ-ເສົາ 4 ແຫ່ງ, ໂຮງເຕົາດິນຈີ່ 3 ແຫ່ງ, ໂຮງອັດກະປ່ອກແລະເຈ້ຍ 1 ແຫ່ງ, ໂຮງງານເຜົາຖ່ານຂາວ-ດໍາ 2 ແຫ່ງ, ໂຮງງານປະກອບປະຕູມ້ວນ 1 ແຫ່ງ, ໂຮງງານປຸງແຕ່ງໄມ້ 3 ແຫ່ງ, ກຸ່ມຫັດຖະກໍາຕໍ່າແຜນແພບ້ານວຽງແກ້ວ 1 ແຫ່ງ, ໂຮງງານປຸງແຕ່ງຂີ້ເຖົ່າ ລອຍ 2 ແຫ່ງ ແລະໂຮງງານອັດ ເບຕົງ 1 ແຫ່ງ ລວມມູນຄ້າການ ຜະລິດດ້ານອຸດສາຫະກໍາບັນລຸ 37,69 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 62% ແລະລວມມູນຄ່າການຈໍາໜ່າຍຜະລິດຕະພັນອຸດສາຫະກໍາແລະຫັດຖະກໍາບັນລຸ 55,74 ຕື້ກີບທຽບໃສ່ປີຜ່ານມາເພີ່ມຂຶ້ນ 68% ປະຈຸບັນຫົວໜ່ວຍທຸລະກິດພາຍໃນເມືຶອງຫົງສາມີທັງໝົດ 376 ຫົວໜ່ວຍໃນນີ້ມີທຸລະກິດຂະໜາດນ້ອຍ 20 ຫົວໜ່ວຍແລະຈູນລະວິສາຫະກິດແບບຄອບຄົວ 356 ຫົວໜ່ວຍ, ມູນຄ່າການຈໍລະຈອນສິນຄ້າພາຍໃນ 78.865 ລ້ານກີບ.

    ທ່ານຍັງໄດ້ກ່າວຕື່ມວ່າໃນປີ 2019 ເມືອງຫົງສາຂອງພວກເຮົາຈະໄດ້ສຸມໃສ່ລົງເກັບກໍາຂໍ້ມູນສະຖິຕິແລະຊຸກຍູ້ບັນດາຫົວໜ່ວຍທຸລະກິດພາຍໃນເມືອງທີ່ຍັງບໍ່ທັນມີທະບຽນ ພ້ອມທັງແນະນໍາໃຫ້ມາປະກອບເອກະສານຂຶ້ນທະບຽນຕິດຕາມກວດກາເຄື່ອນຍ້າຍ ແລະຈໍາໜ່າຍສິນຄ້າພາຍໃນເມືອງລວມທັງການນໍາເຂົ້າແລະສົ່ງອອກສິນຄ້າໃຫ້ຖືກຕ້ອງຕາມລະບຽບຫຼັກການຄາດຄະເນລວມຍອດມູນຄ່າການຜະລິດດ້ານອຸດ ສາຫະກໍາແລະຫັດຖະກໍາໃຫ້ບັນລຸ 36, 16 ຕື້ກີບແຜນການຈໍາໜ່າຍ ຜະລິດຕະພັນອຸດສາຫະກໍາແລະຫັດຖະກໍາໃຫ້ບັນລຸ 54,62 ຕື້ກີບຂະນະທີ່ແຜນການສົ່ງອອກນໍາເຂົ້າສິນຄ້າແລະການຈໍລະຈອນສິນຄ້າພາຍໃນເມືອງຫົງສາດ້ານການສົ່ງອອກໃຫ້ບັນລຸ 5 ຕື້ກີບ, ການນໍາເຂົ້າສິນຄ້າໃຫ້ບັນລຸ 35 ຕື້ກີບ ແລະການຈໍລະຈອນຂອງສິນຄ້າພາຍໃນເມືອງ 85 ຕື້ກີບ.