ເປີດໂຕເລນຕົວນ້ອຍ FE 24ມມ F/2.8 G, 40ມມ F/2.5G ແລະ50ມມ F/2.5G

  Sony ມີການເປີດໂຕເລນໂປຣຂະໜາດນ້ອຍຄຸນນະພາບສູງສຳລັບກ້ອງຟູລເຟຣມມີເຣີເລສ E-mount ເຖິງ 3 ຕົວພ້ອມກັນໂດຍທັງ 3 ຕົວມາໃນຂະໜາດຕົວເທົ່າກັນນໍ້າໜັກໃກ້ຄຽງກັນທີ່ 162-174 ກຣາມ ແລະຍັງມີລາຄາດຽວກັນປະກອບດ້ວຍ 24ມມ F/2. 8G, 40ມມ F/2.5G, 50ມມ F/2.5G.

  ຊຶ່ງຕົວເລນແມ່ນວ່າຈະມີຂະໜາດນ້ອຍແຕ່ເລນ 3 ຕົວນີ້ຢູ່ໃນ ເກຣດ G ຫຼືເປັນເລນເກຣດໂປຣຈຶ່ງມີການໃຊ້ຊິ້ນເລນພິເສດທັງ ED ແລະ Aspherical ຊ່ວຍຫຼຸດອາການເຫຼື້ອມສີ ຫຼື ຂອບມ່ວງ ແລະ ຍັງຊ່ວຍເພີ່ມຄວາມຄົມຂອງພາບອີກດ້ວຍແຖມຍັງໃຊ້ມໍເຕີ au tofocus ແບບ Dual linear motors ໝັ້ນໃຈວ່າໂຟກັສວ່ອງໄວແນ່ນອນ ແລະງຽບແນ່ນອນ.

   ສ່ວນປະກອບຂອງກະບອກເລນຊິລກັນນ້ໍາກັນຝຸ່ນວົງແຫວນປັບຮູຮັບແສງທີ່ປັບຄລິກໄດ້ ສວິຕ ປັບ AF/MF ແລະປຸ່ມ focus hold ທີ່ເຮົາສາມາດຕັ້ງຄ່າເອງໄດ້ບອກວ່າໃຫ້ມາແບບຄົບຖ້ວນສົມກັບເປັນເລນ G ສ່ວນຟິລ ເຕີໃຊ້ໜ້າ 49ມມ ເໝືອນກັນທັງ 3 ຕົວ.