ອພສ ນວ ມອບເຄື່ອງໃຫ້ຄະນະສະເພາະກິດ ເມືອງໄຊທານີ

  ເມື່ອວັນທີ 28 ເມສາ 2021 ອົງການພຸດທະສາສະໜາສໍາພັນນະຄອນຫຼວງວຽງຈັນ (ອພສ ນວ) ຮ່ວມກັບ ອພສ ເມືອງໄຊທານີໄດ້ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະຫຼຸດຜ່ອນການແຜ່ລະບາດພະຍາດໂຄວິດ-19 ເມືອງໄຊທານີ.

  ຈຸດປະສົງຂອງການມອບຄັ້ງນີ້ກໍເພື່ອໃຫ້ຄະນະສະເພາະກິດເມືອງໄຊທານີໄດ້ນໍາໃຊ້ເຂົ້າໃນການປ້ອງກັນຄວບຄຸມ ແລະຫຼຸດຜ່ອນການແຜ່ລະບາດພະຍາດໂຄວິດ-19 ຊຶ່ງໃຫ້ກຽດກ່າວມອບໂດຍພະຍອດຄໍາບຸນສອນ ພັນທະວົງ ເຈົ້າຄະນະ ອພສ ນວ ແລະກ່າວຮັບໂດຍ ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີຫົວໜ້າສະເພາະກິດເພື່ອປ້ອງກັນຄວບຄຸມ ແລະຫຼຸດຜ່ອນການແຜ່ລະບາດພະຍາດໂຄວິດ-19 ຂັ້ນເມືອງໄຊທານີ, ມີພະອາຈານ ຄໍາສຸກ ທອງຈໍາປາຄະນະ ອພສ ນວ ທີ່ປຶກສາ ອພສ ເມືອງໄຊທານີ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ສໍາລັບເຄື່ອງທີ່ມອບໃນຄັ້ງນີ້ປະກອບມີປະເພດເຄື່ອງນອນເຄື່ອງໃຊ້ໃນຄົວເຮືອນເຄື່ອງຮັບໃຊ້ປ້ອງກັນພະຍາດໂຄວິດ-19 ເຊັ່ນ: ຜ້າອັດປາກ-ດັງ, ນໍ້າຢາຂ້າເຊື້ອ ແລະ ເຄື່ອງໃຊ້ທີ່ຈໍາເປັນອື່ນໆ ລວມມູນຄ່າທັງໝົດ 19 ລ້ານກວ່າກີບ.