ການເພີ່ມມູນຄ່າຜະລິດຕະພັນສິນຄ້າສົ່ງອອກໃຫ້ນັບຫຼາກຫຼາຍຂື້ນ

  ໃນເງື່ອນໄຂເຊື່ອມໂຍງສາກົນທາງດ້ານເສດຖະກິດ, ການຄ້າເສລີ, ການສົ່ງເສີມການຜະລິດສິນຄ້າສົ່ງອອກແມ່ນເປັນອີກວິທີທາງໜຶ່ງທີ່ປະກອບສ່ວນຊ່ວຍໃຫ້ພື້ນຖານເສດຖະກິດແຫ່ງຊາດມີການເຕີບໃຫຍ່ຂະຫຍາຍຕົວ. ພ້ອມກັນນັ້ນ, ກໍເປັນການປະກອບສ່ວນ ສ້າງຄວາມອາດສາມາດໃນການແຂ່ງຂັນປະກອບການໃນພາກທຸ ລະກິດ, ພັດທະນາປະລິມານ ແລະ ຄຸນນະພາບສິນຄ້າສົ່ງອອກທັງສາ ມາດສົ່ງເສີມຫົວຄິດປະດິດສ້າງ, ສົ່ງເສີມຜະລິດຕະພັນສົ່ງອອກທີ່ເປັນມູນເຊື້ອຂອງປະຊາຊົນ, ທັງຊ່ວຍແລກປ່ຽນປະສົບການ ແລະ ຜົນສຳເລັດອັນໃໝ່ໃນການຜະລິດຈາກຕ່າງປະເທດເຂົ້າສູ່ການຜະລິດຢູ່ພາຍໃນ, ປະກອບສ່ວນຊຸກຍູ້ການຂຸດຄົ້ນທ່າແຮງທີ່ໄດ້ປຽບໂດຍສົມທຽບ, ຊຸກຍູ້ຂະແໜງການຕ່າງໆທຳການຜະລິດອອກສູ່ຕະຫຼາດພາຍນອກໃຫ້ນັບມື້ຫຼາຍຂຶ້ນ, ສ້າງລາຍຮັບເປັນເງິນຕາມາໃຫ້ປະ ເທດຊາດ, ປະກອບສ່ວນແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ລາວບັນດາເຜົ່າເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ. ການສົ່ງເສີມ ການຜະລິດສິນຄ້າສົ່ງອອກມີ ຄວາມໝາຍສຳຄັນຍິ່ງເພື່ອຍູ້ໜູນໃຫ້ຜູ້ປະກອບການຜະລິດ-ທຸລະ ກິດຮູ້ຈັກຂຸດຄົ້ນ ແລະນຳໃຊ້ທ່າ ແຮງບົ່ມຊ້ອນທີ່ມີໃຫ້ເກີດປະ ໂຫຍດສູງສຸດ, ສ້າງກຸ່ມຜະລິດຮ່ວມ ກັນດ້ວຍຄວາມສະໝັກໃຈ, ສ້າງ ເສດຖະກິດຮ່ວມມືຂອງປະຊາຊົນ, ສ້າງເງື່ອນໄຂນຳໃຊ້ທຶນ, ເຕັກນິກ- ເຕັກໂນໂລຊີຕາມທິດຫັນເປັນອຸດ ສາຫະກຳ ແລະທັນສະໄໝສາມາດ ດັດປັບໃຫ້ເຂົ້າກັບສະພາບການ ຄ້າເສລີ ແລະເຊື່ອມໂຍງເຂົ້າສູ່ຕະຫຼາດສາກົນ. ດັ່ງທີ່, ປະທານ ໄກ ສອນ ພົມວິຫານ ໄດ້ໃຫ້ທັດສະນະ ໄວ້ວ່າ: “ ທຸກໆໂຄງການກ່ຽວກັບ ການຜະລິດສິນຄ້າທີ່ເປັນປາຍແຫຼມເພື່ອການຂາອອກຕ້ອງໄດ້ຂຶ້ນບົດ ວິພາກເສດຖະກິດ-ເຕັກນິກ, ຄິດໄລ່ເຖິງປະສິດທິຜົນ ແລະຮັບປະກັນການດຸ່ນດ່ຽງ....ສຳຄັນໃນທີ່ນີ້ແມ່ນຕ້ອງມີຜູ້ຮັບຜິດຊອບ, ມີການຄວບຄຸມກວດກາຕົວຈິງ ແລະກຳນົດຢ່າງຂາດຕົວວ່າໂຄງການໃດລັດຄວນເຮັດເອງ, ອັນໃດຄວນເຮັດແບບຫຸ້ນສ່ວນ ແລະ ອັນໃດຈະປ່ອຍໃຫ້ເອກະຊົນ ຫຼື ປະຊາຊົນເຮັດເອງ. ບັນຫາພື້ນຖານຕ້ອງຮັບປະກັນຕະຫຼາດຈຳໜ່າຍຊຶ່ງໃນນີ້ລັດກໍມີໜ້າທີ່ໃນການຊອກຕະຫຼາດຈຳໜ່າຍ ແລະ ເຊັນຂໍ້ຜູກພັນຍາວນານກັບຕ່າງປະ ເທດ ເພື່ອຄ້ຳປະກັນລາຄາຈຳ ໜ່າຍອັນເປັນປົກກະຕິ...”. ໃນ ແງ່ນະໂຍບາຍການສົ່ງເສີມສິນຄ້າສົ່ງອອກໃນຕະຫຼອດໄລຍະທີ່ຜ່ານມາແມ່ນເລັ່ງໃສ່ສິນຄ້າທີ່ເປັນ ປາຍແຫຼມ, ມີທ່າໄດ້ປຽບ, ມີຄຸນ ນະພາບ, ມີຄວາມສາມາດແກ່ງແຍ້ງໃນຕະຫຼາດພາກພື້ນ ແລະ ສາກົນໂດຍສະເພາະແມ່ນພະລັງງານໄຟຟ້າ, ກະສິກຳອິນຊີ, ຫັດຖະ ກຳທີ່ເປັນມູນເຊື້ອ, ການທ່ອງທ່ຽວ ແລະບາງຂະແໜງການທີ່ມີຄວາມສຳຄັນຕໍ່ການພັດທະນາຂະແໜງການອື່ນໆ.

  ໃນໄລຍະທີ່ຜ່ານມາ, ນະໂຍບາຍສົ່ງເສີມການຜະລິດສິນຄ້າສົ່ງອອກໄດ້ຮັບການຈັດຕັ້ງປະຕິບັດໂດຍຜ່ານຫຼາຍກິດຈະກຳ, ຜ່ານຫຼາຍໂຄງການສົ່ງເສີມການ ຜະລິດ ແລະການຄ້າຢູ່ໃນທົ່ວປະ ເທດເພື່ອສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການພົວພັນການຄ້າຢູ່ສູນກາງ ແລະທ້ອງຖິ່ນ; ນຳໃຊ້ທຸກຮູບການສົ່ງເສີມການສົ່ງອອກສິນຄ້າລວມທັງການຈັດສຳມະນາ; ການຝຶກອົບຮົມ; ການພັດທະນາສູນຂໍ້ມູນ-ຂ່າວສານການຕະຫຼາດ; ພັດທະນາລະບົບບໍລິການຂໍ້ມູນ-ຂ່າວສານກ່ຽວກັບການສົ່ງເສີມການຜະລິດສິນຄ້າສົ່ງອອກ ໂດຍຜ່ານການເຊື່ອມຕໍ່ ອອນລາຍທາງເວັບໄຊ ຂອງອົງ ການຈັດຕັ້ງພາກລັດ ແລະອົງການຈັດຕັ້ງສາກົນ, ການຈັດ ແລະການ ເຂົ້າຮ່ວມການວາງສະແດງສິນ ຄ້າທັງພາຍໃນ ແລະຕ່າງປະເທດ; ງານວາງສະແດງສິນຄ້າຊາຍແດນ ແລະອື່ນໆ; ຈັດກອງປະຊຸມພົບປະ ນັກທຸລະກິດ ເພື່ອຊອກຫາຄູ່ສັນ ຍາຊື້-ຂາຍ  ແລະລົງທຶນຮ່ວມທຸ ລະກິດ. ນອກຈາກນີ້ຍັງໄດ້ເອົາໃຈ ໃສ່ພັດທະນາລະບົບໂຄສະນາຜະ ລິດຕະພັນສິນຄ້າທີ່ເປັນຂອງປະເທດລາວເຮົາຜ່ານທາງສື່ອອນລາຍເວັບໄຊສັງຄົມ;ເພີ່ມທະວີການຄຸ້ມຄອງບໍລິຫານວິສາຫະກິດ; ການຈັດງານປະກວດຄັດເລືອກບໍລິສັດຜູ້ຈັດສົ່ງອອກ ແລະຜະລິດ ຕະພັນດີເດັ່ນປະຈຳປີ; ພັດທະນາ ແລະປັບປຸງກົນໄກປະສານສົມທົບ ກັບບັນດາຂະແໜງການທີ່ກ່ຽວຂ້ອງໃຫ້ເຄື່ອນໄຫວໃນທິດທາງອັນດຽວກັນໃນວຽກງານສົ່ງເສີມ ແລະສ້າງສິ່ງອຳນວຍຄວາມສະ ດວກແກ່ການຜະລິດເປັນສິນຄ້າ, ການບໍລິການ-ການນຳເຂົ້າ ແລະສົ່ງອອກທີ່ສະດວກວ່ອງໄວກວ່າເກົ່າ. ພ້ອມກັນນັ້ນ,ກໍໄດ້ເອົາໃຈໃສ່ຄົ້ນຄວ້າ, ປັບປຸງ ແລະ ສ້າງມາດຕະການແກ້ໄຂບັນຫາທີ່ເປັນອຸປະສັກກີດຂວາງແກ່ການຜະລິດ, ການສົ່ງອອກ ແລະ ການຈໍລະ ຈອນສິນຄ້າໂດຍມີການແບ່ງງານ, ແບ່ງຄວາມຮັບຜິດຊອບ ແລະແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງກັບທ້ອງຖິ່ນ, ລະຫວ່າງຂະແໜງການກັບຂະແໜງການ ເພື່ອພ້ອມກັນ ປະຕິບັດຈຸດໝາຍອັນໜຶ່ງອັນດຽວ ກັນໃຫ້ສຳເລັດຜົນ, ມອບສິດໃຫ້ພະແນກອຸດສາຫະກຳ ແລະການຄ້າແຂວງໃນການຄຸ້ມຄອງ ແລະ ອອກໃບຢັ້ງຢືນແຫຼ່ງກຳເນີດສິນ ຄ້າ, ຊຸກຍູ້ ແລະສົ່ງເສີມການຄ້າ ຊາຍແດນ ແລະຂາອອກຕໍ່, ອອກ ຂໍ້ກຳນົດຈຳນວນໜຶ່ງວ່າດ້ວຍການຈັດຕັ້ງ ແລະການຄຸ້ມຄອງຕະຫຼາດ ຊາຍແດນລະຫວ່າງປະເທດລາວ ເຮົາກັບບັນດາປະເທດອ້ອມຂ້າງ ທີ່ມີຊາຍແດນຮ່ວມກັນ, ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ແກ່ການສ້າງເຂດການຄ້າຊາຍແດນ, ດ່ານທ້ອງຖິ່ນ ແລະ ດ່ານສາກົນໃຫ້ເປັນທ່າແຮງໃນການພົວພັນການຄ້າກັບພາຍນອກໃຫ້ຫຼາຍຍິ່ງຂຶ້ນລວມໄປເຖິງການສ້າງຕັ້ງ ແລະ ການຄຸ້ມ ຄອງເຂດເສດຖະກິດພິເສດໃຫ້ເກີດປະສິດທິຜົນສູງສຸດ.

  ຍ້ອນມີການສົ່ງອອກຈິ່ງເຮັດໃຫ້ມູນຄ່າສົ່ງອອກແບ່ງຕາມເຂດໃນອາຊຽນ, ນອກອາຊຽນ ແລະບັນດາປະເທດໃນໂລກມີການເພີ່ມຂຶ້ນຕໍ່ເນື່ອງ. ໃນນັ້ນ, ສິນ ຄ້າສົ່ງ ອອກຕົ້ນຕໍຂອງ ສປປ ລາວ ແມ່ນສິນຄ້າປະເພດຊັບພະຍາກອນທຳມະຊາດເພື່ອສ້າງຄວາມເຂັ້ມແຂງ ແລະສົ່ງເສີມການຜະລິດສິນຄ້າສົ່ງອອກຢ່າງຕັ້ງໜ້າຄວນເອົາໃຈໃສ່ບາງບັນຫາດັ່ງນີ້:

- ສືບຕໍ່ສົ່ງເສີມການຜະລິດສິນຄ້າສົ່ງອອກຕາມໂຄງປະກອບ ຂອງສິນຄ້າທີ່ເປັນທ່າແຮງ ແລະ ໄດ້ປຽບໂດຍສົມທຽບເປັນຕົ້ນແມ່ນສິນຄ້າ ແລະການບໍລິການ ສົ່ງອອກກັບທີ່, ພະລັງງານໄຟຟ້າ, ສິນຄ້າກະສິກຳ, ພືດປອດສານພິດ, ສະໝຸນໄພ, ຜ້າໄໝລາວ, ສິນຄ້າຫັດ ຖະກຳທີ່ເປັນມູນເຊື້ອ ແລະອື່ນໆ.

- ສົ່ງເສີມພູມປັນຍາ ແລະຫົວຄິດປະດິດສ້າງໃນການຜະລິດສິນຄ້າສົ່ງອອກ, ອີງໃສ່ທ່າແຮງດ້ານທຳມະຊາດເພື່ອສ້າງກາລະໂອກາດຜະລິດສິນຄ້າຮັບໃຊ້ຕະຫຼາ ດ, ພັດທະນາສິນຄ້າໃໝ່, ສິນຄ້າມີມູນຄ່າເພີ່ມສູງ, ສ້າງສິນຄ້າໃຫ້ເປັນຍີ່ຫໍ້ຜະລິດຕະພັນປະເທດລາວອອກສູ່ຕະຫຼາດພາກພື້ນ ແລະສາກົນ.

- ສົ່ງເສີມບັນດາປັດໄຈເອື້ອອຳນວຍທາງດ້ານການສົ່ງອອກເຊັ່ນ: ສ້າງສະພາບແວດລ້ອມການທຸລະກິດໃຫ້ສາມາດແຂ່ງຂັນໃນລະດັບສາກົນ, ຫັນໄປສູ່ການໄລ່ ລ່ຽງ ແລະມີປະສິດທິຜົນ, ຫຼຸດ ຜ່ອນຂັ້ນຕອນການຂຶ້ນທະບຽນທຸ ລະກິດ, ການຂໍອະນຸຍາດສ້າງຕັ້ງ, ການດຳເນີນ ແລະການຂະຫຍາຍ ທຸລະກິດ ລວມທັງຂັ້ນຕອນຕ່າງໆທີ່ກ່ຽວຂ້ອງກັບການສົ່ງອອກໃຫ້ໜ້ອຍລົງ.

- ເພີ່ມທະວີວຽກງານກວດກາການຄ້າ, ຕ້ານການຄ້າເຖື່ອນ, ການຄ້ານອກລະບົບ, ເພີ່ມທະວີ ໃນການຈັດຕັ້ງປະຕິບັດນະໂຍບາຍ ສົ່ງເສີມການຜະລິດໜຶ່ງເມືອງ-ໜຶ່ງຜະລິດຕະພັນ ແລະພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຜະລິດສິນຄ້າສົ່ງ ອອກຂອງຂະແໜງການ ແລະຜະ ລິດຕະພັນທີ່ເປັນມູນເຊື້ອ.

-  ສ້າງຄວາມເຂັ້ມແຂງໃຫ້ພາກລັດໃນການຄຸ້ມຄອງບໍລິຫານຕາມຫຼັກວິຊາການ ແລະລະບຽບການເພື່ອຫຼີກເວັ້ນການຄວບຄຸມ, ຂັດຂວາງ ແລະຖ່ວງດຶງພາກທຸລະກິດ ຊຶ່ງຈະພາໃຫ້ມີຕົ້ນທຶນການຜະລິດ ສູງ, ເສຍໂອກາດໃນການຜະລິດ ແລະບໍ່ສາມາດແຂ່ງຂັນໃນທ້ອງ ຕະຫຼາດໄດ້.

  ການສົ່ງເສີມການຜະລິດສິນຄ້າສົ່ງອອກຢູ່ປະເທດລາວເຮົາແມ່ນໜຶ່ງບັນຫາສຳຄັນໃນແນວທາງຂອງພັກ, ໃນນະໂຍບາຍຂອງລັດ. ການຜະລິດສິນຄ້າເປັນເງື່ອນ ໄຂເສີມຂະຫຍາຍ ແລະນຳໃຊ້ທ່າ ແຮງພາຍໃນສົມທົບທ່າແຮງພາຍ ນອກໃຫ້ແກ່ການສ້າງປະຖົມປັດໄຈໃນການຫັນເປັນອຸດສາຫະກຳ ແລະທັນສະໄໝປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະກ້າວຂຶ້ນຕາມຈຸດໝ າຍທີ່ວາງໄວ້.

ໂດຍ: ສຸລິຍາ ໄຊເງຕີພັນ