ສູນນໍ້າຫີນເນັ້ນຜະລິດແນວພັນກະສິກຳທີ່ມີຄຸນນະພາບບໍລິການສັງຄົມ

  ສູນນໍ້າຫີນ ຫຼືສູນສົ່ງເສີມເຕັກນິກ ແລະຂະຫຍາຍແນວພັນກະສິກຳ ແລະປ່າໄມ້ນໍ້າຫີນແມ່ນອົງການໜຶ່ງທີ່ສັງກັດໃນກົງຈັກຂອງພະແນກກະສິກຳ ແລະປ່າໄມ້ແຂວງອຸດົມໄຊ, ມີສະຖານະທຽບເທົ່າກັບຂະແໜງການອ້ອມຂ້າງພະແນກກະສິກຳ ແລະປ່າໄມ້, ມີພາລະບົດບາດເປັນເສນາທິການດ້ານເຕັກນິກວິຊາການໃຫ້ແກ່ພະແນກໃນການສ້າງແຜນຍຸດທະສາດ, ແຜນງານ ແລະໂຄງການໃນການຄຸ້ມຄອງແລະພັດທະນາວຽກງານສົ່ງເສີມເຕັກນິກວິຊາການ ແລະຂະຫຍາຍແນວພັນກະສິກຳທີ່ເປັນບູລິມະສິດເຊັ່ນ: ຂະຫຍາຍແນວພັນໄມ້ໃຫ້ໝາກ, ໄມ້ປະດັບ, ໄມ້ອຸດສາຫະກຳ, ແນວພັນເຂົ້າ ແລະທັນຍາພືດ, ພືດຜັກ ແລະພືດເສດຖະກິດ, ແນວພັນສັດງົວ, ໝູ, ປາ ແລະກົບ, ນອກນັ້ນຍັງເປັນບ່ອນສຶກສາຄົ້ນຄວ້າທົດລອງຝຶກອົບຮົມທາງດ້ານເຕັກນິກວິຊາການດ້ານກະສິກຳໂຄສະນາເຜີຍແຜ່ຂໍ້ມູນຂ່າວສານເຕັກນິກວິຊາການທີ່ທັນສະໄໝໃຫ້ແທດເໝາະກັບທ້ອງຖິ່ນເພື່ອຊ່ວຍຍົກສະມັດຖະພາບທາງດ້ານຜົນຜະລິດໃຫ້ສູງຂຶ້ນທາງດ້ານປະລິມານ ແລະຄຸນນະພາບ.

   ທ່ານ ທອງພູນ ບຸນສົມຫວັງ ຮັກສາການຫົວໜ້າສູນນໍ້າຫີນໄດ້ລາຍງານໃຫ້ຮູ້ວ່າ: ສູນນໍ້າຫີນ ແມ່ນໄດ້ສ້າງຕັ້ງ ແລະນຳໃຊ້ໃນປີ 2016 ໂດຍການຊ່ວຍເຫຼືອຂອງ ແຂວງດຽນບຽນ ສສ ຫວຽດນາມ  ເພື່ອເປັນການຮ່ວມມືມິດຕະພາບລະຫວ່າງສອງແຂວງກໍຄືສອງປະເທດໃນມູນຄ່າ 7 ຕື້ກວ່າກີບ ໃນເບື້ອງຕົ້ນແມ່ນໄດ້ເລີ່ມລ້ຽງປາ ນິນໝັນເພື່ອສະໜອງປາຊີ້ນ ແລະ ປີ 2017 ແມ່ນໄດ້ເລີ່ມນຳພໍ່ແມ່ພັນງົວເຂົ້າມາລ້ຽງຈຳນວນ 6 ໂຕ ເພື່ອມາລ້ຽງຂະຫຍາຍພັນ, ປະຈຸບັນກິດຈະກຳທີ່ປະຕິບັດໃນສູນແມ່ນມີ 4 ກິດຈະກຳຄື: ຂະຫຍາຍແນວພັນປາ, ຂະຫຍາຍແນວພັນໄມ້ໃຫ້ໝາກ, ຂະຫຍາຍແນວພັນສັດໃຫຍ່ ແລະວຽກບໍລິຫານຈັດການສູນຊຶ່ງມີພະນັກງານທັງ ໝົດ 12 ຄົນ ທີ່ໄດ້ແບ່ງໜ້າທີ່ຮັບຜິດຊອບຢ່າງລະອຽດ,ການຂະຫຍາຍພັນປາແມ່ນສາມາດຜະລິດປານ້ອຍໄດ້ 10 ກວ່າຊະນິດເຊັ່ນ: ປາໄນ,ປານິນ,ປາປາກ,ປາເພ້ຍ,  ປາດຸກ ແລະປາອື່ນໆຕາມລະດູການ, ການປະຕິບັດຂອງສູນແມ່ນມີທ່າກ້າວຂະຫຍາຍຕົວໃນລະດັບດີມາເລື້ອຍໆ ແລະປີ 2021 ນີ້ກໍຈະໄດ້ເນັ້ນໃສ່ການຜະລິດລູກປາທີ່ມີຄຸນນະພາບໂດຍການຮ່ວມມືກັບພາກສ່ວນອື່ນໆໂດຍສະເພາະແມ່ນບັນດາບໍລິສັດເພື່ອເປັນທ່າແຮງອີກທາງໜຶ່ງໃນການພັດທະນາສູນນໍ້າຫີນ.  

  ນອກຈາກການຜະລິດແນວພັນພືດແນວພັນສັດກໍຄືແນວພັນປາສະໜອງໃຫ້ແກ່ຊາວກະສິກອນແລ້ວໃນຕໍ່ໜ້າທາງສູນຍັງມີແຜນຂະຫຍາຍສະຖານທີ່ເພື່ອສ້າງເປັນ ຟາມໝູ, ຂະຫຍາຍການປູກຫຍ້າເພື່ອເປັນອາຫານສັດໃຫ້ກວ້າງຂວາງ, ຂະຫຍາຍແນວພັນໄມ້ໃຫ້ໝາກ, ໄມ້ປະດັບ ລະໄມ້ອຸດສາຫະກໍາພ້ອມທັງພັດທະນາສູນດັ່ງ ກ່າວໃຫ້ກາຍເປັນສູນທີ່ທັນສະໄໝເທື່ອລະກ້າວ. 

 ໂດຍແສງອາທິດ