ສະຫາຍ ທອງລຸນ ສີສຸລິດ ອວຍພອນປີໃໝ່ລາວ ພສ 2564

  ໃນໂອກາດສົ່ງທ້າຍປີເກົ່າ “ປີຊວດ” ແລະຕ້ອນຮັບປີໃໝ່ “ປີສະຫຼູ” ພ.ສ 2564, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະ ທານປະເທດແຫ່ງ ສປປ ລາວ ໄດ້ຂໍຖືໂອກາດເອົາເລີກງາມຍາມດີວັນທີ່ເປັນມົງຄຸນນີ້, ສົ່ງສານຄໍາອວຍພອນໄຊອັນປະເສີດມາຍັງພີ່ນ້ອງຮ່ວມຊາດຕະຫຼອດເຖິງພີ່ນ້ອງເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດກໍຄືຊາວຕ່າງປະເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະທໍາມາຫາກິນຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານຈົ່ງປາສະຈາກໂລກໄພໄຂ້ເຈັບ, ປອດໄພຈາກພະຍາດໂຄວິດ-19, ມີພະລານາໄມສົມບູນ, ສຸກກາຍສຸກໃຈ ແລະມີຄວາມຈະເລີນກ້າວໜ້າທຸກປະການ.

ໃນປີເກົ່າ ພສ 2563 ທີ່ພວມຜ່ານພົ້ນໄປນີ້, ເວົ້າລວມແລ້ວກໍເປັນອີກປີແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດໃນການອອກເຫື່ອເທແຮງ, ສຸມທຸກກໍາລັງຂອງຕົນເຂົ້າໃນການພັດທະນາ, ສ້າງສາປະເທດຊາດອັນແສນຮັກຂອງພວກເຮົາຢ່າງເປັນຂະບວນຟົດຟື້ນສະເໝີມາ. ເຫດການທີ່ພົ້ນເດັ່ນກວ່າໝູ່ແມ່ນທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນເຮົາໄດ້ເຂົ້າຮ່ວມການກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ;ຈາກນັ້ນ, ປວງຊົນລາວທັງຊາດທີ່ມີສິດຕາມລັດຖະທຳມະນູນ ແລະກົດໝາຍໄດ້ພ້ອມພຽງຮຽງໜ້າກັນອອກມາໃຊ້ສິດຂອງຕົນໃນການປ່ອນບັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະສະ ມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຊຶ່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວໄດ້ສືບຕໍ່ຍົກສູງ ແລະເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າຢ່າງເຕັມສ່ວນ; ຕໍ່ຈາກນັ້ນ, ສະພາແຫ່ງຊາດກໍໄດ້ເປີດກອງປະຊຸມຄັ້ງປະຖົມມະລືກຂອງຕົນ ແລະໄດ້ ສຳເລັດລົງຢ່າງຈົບງາມໂດຍມີການຕົກລົງຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຂອງຊາດເຮົາ.

 ປີສະຫຼູ ພ.ສ 2564 ທີ່ພວມກ້າວເຂົ້າມາເປັນປີທີ່ມີຄວາມໝາຍສໍາຄັນສໍາລັບ ສປປ ລາວ ເຮົາຊຶ່ງພວກເຮົາຈະໄດ້ພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍໜ້າທີ່ວຽກງານຫຼາຍຢ່າງທີ່ສໍາຄັນຂອງພັກ ແລະຂອງຊາດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະຈັດຕັ້ງປະຕິບັດເປົ້າໝາຍ “ສູ້ຊົນພັດທະນາປະເທດເຮົາໃຫ້ຫຼຸດພົ້ນອອກຈາກສະ ຖານະພາບຄວາມດ້ອຍພັດທະນາເພື່ອກ້າວໄປສູ່ບາດກ້າວຕໍ່ໄປທີ່ໜັກແໜ້ນ, ພັດທະນາຕາມທິດສີຂຽວ ແລະຍືນຍົງແຕ່ນີ້ເຖິງປີ 2030”.

  ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ປະຊາຊົນລາວໃນທົ່ວປະເທດຕ້ອງໄດ້ພ້ອມກັບພັກ ແລະລັດເຮົາຮ່ວມແຮງຮ່ວມໃຈກັນອອກແຮງສູ້ຊົນຈັດຕັ້ງປະຕິບັດແນວທາງນະໂຍ ບາຍທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດໃຫ້ປະກົດຜົນເປັນຈິງ, ສ້າງວິຖີຊີວິດແບບໃໝ່, ສ້າງການຫັນປ່ຽນໃໝ່ໃນການທຳມາຫາກິນ, ການດຳລົງຊີວິດທີ່ກ້າວໜ້າທັນສະໄໝຂຶ້ນ, ຈຳກັດປັດເປົ່າສິ່ງຫຍໍ້ທໍ້ໃນສັງຄົມເຮົາໃຫ້ກາຍເປັນສັງຄົມທີ່ປອດໃສ, ສະອາດ, ຈົບງາມເປັນສັງຄົມທີ່ໂອບເອື້ອອາລີ, ຍຸຕິທຳ ແລະສີວິໄລຕາມມູນເຊື້ອອັນດີງາມຂອງຊາດທັງໃຫ້ມີຄວາມຄິດປະດິດສ້າງ ແລະກ້າວໜ້າທັນຍຸກທັນເຫດການດ້ວຍ.