ນ້ອງນັກຮຽນ 5 ໂຮງຮຽນຮັບຟັງການເຜີຍແຜ່ກົດໝາຍ

  ໃນລະຫວ່າງວັນທີ 30  ີນາ-1 ເມສາ 2021 ທີ່ຜ່ານມາ ທ່ານ ສີວົງ ອິນຕະວິໄສ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງປາກທາແຂວງບໍ່ແກ້ວພ້ອມດ້ວຍຄະນະໄດ້ລົງໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຄູ-ອາຈານ ແລະນ້ອງນັກຮຽນ ຕົ້ນຫາດສະ, ຕົ້ນຫາດ ດອນແກ້ວ, ຕົ້ນຈຽງຕອງ, ປະຖົມຈຽງຕອງ ແລະມສ ກ້ອນຕືນເຂົ້າຮ່ວມ.

  ຈຸດປະສົງເພື່ອເຮັດໃຫ້ນ້ອງນັກຮຽນທັງ 5 ໂຮງຮຽນໄດ້ຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະລະບຽບການຂອງລັດທີ່ວາງອອກໃນແຕ່ລະໄລຍະທີ່ເປັນການລະເມີດກົດໝາຍເພື່ອປູກຈິດສໍານຶກໃຫ້ເຍົາວະຊົນຄົນຮຸ່ນຫຼັງໃຫ້ມີສະຕິເຄົາລົບກົດໝາຍຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມກົດ ໝາຍທີ່ນໍາໄປໂຄສະນາເຜີຍແຜ່ໃນຄັ້ງນີ້ມີລັດຖະທໍາມະນູນ,ບາງມາດຕາປະມວນກົດໝາຍອາຍາກົດໝາຍວ່າດ້ວຍຢາເສບຕິດ, ກົດໝາຍວ່າດ້ວຍຄອບຄົວກົດໝາຍວ່າດ້ວຍທະບຽນຄອບຄົວ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ດຳລັດເລກທີ 77/ລບ ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍຜ່ານການລົງໂຄສະນາເຫັນວ່ານ້ອງນັກຮຽນມີຄວາມສົນໃຈຫຼາຍຕໍ່ກັບໃນເນື້ອຂອງກົດໝາຍທີ່ນໍາມາເຜີຍແຜ່ຊຶ່ງສະແດງອອກໃນການຍົກເອົາບັນຫາທີ່ເກີດຂຶ້ນຕົວຈິງມາສົນທະນາແລກປ່ຽນຢ່າງກົງໄປ-ກົງມາ. 

 ໃນຕອນທ້າຍທ່ານ ສີວົງ ອິນຕະວິໃສ ຍັງໄດ້ຮຽກຮ້ອງມາຍັງນ້ອງໆນັກຮຽນຈົ່ງໄດ້ເອົາໃຈໃສ່ໃນການເຄົາລົບປະຕິບັດກົດໝາຍໃຫ້ເຂັ້ມງວດແລະພ້ອມກັນສຶກສາຮໍ່າຮຽນ, ປະພຶດຕົນເປັນລູກທີ່ດີຂອງພໍ່ແມ່ເປັນນັກສຶກສາທີ່ດີຂອງຄູ-ອາຈານ ແລະເປັນຄົນດີຂອງສັງຄົມ.