ເຊກອງ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນໄລຍະປີໃໝ່ລາວ

  ໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ຄະນະນໍາແຂວງເຊກອງໄດ້ມອບໃຫ້ພະແນກອຸດສາຫະກຳ ແລະການຄ້າແຂວງປະສານສົມທົບກັບຂະແໜງ ການກ່ຽວຂ້ອງເອົາໃຈໃສ່ຊີ້ນຳ, ຕິດຕາມ, ກວດກາ ແລະຄຸ້ມຄອງລາຄາໃນທ້ອງຕະຫຼາດບໍ່ໃຫ້ພໍ່ຄ້າຊາວຂາຍກໍຄືຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຄ້າໂດຍບໍ່ມີເຫດຜົນ, ຫາກພົບເຫັນຜູ້ລະເມີດແມ່ນໃຫ້ປະຕິບັດມາດຕະການສຶກສາອົບຮົມ, ກ່າວເຕືອນ ແລະປັບໄໝຕາມຄວາມເໝາະສົມ.

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນໍາເສດຖະກິດຂັ້ນແຂວງໃຫ້ສໍາພາດຕໍ່ນັກຂ່າວວ່າ: ການສະເຫຼີມສະຫຼອງບຸນປີໃໝ່ລາວ (ພສ 2564) ປີນີ້ແມ່ນທ່າມກາງສະພາບຄວາມຫຍຸ້ງຍາກຫຼາຍໆດ້ານໂດຍສະເພາະແມ່ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຊຶ່ງການສະຫຼອງແມ່ນໃຫ້ປະຕິບັດໃນຂອບຮີດຄອງປະເພນີແລະຂະນົບທໍານຽມອັນດີງາມໂດຍຈັດຂຶ້ນຢູ່ພາຍໃນຄອບຄົວ, ສໍານັກງານ,  ອົງການ, ວັດວາອາຮາມ, ສະຖານທີ່ສັກກະລະບູຊາຕ່າງໆ ແລະຫ້າມຈັດການສະແດງສິລະປະດົນຕຣີຢູ່ຕາມວັດ, ສະຖານທີ່ສາທາລະນະຕ່າງໆລວມທັງຢູ່ຕາມຫາດ (ແຄມນໍ້າ); ຫ້າມການຫົດນໍ້າກັນດ້ວຍນໍ້າເປື້ອນ, ນໍ້າສີ ຫຼືນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນໍ້າຄົນອື່ນຢູ່ຕາມຫົນທາງ ແລະສະຖານທີ່ຕ່າງໆ, ທັງນີ້ກໍເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. 

   ສໍາລັບການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ພສ 2564 ແຂວງໄດ້ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ, ແຂວງ ແລະ ເມືອງປະຕິບັດຕາມພາລະບົດບາດ, ຄວາມຮັບຜິດຊອບຂອງພາກລັດໂດຍອອກແຈ້ງການເຖິງພໍ່ຄ້າຊາວຂາຍຫ້າມຂຶ້ນລາຄາສິນຄ້າໂດຍບໍ່ມີເຫດຜົນ, ພ້ອມແຕ່ງຕັ້ງຄະນະກໍາມະການຕິດຕາມກວດກາຕົວຈິງຕາມທ້ອງຕະຫຼາດແຕ່ແນວໃດກໍດີຫາກພົບເຫັນຜູ້ລະເມີດແມ່ນໃຫ້ປະຕິບັດມາດຕະການສຶກສາອົບຮົມ, ກ່າວເຕືອນແລະປັບໄໝຕາມຄວາມເໝາະສົມ. 

  ພ້ອມດຽວກັນນີ້ກໍໃຫ້ບັນດາພະແນກ, ຫ້ອງການ ແລະບັນດາເມືອງໃນທົ່ວແຂວງເອົາໃຈໃສ່ເປັນພິເສດຕໍ່ການຮັກສາຄວາມສະຫງົບປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໂດຍໃຫ້ມີການແບ່ງຄວາມຮັບຜິດຊອບໃນການເວນຍາມ ແລະ ປະຈຳການ, ໃຫ້ກອງບັນຊາການ ປສກ ແຂວງສົມທົບກັບພາກສ່ວນກ່ຽວຂ້ອງລົງໂຄສະນາສ້າງຈິດສຳນຶກໃຫ້ປະຊາຊົນໃນທົ່ວແຂວງເຄົາລົບຕໍ່ກົດລະບຽບການສັນຈອນໄປ-ມາ ແລະອຳນວຍຄວາມສະດວກຕ່າງໆໃຫ້ແກ່ປະຊາຊົນເພື່ອຮັບປະກັນຄວາມ ປອດໄພຕາມທ້ອງຖະໜົນ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມນຳອີກ. 

  ໃນໂອກາດປີໃໝ່ລາວ ພສ 2564 ທີ່ຈະມາເຖິງນີ້ ທ່ານຮອງເຈົ້າແຂວງເຊກອງຍັງໄດ້ອວຍພອນມາຍັງຄະນະພັກ-ອົງການປົກຄອງແຂວງ,ພະນັກງານ,ສະມາຊິກພັກ ແລະປະຊາຊົນບັນດາເຜົ່າຊາວແຂວງເຊກອງຈົ່ງມີແຕ່ຄວາມສຸກກາຍສະບາຍໃຈມີສຸຂະພາບເຂັ້ມແຂງແຂງແຮງ ແລະ ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບມອບ ໝາຍ. 

ຂ່າວ:ັນຍາ