ເຜີຍແຜ່ວຽກການຕ້ານສະກັດກັ້ນການຟອກເງິນ

  ວັນທີ 2 ເມສາ 2021 ທີ່ຫ້ອງວ່າການ ແຂວງບໍ່ແກ້ວ ໄດ້ມີກອງປະຊຸມເຜີຍແຜ່ວຽກງານການຕ້ານສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ກາກໍ່ການຮ້າຍ ແລະການປະເມີນຕາມຫຼັກການບໍລິຫານຄວາມສ່ຽງໃຫ້ແກ່ຂະແໜງການຮ້ານແລກປ່ຽນເງິນຕາ, ໂດຍການເປັນປະທານຂອງທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນທະນາຄານແຫ່ງ ສປປ ລາວ ມີທ່ານ ແສງເພັດ ພັນທະວົງ ຫົວໜ້າພະແນກເສດຖະກິດທະນານແຫ່ງ ສປປ ລາວ ພາກເໜືອສາຂາ ແຂວງອຸດົມໄຊ, ມີຜູ້ຕາງໜ້າຈາກຮ້ານແລກປ່ຽນເງິນຕາທົ່ວແຂວງບໍ່ແກ້ວເຂົ້າຮ່ວມ.

  ກອງປະຊຸມຜູ້ເຂົ້າຮ່ວມໄດ້ເອົາໃສ່ໃນການຄົ້ນຄວ້າຕັ້ງຄຳຖາມ ແລະ ແລກປ່ຽນຄຳຄິດເຫັນໃນວຽກງານດັ່ງກ່າວດ້ວຍພາວະວິໄສກົງໄປກົງມາ, ເພື່ອໃຫ້ເຫັນໄດ້ເຖິງ ຄວາມໝາຍ ແລະຄວາມສຳຄັນຂອງວຽກງານດັ່ງກ່າວ ແລະບົດຮຽນປະສົບການຄັ້ງນີ້ໄປພັນຂະຫຍາຍເຂົ້າໃນການດຳເນີນງານທຸລະກິດຂອງອົງກອນທີ່ຕົນສັງກັດຢູ່ ຕາມສິດ ແລະພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຕ້ານສະກັດກັ້ນການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະນິຕິກຳລຸ່ມກົດໝາຍທີ່ຜັນຂະຫຍາຍອອກມາຈາກກົດໝາຍ, ແນໃສ່ເຮັດໃຫ້ບັນດາຮ້ານແລກປ່ຽນເງິນຕາທົ່ວແຂວງບໍ່ແກ້ວ,ມີພັນທະລາຍງານວຽກງານຕ້ານ ແລະສະກັດກັ້ນການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍເຂົ້າໃຈ ແລະຮັບຮູ້ໄດ້ເຖິງການຈັດຕັ້ງປະຕິບັດວຽກງານ, ໃນໄລຍະຜ່ານມາ, ກໍ່ຄືປະຈຸບັນ ຊຶ່ງກໍາລັງດໍາເນີນການກະກຽມການ ປະເມີນຜົນຮອບດ້ານວຽກງານ ຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນປີ 2021, ສິດ,  ພັນທະ ແລະ ການຈັດຕັ້ງປະຕິບັດການປະເມີນຕາມຫຼັກການບໍລິຫານຄວາມສ່ຽງຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານກໍ່ຄືຮ້ານແລກປ່ຽນເງິນຕາໃນຂອບເຂດທົ່ວປະ ເທດ. 

  ເພື່ອກະກຽມການປະເມີນຜົນຮອບດ້ານຄັ້ງທີ 2 ລັດຖະບານເລັ່ງເຖິງຄວາມສໍາຄັນ ແລະສ້າງຕັ້ງຄະນະສະເພາະກິດຂຶ້ນເພື່ອລົງເລິກຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຊຶ່ງນໍາໂດຍທ່ານຮອງນາຍົກລັດຖະມົນຕີ ແລະຂັ້ນລັດຖະມົນຕີຈໍານວນ 25 ທ່າ າກ 14 ກະຊວງປະກອບຢູ່ໃນຄະນະກໍາມະການ ແລະພ້ອມນັ້ນກໍ່ໄດ້ແບ່ງວຽກອອກເປັນ 4 ກຸ່ມ ວຽກເພື່ອຈັດຕັ້ງປະຕິບັດຄື: ວຽກງານເຜີຍແຜ່ ແລະເຊື່ອມຊຶມ, ວຽກງານນິຕິກໍາ ແລະກົນໄກ, ວຽກງານຄຸ້ມຄອງ ແລະວຽກງານການດໍາເນີນຄະດີໂດຍແມ່ນສໍານັກງານຂໍ້ມູນຕ້ານການຟອກເງິນເປັນກອງເລຂາ ເຮັດວຽກໃນການປະສານງານ. 

  ທັງນີ້ກໍ່ເພື່ອເຮັດໃຫ້ທຸກຂົງເຂດທົ່ວສັງຄົມໄດ້ຮັບຊາບ ແລະເຂົ້າໃຈສິດພັນທະຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ, ໂດຍສະເພາະຂະແໜງການຫົວໜ່ວຍທີ່ມີໜ້າທີ່ລາຍງານທົ່ວປະເທດເຊື່ອມຊຶມໄດ້ເຖິງຄວາມໝາຍຄວາມສໍາຄັນກ່ຽວກັບວຽກງານຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເວົ້າລວມ, ເວົ້າສະເພາະກໍ່ຄືໃນຂອບເຂດແຂວງບໍ່ແກ້ວ.