ແຂວງວຽງຈັນຊຸກຍູ້ຊຳລະຄ່າທາງ ແລະທີ່ດິນ

  ເຊິ່ງນຳໂດຍທ່ານ ຂັນທອງ ພະລະຄອນ ຫົວໜ້າສ່ວຍສາອາກອນປະຈຳແຂວງວຽງຈັນ, ພ້ອມດ້ວຍພະນັກງານວິຊາການສອງພາກສ່ວນດັ່ງກ່າວເຂົ້າຮ່ວມ.

ທ່ານ ຂັນທອງ ພະລະຄອນ ຫົວໜ້າສ່ວຍສາອາກອນປະຈຳແຂວງວຽງຈັນກ່າວວ່າ: ຈຸດປະສົງຄັ້ງນີ້ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບຄ່າທໍານຽມທາງ ແລະຄ່າທໍານຽມທີ່ດິນ (ພາສີທີ່ດິນ) ດ້ວຍການຊໍາລະຜ່ານລະບົບທະນາຄານ, ມີຄວາມສະດວກ,ໂປ່ງໃສມອບໃຫ້ທັນຕາມກໍານົດເວລາ. ສ່ວຍສາອາກອນປະຈໍາແຂວງວຽງຈັນ ໄດ້ສົມທົບກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງວຽງຈັນ, ເພື່ອປະຕິບັດການເຄື່ອນໄຫວຊຸກຍູ້ການເສຍຄ່າທໍານຽມທາງ, ຄ່າທໍານຽມທີ່ດິນ (ພາສີທີ່ດິນ) ປະຈໍາປີ 2021 ໃຫ້ເປັນຂະບວນການເປັນປົກກະຕິແລະຕໍ່ເນື່ອງເພື່ອເຮັດໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ,ພໍ່ຄ້າຊາວຂາຍ, ນັກຮຽນ, ນັກສຶກສາ, ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ໄດ້ນໍາໃຊ້ພາຫານະ ແລະສິດນໍາໃຊ້ທີ່ດິນ ໃຫ້ແຈ້ງເສຍຄ່າທໍານຽມທາງ ແລະພາສີທີ່ດິນຕາມທີ່ໄດ້ກໍານົດໄວ້ຕາມກົດໝາຍວ່າດ້ວຍທີ່ດິນ ແລະລັດຖະບັນຍັດຄ່າທໍານຽມທາງ.

  ທ່ານກ່າວອີກວ່າ: ການຊໍາລະຄ່າທໍານຽມທາງ ແລະເສຍພາສີທີ່ດິນແມ່ນທ່ານສາມາດຊໍາລະຜ່ານລະບົບທະນາຄານດ້ວຍ 6 ທາງເລື່ອກຄື : ຊໍາລະຜ່ານປ່ອງບໍລິການ ຂອງທະນາຄານ (Counter), ຊໍາລະຜ່ານທາງອອນລາຍ (ຊໍາລະຜ່ານ BCEL One ຫຼື BCEL i-bank ແລະຊ່ອງທາງອອນລາຍທະນາຄານຕົວແທນ), ຊໍາລະຜ່ານຕູ້ເອທີເອັມ (ATM), ຊໍາລະຜ່ານຕູ້ອັດຕະໂນມັດ (kiosk),ຊໍາລະຜ່ານຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດເປັນຕົວແທນ (BCOME) ປະຈໍາຢູ່ຕາມຈຸດຕ່າງໆ ແລະສ່ວຍສາອາກອນປະຈໍາໃນ 11 ຕົວ ເມືອງທົ່ວແຂວງວຽງຈັນ ແລະຊໍາລະຜ່ານທະນາຄານຕົວແທນ, ສຳລັບບຸກຄົນ,ນິຕິບຸກຄົນ ແລະການຈັດຕັ້ງຜູ້ໃຊ້ ຫຼືນໍາໃຊ້ທີ່ດິນຢູ່ຂອບເຂດທົ່ວແຂວງວຽງຈັນທີ່ຢູ່ເຂດຫາງໄກສອກຫຼີກບໍ່ມີສາຂາ ຫຼືຕົວແທນຂອງທະນາຄານຕັ້ງຢູ່ທີ່ບໍ່ມີເງື່ອນໄຂຊໍາລະຜ່ານລະບົບທະນາຄານແມ່ນສາມາດຊໍາລະຄ່າທໍານຽມນໍາໃຊ້ທີ່ດິນ ຫຼືພາສີທີ່ດິນຜ່ານຫ້ອງການປົກຄອງບ້ານ (ການເງິນບ້ານ) ບ່ອນດິນທີ່ຕັ້ງຢູ່.

 ພ້ອມນີ້ສ່ວຍສາອາກອນປະຈຳແຂວງວຽງຈັນຍັງຈະຮ່ວມກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນສາຂາໂພນໂຮງຈະໄດ້ລົງເປີດໜ່ວຍບໍລິການເຄື່ອນທີ່ເພື່ອບໍລິ ການຊຳລະຄ່າທໍານຽມທາງ ແລະຄ່າທໍານຽມທີ່ດິນ (ພາສີທີ່ດິນ) ຢູ່ບັນດາພະແນກການ, ກົມກອງອ້ອມຂ້າງຂອງແຂວງຕື່ມອີກ.

ຂ່າວ: ແກ້ວອຸດົມ