ເຊັນສັນຍາໂຄງການໄຟຟ້າແສງຕາເວັນ 2 ແຂວງ

   ວັນທີ 6 ເມສາ ຜ່ານມາທີ່ກະຊວງແຜນການ ແລະການລົງທຶນພິທີເຊັນສັນຍາພັດທະນາໂຄງການ PDA ໂຄງການໄຟຟ້າພະລັງງານແສງຕາເວັນຢູ່ເມືອງລະມາມ ແຂວງເຊກອງ ແລະຢູ່ເມືອງໂຂງ, ເມືອງປະທຸມພອນ ແຂວງຈຳປາສັກ ຕ່າງໜ້າຝ່າຍລັດຖະບານເຊັນອະນຸຍາດຂອງທ່ານນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ,ສ່ວນຜູ້ພັດທະນາແມ່ນທ່ານນາງ ໄຊທານີ ຈັນທະວົງສາ ປະທານ ບໍລິສັດ ເນເຊີແນວຄອນຊາວຕິ້ງກຣຸບ ຈໍາກັດ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

  ທ່ານ ນາງໄຊທານີ ຈັນທະວົງສາ ປະທານບໍລິສັດ ເນເຊີແນວຄອນຊາວຕິ້ງ ກຣຸບ ຈໍາກັດ ກ່າວວ່າ: ການເຊັນສັນຍາໃນຄັ້ງນີ້ແມ່ນເພື່ອພັດທະນາພະລັງງານທົດແທນແສງອາທິດຊຶ່ງເປັນພະລັງງານທີ່ສະອາດ ແລະເປັນມິດຕໍ່ສະພາບແວດລ້ອມໃນ ສປປ ລາວ, ທັງເພື່ອບັນລຸເປົ້າໝາຍໃນການພັດທະນາແບບຍືນຍົງພະລັງງານແສງຕາ ເວັນແມ່ນເປັນທາງເລືອກໜຶ່ງທີ່ຜົນກະທົບຕໍ່ສິ່ງແວດລ້ອມບໍ່ຫຼາຍ, ສະດວກໃນການຕິດຕັ້ງ ແລະ ບໍາລຸງຮັກສາ, ທາງດ້ານສິ່ງແວດລ້ອມທໍາມະຊາດໂຄງການຈະເປັນສ່ວນໜຶ່ງຊ່ວຍຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະເສີມຂະຫຍາຍການພັດທະນາພະລັງງານດ້ານທິດສີຂຽວຂອງລັດຖະບານ, ຊຶ່ງທັງ 2 ໂຄງ ການນີ້ໄດ້ເອື້ອອໍານວຍໃຫ້ແກ່ແຂວງ, ເພື່ອສ້າງລາຍຮັບໃຫ້ແຂວງໃນການລົງທຶນຂອງໂຄງການ, ໂດຍສະເພາະໂຄງການພະລັງງານແສງຕາເວັນຢູ່ເມືອງລະມາມແຂວງ

ເຊກອງ ຊຶ່ງມີກໍາລັງຕິດຕັ້ງ 500 ເມກາວັດ ແລະໂຄງການພະລັງງານ ໄຟຟ້າແສງຕາເວັນຢູ່ເມືອງໂຂງ ແລະ ເມືອງປະທຸມພອນ ແຂວງຈຳປາສັກ ມີກໍາລັງຕິດຕັ້ງ 80 ເມກາວັດ, ເຊິ່ງທັງສອງໂຄງການນີ້ແມ່ນພ້ອມທຸກດ້ານ ແລະໝັ້ນໃຈໃນການກ້າວເຂົ້າສູ່ເຊັ່ນພັດທະນາໂຄງການຊຶ່ງບໍລິສັດ ເນເຊີແນວຄອນ ຊາວຕີ້ງກຣຸບ ຈໍາກັດຜູ້ດຽວ ໄດ້ດໍາເນີນບັນດາໜ້າວຽກຄົບຖ້ວນຕາມເງື່ອນໄຂ,ໄດ້ດໍາເນີນການ ແລະມີຄວາມຄືບໜ້າໄດ້ຫຼາຍພໍສົມຄວນບໍ່ວ່າດ້ານວຽກສຶກສາຂໍ້ມູນດ້ານທ້ອງຖິ່ນ, ບົດ FS ເບື້ອງຕົ້ນ ກໍ່ສໍາເລັດໃນການຮັບຮອງຈາກກົມຄຸ້ມຄອງພະລັງແສງຕາເວັນ,ຊຶ່ງເບື້ອງຕະຫຼາດສົ່ງໄປຂາຍທີ່ປະເທດຫວຽດນາມຊຶ່ງພວກເຮົາມີກຸ່ມນັກລົງທຶນເບື້ອງຫວຽດນາມມີຫຼາຍບໍລິສັດມີຄວາມສົນໃຈຢາກຮ່ວມທຶນນໍາພວກເຮົາຊຶ່ງທາງກະຊວງພະລັງງານ ແລະບໍ່ແຮ່ກໍ່ໄດ້ອອກໜັງສືສະໜັບສະໜູນເຖິງກະຊວງອຸດສາຫະກໍາ ແລະການຄ້າຫວຽດ ນາມເພື່ອຮັບຮອງເຂົ້າໃນແຜນເພື່ອແລ່ນຂັ້ນຕອນໃນການສຶກສາບົດ FS ຂັ້ນສຸດທ້າຍ ເພື່ອຮັບຮອງຈາກກົມວິຊາການຂອງການເຊື່ອມຕໍ່ເຂົ້າໃນລະບົບໄຟຟ້າຂອງ EVN ຕາມຂັ້ນຕອນຂອງຕະຫຼາດຫວຽດນາມ.