ປີແລ້ວ ດ່ານບໍ່ເຕັນເກັບລາຍຮັບລື່ນແຜນ 24,95%

  ປີ 2020 ດ່ານພາສີສາກົນບໍ່ເຕັນແຂວງຫຼວງນໍ້າທາທີ່ຂຶ້ນກັບກອງຄຸ້ມຄອງພາສີ I ກົມພາສີກະຊວງການເງິນເກັບລາຍຮັບໄດ້ລື່ນແຜນການ 53 ຕືກວ່າກີບ ຈາກຕົວເລກແຜນການທັງໝົດ 215,690 ຕື້ກີບ ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດເກັບລາຍຮັບໄດ້ທັງໝົດ 269.514.615.000 ກີບ ທຽບໃສ່ແຜນການປະ ຕິບັດໄດ້ 124,95% ຂອງ ແຜນການປີ (ລື່ນແຜນການທີ່ຂັ້ນເທິງມອບໝາຍໃຫ້ 24,95%). ລື່ນປີ 2019 ຈໍານວນ 24.030.127.000 ກີບ.

    ທ່ານ ຄໍາຫຼ້າ ບຸນມະນີ ຮອງຫົວໜ້າດ່ານສາກົນບໍ່ເຕັນໃຫ້ສໍາພາດວ່າ: ລາຍຮັບທີ່ເກັບໄດ້ຕົ້ນຕໍແມ່ນຈາກການນໍາເຂົ້າສິນຄ້າເປັນຕົ້ນ: ພາຫະນະເປັນຄັນກວມເອົາ 40,38%, ເຄື່ອງອຸປະໂພກບໍລິໂພກກວມເອົາ 28,93%, ວັດສະດຸກໍ່ສ້າງກວມເອົາ 14,71%, ຄ່າທໍາ ນຽມຕ່າງໆກວມເອົາ 7,99%, ເຄື່ອງໃຊ້ໄຟຟ້າກວມເອົາ 3,39%, ສິ້ນສ່ວນອະໄຫຼ່ກວມເອົາ 3,35%, ປັບໃໝ, ຂາຍເຄື່ອງຮິບກວມເອົາ 0,87% ແລະອື່ນໆ ຕາມລໍາດັບໂດຍນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຈັດເກັບເປັນຕົ້ນ: ລະບົບການແຈ້ງພາສີແບບອັດຕະໂນມັດ ( AS YCUDA ) ແລະລະບົບ SMART TAX, ມີເຄື່ອງກວດກາດ້ວຍລະບົບສາຍແສງ (Scanner) ເຂົ້າໃນວຽກງານກວດກາ, ມີລະບົບ Easy Pass ເປັນລະບົບທີ່ທັນສະໄໝ, ການຈັດເກັບຄ່າທໍານຽມພາຫະນະ ແລະຜູ້ໂດຍສານເຂົ້າອອກແມ່ນຢູ່ຈຸດດຽວ, ໂດຍຜ່ານລະບົບທະນາຄານສາມາດຈັດເກັບຄ່າທໍານຽມນໍາຄົນ ແລະ ພາຫະນະທີ່ເຂົ້າມາເຂດເສດຖະກິດບໍ່ເຕັນແດນງາມ ແລະ ໄດ້ຮັບການຮ່ວມມືໃນການເກັບຄ່າທໍານຽມເປັນ ຢ່າງດີ, ການອອກ ບ53 ແມ່ນມີຄວາມສະດວກ, ວ່ອງໄວຂຶ້ນ ແລະມີຄວາມຮັບປະກັນໃນການສັງລວມສະຖິຕິ, ສະຫຼຸບລາຍຮັບຄ່າທໍານຽມພາຫະນະ-ຜູ້ໂດຍສານເຂົ້າ ອອກຜ່ານລະບົບ Report ຂໍ້ມູນ.

 ທ່ານ ຄໍາຫຼ້າ ບຸນມະນີ ໃຫ້ຮູ້ຕື່ມວ່າ: ສໍາລັບການກວດກາການລັກລອບສິນຄ້າໜີພາສີບໍ່ວ່າພາຍໃນດ່ານກໍ່ຄືນອກດ່ານ, ໃນປີ 2020 ຜ່ານມາໄດ້ຈັບກຸມສິນຄ້າລັກລອບພາຍໃນດ່ານ-ນອກດ່ານໄດ້ເຖິງ 60 ຄະດີ, ມູນຄ່າ 59,3 ກວ່າຕື້ກີບ ໃນນີ້ລວມມີ: ຄະດີພາຫະນະ 25 ຄະດີ; ຄະດີການລັກລອບໄມ້ຫວງຫ້າມ 8 ຄະດີ ແລະຄະດີຈັບກຸມສິນຄ້າ, ເຄື່ອງຂອງທົ່ວໄປ 27 ຄະດີ. ຮອງຫົວໜ້າດ່ານສາກົນບໍ້ເຕັນໃຫ້ຮູ້ອີກວ່າ: ສຳລັບປີ 2021 ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 289,95 ຕື້ກີບ ຊຶ່ງຄະນະຮັບຜິດຊອບ ແລະ ພະນັກງານໃນດ່ານຈະເອົາໃຈໃສ່ຢ່າງສຸດຄວາມສາ ມາດເພື່ອໃຫ້ການຈັດເກັບລາຍຮັບບັນລຸຄາດໝາຍທີ່ວາງໄວ້.

ຂ່າວ: ບຸນຕຽງ ຈັນທະວົງ