ເຊກອງ ຕ້ອງການທຶນ 4 ພັນຕື້ກວ່າກີບ ພັດທະນາ 5 ປີ

  ໃນອີກ 5 ປີຕໍ່ໜ້າ ແຂວງເຊກອງ ໄດ້ຕັ້ງເປົ້າໝາຍຈະຮັກສາອັດຕາການຂະຫຍາຍຕົວຂອງເສດຖະກິດໃຫ້ຢູ່ໃນລະດັບ 5% ຕໍ່ປີ, ແຕ່ທັງນີ້ເພື່ອບັນລຸຕົວເລກດັ່ງກ່າວທາງແຂວງມີຄວາມຕ້ອງການທຶນສູງເຖິງ 4,6 ພັນຕື້ກວ່າກີບ ເພື່ອນຳໃຊ້ເຂົ້າໃນການສ້າງຮາກຖານການຂະຫຍາຍຕົວໃຫ້ເຂັ້ມແຂງ ແລະຍືນຍົງ.

   ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງເຊກອງ (ສພຂ) ຊຸດທີ II ໃນວັນທີ 7 ເມສາ 2021 ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງໄດ້ ລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ໃຫ້ຮູ້ວ່າ: ໃນ 5 ປີຕໍ່ໜ້ານີ້ແຂວງມີຄວາມຕ້ອງການທຶນເພື່ອມາພັດທະນາດ້ານຕ່າງໆກວມເອົາ 40% ຂອງລວມຍອດຜະລິດຕະພັນພາຍໃນ ຫຼືປະມານປີລະ 926 ຕື້ກີບ; ໂດຍແຫຼ່ງທຶນດັ່ງກ່າວນີ້ຄາດວ່າຈະໄດ້ຈາກການລົງທຶນຂອງລັດ 250 ຕື້ກີບ, ການຊ່ວຍເຫຼືອລ້າ ແລະກູ້ຢືມ 463 ຕື້ກີບ, ຈາກການລົງທຶນຂອງເອກະຊົນທັງພາຍ ໃນ ແລະຕ່າງປະເທດ 3.028 ຕື້ກີບ ແລະອີກ 889 ຕື້ກີບ ແມ່ນທຶນສິນເຊື່ອທະນາຄານ.

 ສ່ວນດ້ານລາຍຮັບຄາດວ່າໃນ 5 ປີຈະເກັບລາຍຮັບໃຫ້ໄດ້ປະມານ 480,78 ຕື້ກີບ ຫຼືປະມານ 96,15 ຕື້ກີບຕໍ່ປີ ແລະຄຸ້ມຄອງລາຍຈ່າຍໃຫ້ຢູ່ທີ່ 1,5 ພັນຕື້ກວ່າກີບ; ຂະນະທີ່ການສົ່ງອອກສິນຄ້າໃຫ້ເພີ່ມຂຶ້ນສະເລ່ຍ 10% ຕໍ່ປີ, 5 ປີບັນລຸ 195,75 ລ້ານໂດລາ ແລະການນໍາເຂົ້າໃນແຜນການກໍໃຫ້ມີທັງໝົດ 150,11 ລ້ານໂດລາ.

  ແນວໃດກໍດີສໍາລັບການລົງທຶນໃນ 5 ປີຄືນຫຼັງນັ້ນ, ແຂວງເຊກອງແມ່ນສາມາດລະດົມ ແລະມີການລົງທຶນທັງໝົດ 4.744,99 ຕື້ກີບລື່ນແຜນການ 30% ໃນນີ້ເປັນການລົງທຶນຂອງລັດ 610,73 ຕື້ກີບ, ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 317,14 ຕື້ກີບ, ທຶນຂອງເອກະຊົນ 1.173,63 ຕື້ກີບ ແລະ ທຶນສິນເຊື່ອຂອງທະນາ ຄານ 2.643,5 ຕື້ກີບ.

  ທ່ານເຈົ້າແຂວງໆເຊກອງກ່າວຕື່ມອີກວ່າ: ຜ່ານການລົງທຶນຄືດັ່ງກ່າວໄດ້ເຮັດໃຫ້ເສດຖະກິດຂອງແຂວງເຕີບໂຕໂດຍສະເລ່ຍ 7,7% ຕໍ່ປີ, ໃນນັ້ນຂະແໜງກະສິກໍາ ແລະປ່າໄມ້ເພີ່ມຂຶ້ນ 6,77%ຂະແໜງອຸດສາຫະກໍາ 8,38% ແລະການບໍລິການເພີ່ມຂຶ້ນ 8,24%;ສະເລ່ຍລາຍໄດ້ GDP ໃສ່ຫົວຄົນໄດ້ 1.728ໂດລາຕໍ່ຄົນຕໍ່ປີ.

 ພ້ອມດຽວກັນນີ້ຍັງໄດ້ເຮັດໃຫ້ແຂວງມີໃບໜ້າໃໝ່ໂດຍທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໆເຊກອງ, ຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນແຂວງຢືນຢັນວ່າ: ການຜະລິດກະສິກໍາເປັນສິນຄ້າມີການຂະຫຍາຍຕົວເປັນກ້າວໆ, ມີຄອບຄົວຕົວແບບດ້ານການຜະລິດ, ມີໂຮງງານປຸງແຕ່ງກະສິກຳ,ພ້ອມດຽວກັນນັ້ນສິນຄ້າຫຼາຍຊະນິດກໍໄດ້ມີການ ພັດທະນາໃຫ້ມີຄຸນນະພາບກວ່າຜ່ານມາ,ຫົວໜ່ວຍການຜະລິດ ແລະບໍລິການນັບມື້ເພີ່ມຂຶ້ນ, ພື້ນຖານໂຄ່ງລ່າງທີ່ເປັນຍຸດທະສາດເຊັ່ນ: ເທສະບານແຂວງ, ເທສະບານຂອງບາງເມືອງ, ເສັ້ນທາງຄົມມະນາຄົມ ແລະອື່ນໆໄດ້ຮັບການພັດທະນາ, ມີບາງໂຄງການສໍາເລັດ ແລະບາງໂຄງການພວມສືບຕໍ່ດ້ວຍຄວາມຄືບໜ້າ.

ຂ່າວ: ສັນຍາ