ທຫລ ເຜີຍແຜ່ວຽກຕ້ານຟອກເງິນໃຫ້ທຸລະກິດ

  ສໍານັກງານຂໍ້ມູນການຕ້ານການຟອກເງິນທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການຕ້ານສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະບັນດານິຕິກໍາທີ່ກ່ຽວຂ້ອງໃຫ້ກັບຫົວໜ່ວຍທຸລະກິດແຂວງຫຼວງພະບາງຂຶ້ນໃນວັນທີ 6 ເມສາ2021 ນີ້ ຢູ່ຫ້ອງປະຊຸມຊັ້ນ3 ຂອງທະນາຄານດັ່ງກ່າວໂດຍ ການເປັນປະທານຮ່ວມຂອງ ທ່ານ ຈິນ ດາໄມ ວິໄລຫົງສ໌ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານ ແຫ່ງ ສປປ ລາວ, ທ່ານ ນາງ ພຸດດາວັນ ສິຣິສົມບັດ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ, ຮ້ານແລກປ່ຽນເງິນຕາ ແລະອົງການບໍ່ຫວັງຜົນກໍາໄລ (ສະມາຄົມແລະມູນນິທິ) ເຂົ້າຮ່ວມ.

 ທ່ານ ນາງ ພຸດດາວັນ ສິຣິສົມບັດ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາແຂວງຫຼວງພະບາງໃນນາມປະທານກ່າວເປີດກອງປະຊຸມໄດ້ກ່າວ່າ: ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເຜີຍແຜ່ ແລະ ເຊື່ອມຊຶມວຽກງານໂດຍສະເພາະພາບລວມ, ການປະເມີນຄວາມສ່ຽງຮອບດ້ານ, ສິດ ແລະ ພັນທະຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານກ່ຽວກັບວຽກງານຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ສະນັ້ນຈິ່ງຖືເປັນວຽກງານທີ່ມີຄວາມສໍາຄັນຕໍ່ສະພາບເສດຖະກິດໃນປະເທດ, ສປປ ລາວ ກໍ່ຄືລັດຖະບານໄດ້ເລັ່ງເຫັນຄວາມສໍາຄັນ ແລະໄດ້ສ້າງຄະນະກໍາມະການລະດັບຊາດຂຶ້ນເພື່ອຊີ້ນຳໂດຍກົງຕໍ່ວຽກງານດັ່ງກ່າວໂດຍມີທ່ານຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານເສດຖະ ກິດເປັນປະທານ ແລະຍັງໄດ້ປະກອບມີລັດຖະມົນຕີ ແລະຮອງລັດຖະມົນຕີຈາກ 10 ກະຊວງ ແລະທຽບເທົ່າເຂົ້າຮ່ວມໃນຄະນະເພື່ອສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

  ທ່ານກ່າວຕື່ມວ່າໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການປະເມີນຜົນຮອບດ້ານຄັ້ງທໍາອິດ ໃນປີ 2010 ຊຶ່ງຜົນການປະເມີນໃນຄັ້ງນັ້ນແມ່ນຕົກຢູ່ໃນບັນຊີເທົາເຮັດໃຫ້ ສປປ ລາວ ພົບຄວາມຫຍຸ້ງຍາກດ້ານເສດຖະກິດຫຼາຍດ້ານເປັນຕົ້ນ: ລະບົບໃນການຊໍາລະເງິນກັບສາກົນຖືກຈໍາກັດ, ບໍ່ສາມາດໂອນເງິນໄປຊໍາລະຄ່າສິນຄ້າ-ບໍລິການ, ພາບພົດຂອງປະເທດທີ່ສາກົນເບິ່ງ ສປປ ລາວ ແມ່ນປະເທດທີ່ມີຄວາມສ່ຽງສູງດ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ນັກລົງທຶນຕ່າງປະເທດ ຫຼຸດລົງ ແລະບັນຫາອື່ນໆ. ຜ່ານການສູ້ຊົນ, ປັບປຸງແກ້ໄຂຂໍ້ຄົງຄ້າງຕ່າງໆໄດ້ອອກບັນດານິຕິກໍາທີ່ຕິດພັນຈໍານວນ 28 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນໃຫ້ສອດຄ່ອງຕາມມາດຖານສາກົນ, ສ້າງກົນໄກ ແລະຂັ້ນຕອນຕ່າງໆ ປະຕິບັດໃຫ້ເກີດປະສິດທິຜົນມາຮອດປີ 2017 ຈຶ່ງເຮັດໃຫ້ ສປປ ລາວ ສາມາດອອກຈາກບັນຊີເທົາຂອງສາກົນ.

  ຊຶ່ງມາຮອດປະຈຸບັນ ສປປ ລາວ ແມ່ນພວມຢູ່ໃນຂັ້ນຕອນກະກຽມການປະເມີນຜົນຮອບດ້ານ ຄັ້ງທີ 2 ໃນສົກປີ 2020-2021, ບົນພື້ນຖານເງື່ອນໄຂ 40 ຂໍ້ແນະນໍາ ແລະ 11 ປະສິດທິຜົນຂອງອົງການຕ້ານການຟອກເງິນສາກົນທີ່ ສປປ ລາວ ເຂົ້າຮ່ວມເປັນສະມາຊິກ. ໄດ້ແບ່ງຄວາມຮັບຜິດຊອບອອກເປັນ 4 ກຸ່ມວຽກຄື: 1. ວຽກງານເຜີຍແຜ່ ແລະເຊື່ອມຊຶມ, 2. ວຽກງານນິຕິກໍາ ແລະກົນໄກ, 3. ວຽກງານຄຸ້ມຄອງ ແລະ 4. ວຽກງານການດໍາເນີນຄະດີ. ໂດຍແມ່ນ ສໍານັກງານຂໍ້ມູນຕ້ານການຟອກເງິນເປັນກອງເລຂາເຮັດວຽກໃນການປະສານງານ.

  ພ້ອມນີ້ ທ່ານ ພຸດດາວັນ ສິຣິສົມບັດ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາ ແຂວງຫຼວງພະບາງຍັງໄດ້ຮຽກຮ້ອງໃຫ້ທຸກຄົນທີ່ເຂົ້າຮ່ວມຍົກສູງຄວາມຮັບຜິດ ຊອບໃນການປຶກສາຫາລື ແລະ ແລກປ່ຽນຄຳເຫັນ, ຕາມວາລະກອງປະຊຸມຢ່າງລະອຽດ, ພາວະວິໄສ, ກົງໄປກົງມາເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດຕົວຈິງໄດ້ຢ່າງເໝາະສົມ ແລະມີປະສິດທິພາບສູງ ທັງນີ້ກໍເພື່ອກະກຽມຄວາມພ້ອມຮອບດ້ານເພື່ອຮອງຮັບໃຫ້ແກ່ການປະເມີນການຈັດຕັ້ງປະຕິບັດວຽກງານການຕ້ານສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຕາມພັນທະສາກົນຂອງ ສປປ ລາວ ຄັ້ງທີ 2 (2020-2021) ທີ່ຈະຈັດຂຶ້ນໃນເດືອນມິຖຸນາ 2021 ນີ້.

ຂ່າວ: ສີສຸວັນ