ເພື່ອຂ້າມວິກິດ ໄຟຟ້າລາວຫຼຸດລາຍຈ່າຍບໍລິຫານລົງ 20%

 ກອງປະຊຸມສະຫຼຸບປີ 2020 ແລະວາງທິດທາງແຜນການປະຈໍາປີ 2021 ຂອງລັດວິສາຫະກິດໄຟຟ້າລາວໄດ້ດໍາເນີນຂຶ້ນໃນວັນທີ 5-6 ເມສາ 2021 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວໂດຍການເປັນປະທານຂອງ ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານລັດວິສາຫະກິດໄຟຟ້າລາວ,ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວພ້ອມດ້ວຍ ຄະນະຝ່າຍຄະນະສາຂາ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
  ຕາມຂໍ້ມູນການເປີດເຜີຍໃນກອງປະຊຸມດັ່ງກ່າວລະບຸວ່າ: ໃນຕະຫຼອດໄລຍະຜ່ານມາພັກ ແລະລັດຖະບານໄດ້ເອົາໃຈໃສ່ ແລະຊີ້ນໍາຢ່າງໃກ້ຊິດ, ເພື່ອໃຫ້ລັດວິສາຫະກິດໄຟຟ້າລາວສາມາດຜ່ານຜ່າວິກິດການຕ່າງໆ ຄຽງຄູ່ກັບການພະຍາຍາມແກ້ໄຂສະພາບການດໍາເນີນທຸລະກິດຂາດທຶນເປັນເວລາ 10 ປີຕໍ່ເນື່ອງ ແລະສະພາບໜີ້ສິນອັນມະຫາສານຄຽງຄູ່ ກັນກັບການສ້າງຄວາມເຂົ້າໃຈໃຫ້ກັບສັງຄົມເຊັ່ນ: ຕົ້ນທຶນລາຄາໄຟເພື່ອກະກຽມຮັບມືຈາກຫາງສຽງຈົ່ມວ່າຈາກສັງຄົມ, ໃນໄລຍະປັບປຸງໂຄງສ້າງລາ ຄາໄຟຟ້າໃໝ່,ການປັບປຸງໂຄງຮ່າງບໍລິຫານອົງກອນໃຫ້ມີຄວາມກະທັດຮັດ,ເຈລະຈາກັບບັນດາແຫຼ່ງຜະລິດ IPP ທີ່ສັນຍາຮ່ວມກັນເພື່ອຂໍຊໍາລະຄ່າໄຟເປັນເງິນກີບເພື່ອແກ້ໄຂບັນຫາການແລກປຽນເງິນຕາ, ໂຈະບັນດາໂຄງການທີ່ບໍ່ທັນຮີບດ່ວນ, ປັບປຸງຄືນບັນດາໜ້າວຽກໃນໂຄງການພັດທະນາຕ່າງໆ ແລະເຈລະຈາຄືນມູນຄ່າໂຄງການຮັບເໝົາຕ່າງປະເທດ, ໄດ້ປັບຫຼຸດລາຍຈ່າຍບໍລິຫານຂອງໄຟຟ້າລາວລົງ 20% ເພື່ອຂ້າມຜ່ານວິກິດການນີ້, ສໍາເລັດການສະເໜີປັບປຸງໂຄງສ້າງລາຄາຈໍາໜ່າຍໄຟຟ້າພາຍໃນປະເທດ,ສໍາເລັດການປັບປຸງໂຄງຮ່າງຈາກ 11 ຝ່າຍ ແລະ 3 ຫ້ອງການມາເປັນ 8 ຝ່າຍ ແລະ 1 ຫ້ອງການ,ໄດ້ເລິ່ມສ້າງກົນໄກປະເມີນພະນັກງານໂດຍໃຊ້ລະບົບ KPI , ດ້ານວຽກງານຄຸ້ມຄອງເອກະສານແມ່ນກໍາລັງພັດທະນາລະບົບ E-Office ເພື່ອໃຫ້ສາມາດຄຸ້ມຄອງ-ບໍລິຫານເອກະສານໄດ້ຢ່າງເປັນລະບົບຄົບຊຸດ , ມີລະບົບ Call Center (EDL App) ແລະນອກຈາກນີ້ກໍ່ຍັງໄດ້ສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ລົດໄຟຟ້າ ຫຼື EV ພາຍໃນປະເທດໃຫ້ຫຼາຍຂBນ.
   ສໍາລັບທິດທາງແຜນການໃນຕໍ່ໜ້າກໍ່ຄືປີ 2021 ນີ້ລັດວິສາຫະກິດໄຟຟ້າລາວຈະໄດ້ສືບຕໍ່ຫຼຸດຜ່ອນພະລັງງານຕົກເຮ່ຍໃນລະບົບໃຫ້ໄດ້ 9%, ສືບຕໍ່ຫຼຸດຜ່ອນໜີ້ຄ່າກະແສໄຟຟ້າຂອງລູກຄ້າທີ່ເປັນຜູ້ຊົມໃຊ້ໃນຄົວເຮືອນ, ສູ້ຊົນຈໍາໜ່າຍໄຟຟ້າໃນຂອບເຂດທົ່ວປະເທດໃຫ້ໄດ້ວ່ອງໄວ ແລະມີປະສິດທິພາບ, ສູ້ຊົນກະກຽມແຫຼ່ງຜະລິດ ແລະ ສົ່ງໄຟຟ້າເພື່ອຮັບປະກັນການສະໜອງໄຟໃຫ້ໄດ້ຕາມສັນຍາ, ສືບຕໍ່ປະຕິບັດມາດຕະການແກ້ໄຂສະພາບວິກິດການ-ການເງິນ ຂອງລັດວິສາຫະກິດໄຟຟ້າລາວ, ປັບປຸງແຜນພັດທະນາ, ການບໍລິການ ແລະຄຸ້ມຄອງໂຄງການໃຫ້ມີຄຸນນະພາບ ແລະພ້ອມດຽວກັນນີ້ປັບກົນໄກຄຸ້ມຄອງເພື່ອຄົ້ນຫາຄົນດີ-ຄົນເກັ່ງພາຍໃນໄຟຟ້າລາວ.
  ນອກຈາກນັ້ນພາຍໃນກອງປະຊຸມກໍ່ຍັງໄດ້ມີການປະກອບຄໍາຄິດຄໍາເຫັນຈາກບັນດາຄະນະຝ່າຍ, ຄະນະສາຂາເພື່ອປັບປຸງວຽກງານຕ່າງໆຂອງລັດວິສາຫະກິດໄຟຟ້າລາວໃຫ້ດີຂຶ້ນເປັນກ້າວ.