1 ເດືອນ ເຈົ້າໝ້າທີ່ຢຶດໄມ້ເຖື່ອນ 758,86 ແມັດກ້ອນ

  ຕະຫຼອດໄລຍະຜ່ານມາກະຊວງກະສິກໍາກໍ່ຄືພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ຢ່າງເຂັ້ມງວດຕໍ່ການຈັດຕັ້ງປະຕິບັດຄໍາສັ່ງຂອງ 15/ນຍ ໂດຍໃນເດືອນກຸມພາ 2021 ນີ້ເຈົ້າໜ້າທີ່ປ່າໄມ້ກອງກວດກາປ່າໄມ້ປະຈໍານະຄອນຫຼວງ ແລະບັນດາແຂວງທົ່ວປະເທດສາມາດກັກຢຶດໄມ້ທີ່ຜູ້ກະທໍາຜິດຕໍ່ກົດລະບຽບກົດໝາຍວ່າດ້ວຍປ່າໄມ້ລວມບໍລິມາດທັງໝົດ 758,86 ແມັດກ້ອນ.

  ຕາມຂໍ້ມູນຈາກກະຊວງກະສິກຳ ແລະປ່າໄມ້ເປີດເຜີຍໃຫ້ຮູ້ວ່າ: ໃນຈຳນວນທັງໝົດນັ້ນ,ມີປະເພດໄມ້ພິເສດຈໍານວນ 1.093 ຕັບຕໍ່ເສັ້ນ,ບໍລິມາດ 21,5 ແມັດກ້ອນ, ປະເພດໄມ້ຄຸ້ມຄອງ 1,2,3 ຈໍານວນ 340 ຕົ້ນ, ແລະ71 ຕັບ, ບໍລິມາດ 737,3 ແມັດກ້ອນ, ກັກລົດບັນທຸກ 22 ລໍ້ 1 ຄັນ, ລົດຮຸ່ນໄດ 1 ຄັນ, ລົດດ້າມ 1 ຄັນ, ລົດຕູ້ 1 ຄັນ, ລົດຟໍຈູນເນີ 1 ຄັນ.

  ສາມາດກວດກາການບຸກລຸກທີ່ດິນປ່າໄມ້ (ປ່າຜະລິດແຫ່ງຊາດ) ຈໍານວນ 258,9 ເຮັກຕາ ແລະ ໄດ້ສືບສວນ-ສອບສວນທັງໝົດ 19 ຄະດີ (ຄະດີກ່ຽວກັບໄມ້ 13 ຄະດີ, ຄະດີກ່ຽວກັບເຄື່ອງປ່າຂອງດົງ 3 ຄະດີ ແລະຄະດີກ່ຽວກັບສັດນໍ້າ-ສັດປ່າ 3 ຄະດີ) ໃນນີ້, ກໍາລັງດໍາເນີນ 10 ຄະດີ, ຊັດມ້ຽນ 1 ຄະດີ, ແກ້ໄຂແລ້ວ 8 ຄະດີ ແລະປັບໃໝເປັນເງິນທັງໝົດ 41,02 ລ້ານກີບ ແລະໄດ້ກັກຢຶດສັດນໍ້າ ແລະສັດປ່າຈໍານວນ 509 ໂຕ, ນໍ້າໜັກ 32 ກິໂລກຣາມ ສໍາລັບກະທໍາຜິດແມ່ນໄດ້ກ່າວເຕືອນສຶກສາອົບຮົມ ແລະປັບໃໝຕາມລະບຽບກົດໝາຍ.

   ນອກຈາກນັ້ນ, ໄດ້ລົງກວດກາ ແລະເກັບກໍາຂໍ້ມູນການລັກລອບຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ເຂົ້າ-ອອກ ຂອງບັນດາໂຮງງານປຸງແຕ່ງໄມ້, ເຄື່ອນຍ້າຍສັດນໍ້າ-ສັດປ່າ ຢູ່ພາຍໃນອອກຕ່າງປະເທດ ແລະການບຸກລຸກທີ່ດິນປ່າໄມ້ເພື່ອປູກກ້ວຍຢູ່ເຂດບ້ານນໍ້າຄາລື ເມືອງເມິງ ແຂວງບໍ່ແກ້ວ, ໄດ້ລົງກວດກາຕ້ານ ແລະ ສະກັດກັ້ນການລັກລອບເຄື່ອນຍ້າຍໄມ້ເຂົ້າ-ອອກ ຂອງບັນດາໂຮງງານປຸງແຕ່ງໄມ້, ໂຮງເຟີນີເຈີ, ສາງມ້ຽນໄມ້ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.