ສອງປະທານປະເທດ ສປປ ລາວ ແລະ ສສ ຫວຽດນາມ ສົນທະນາໂທລະສັບທາງໄກ

  ໃນວັນທີ 5 ເມສາ 2021 ນີ້, ທີ່ທຳນຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບທາງໄກກັບ ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະໄໝສາມັນເທື່ອທີ 11 ຂອງສະພາແຫ່ງຊາດ ຊຸດທີ XIV ທີ່ພວມດຳເນີນຢູ່ໃນປະຈຸບັນ.

  ການສົນທະນາໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມດີໃຈທີ່ຈະໄດ້ສືບຕໍ່ເຮັດວຽກກັບ ທ່ານ ຫງວຽນ ຊວັນ ຟຸກ ຢ່າງໃກ້ຊິດສະໜິດສະໜົມເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານຂອງສອງປະເທດໃຫ້ມີປະສິດທິຜົນສູງສຸດ. ພ້ອມດຽວກັນນີ້, ທ່ານ ປະ ທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າພາຍໃຕ້ການຊີ້ນໍາ-ນໍາພາ ຂອງສະຫາຍ ຫງວຽນ ຊວັນ ຟຸກ ຫວຽດນາມຈະສືບຕໍ່ໄດ້ຮັບການພັດທະນາຢ່າງຮອບດ້ານເຮັດໃຫ້ຊື່ສຽງ ແລະຖານະບົດບາດຂອງ ສສ ຫວຽດນາມ ຈະສືບຕໍ່ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະສາກົນຢ່າງບໍ່ຢຸດຢັ້ງ, ໃນຂະນະດຽວກັນການພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ສືບຕໍ່ຂະຫຍາຍຕົວເຂົ້າສູ່ລວງເລິກ,ມີປະສິດທິຜົນຕົວຈິງ ແລະແຕກດອກອອກຜົນຍິ່ງຂື້ນ. ນອກຈາກນີ້, ສອງຝ່າຍກໍ່ຍັງຕີລາຄາສູງຕໍ່ການເຮັດວຽກຮ່ວມກັນໃນໄລຍະຜ່ານມາໃນການເສີມຂະຫຍາຍການພົວພັນພິເສດລາວ-ຫວຽດ ນາມ ໂດຍສະເພາະການຊຸກຍູ້ການຈັດຕັ້ງປະຕິບັດການຕົກລົງຕ່າງໆ ທີ່ສອງພັກ-ສອງລັດ ໄດ້ຕົກລົງຮ່ວມກັນເປັນຕົ້ນແມ່ນສັນຍາ ແລະຂໍ້ຕົກລົງຕ່າງໆລວມທັງການຜັນຂະຫຍາຍຜົນກອງປະຊຸມສອງກົມການເມືອງ ແລະຜົນກອງປະຊຸມຄະນະກໍາມະການຮ່ວມມືສອງຝ່າຍ ຄັ້ງທີ 43 ທີ່ຮ່າໂນ້ຍໃນທ້າຍ ປີ 2020 ກໍຄືຜົນການພົບປະທີ່ດານັງໃນເດືອນກໍລະກົດ 2020 ຜ່ານມາ, ຊຶ່ງເຫັນວ່າໄດ້ມີຜົນສຳເລັດເປັນຢ່າງດີ. ໃນການສົນທະນາຄັ້ງນີ້,ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມືສໍາລັບການຊ່ວຍເຫຼືອໃນໄລຍະຜ່ານມາເປັນຕົ້ນແມ່ນໄພພິບັດຕ່າງໆ ແລະພິເສດແມ່ນການຮັບມືກັບພະຍາດໂຄວິດ-19, ຊຶ່ງ ສສ ຫວຽດນາມ ກໍເປັນປະເທດທໍາອິດທີ່ເຂົ້າມາຊ່ວຍເຫຼືອ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈໃນການຊ່ວຍເຫຼືອໂຄງການສະພາແຫ່ງຊາດໂດຍພື້ນຖານກໍສໍາເລັດ ແລະທັນຮັບໃຊ້ໃຫ້ແກ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ແລະຈະມີການມອບຮັບໂຄງການດັ່ງກ່າວໃນກາງ ປີ 2021 ນີ້.

  ໃນໂອກາດດຽວກັນ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າເຊິ່ງໄດ້ຊຸກຍູ້ໃຫ້ສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນໃນທຸກລະດັບຕາມທິດກະ ທັດຮັດ, ມີປະສິດທິຜົນ; ສືບຕໍ່ຮ່ວມກັນກວດກາຄືນ ແລະຊຸກຍູ້ການຈັດຕັ້ງປະຕິບັດບັນດາການຕົກລົງຂອງການນໍາຂັ້ນສູງສອງປະເທດກໍຄືບັນດາເອກະສານທີ່ສອງຝ່າຍໄດ້ລົງນາມຮ່ວມກັນ; ຮ່ວມກັນຈັດຕັ້ງສະເຫລີມສະຫລອງປີສາມັກຄີມິດຕະພາບ ໃນປີ 2022 ກໍຄືວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຄວາມສຳຄັນເພື່ອໃຫ້ຄົນຮຸ່ນໜຸ່ມທີ່ເປັນຜູ້ສືບທອດໄດ້ຮັບຮູ້ ແລະເຂົ້າໃຈຕໍ່ສາຍພົວພັນພິເສດສອງປະເທດ; ສືບຕໍ່ຮ່ວມມື ແລະ ຊ່ວຍເຫລຶອເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະສາກົນ.

 ໃນຕອນທ້າຍ,ທ່ານ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນ ທ່ານ ຫງວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາມາຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ ແລະໄດ້ອວຍພອນໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫລອດກາລະນານ ແລະເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້ ທ່ານ ຫງວຽນ ຊວັນ ຟຸກ ໄດ້ອວຍພອນໃຫ້ ທ່ານ ທອງລຸນ ສີສຸລິດ ພ້ອມຄອບຄົວຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ.


ພາບ: ຂັນໄຊ