ອອປສ ປາຖະກະຖາ ເນື່ອງໃນວັນສຳຄັນຂອງພັກ-ຂອງຊາດ

 ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດປາຖະກະຖາເນື່ອງໃນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ແລະວັນນັກຮົບເສຍອົງຄະ ແລະເສຍຊີວິດເພື່ອປະເທດຊາດຄົບຮອບ 75 ປີ ຂຶ້ນເມື່ອວັນທີ 29 ມີນາຜ່ານມານີ້ທີ່ ອອປສ ໂດຍການເປັນປະທານ ແລະປາຖະກະຖາຂອງສະຫາຍ ໄຊຊະນະ ໂຄດພູທອນ ກຳ ມະການສູນກາງພັກຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະຝຶກອົບຮົມໄອຍະການພ້ອມດ້ວຍສະມາຊິກພັກ-ພະນັກງານເຂົ້າຮ່ວມ.

  ການເລົ່າມູນເຊື້ອວັນສຳຄັນຂອງພັກຂອງຊາດໃນຄັ້ງນີ້ເພື່ອສຶກສາອົບຮົມສະມາຊິກພັກ-ພະນັກງານໄດ້ຮັບຮູ້, ເຊື່ອມຊຶມ ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບປະຫວັດສາດ ແລະຄວາມເປັນມາຂອງພັກປະຊາຊົນປະຕິວັດລາວ, ຮູ້ໄດ້ເຖິງຄວາມຈຳເປັນໃນການສ້າງຕັ້ງພັກ, ຮຽນຮູ້ບັນດາໂຄງການການ ເມືອງຂອງພັກໃນແຕ່ລະໄລຍະ, ຜົນງານແຫ່ງການຊີ້ນຳ-ນຳພາຂອງພັກ ແລະມູນເຊື້ອທາດແທ້ປະຕິວັດຂອງພັກ, ເຂົ້າໃຈຕໍ່ສະພາບການ ແລະການນຳພາຕໍ່ສູ້ຕ້ານພວກລ່າເມືອງຂຶ້ນທັງແບບເກົ່າ ແລະໃໝ່ຢ່າງພິລະອາດຫານຂອງພັກປະຊາຊົນປະຕິວັດລາວ. ການນຳພາບັ້ນຮົບປ້ອງກັນຕົວເມືອງທ່າແຂກແຂວງຄຳມ່ວນໃນວັນທີ 21 ມີນາ 1946 ຊຶ່ງແມ່ນວັນຄຽດແຄ້ນຂອງປະຊາຊົນລາວໃນທົ່ວປະເທດເວົ້າລວມ, ເວົ້າສະເພາະປະຊາຊົນຊາວເມືອງທ່າແຂກ.

  ການເຜີຍແຜ່ເຊື່ອມຊຶມມູນເຊື້ອຄືດັ່ງກ່າວນີ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ປະຫວັດສາດເພື່ອເປັນບົດຮຽນກ້າວເດີນໄປຂ້າງໜ້າຢ່າງຖືກຕ້ອງ ແລະເໝາະສົມ.