ປີແລ້ວປ່າໄມ້ຢູ່ລາວໄຟໄໝ້ 2 ແສນກວ່າເຮັກຕາ

ຂ່າວ: ບຸນຕຽງ ຈັນທະວົງ

 ປີ 2020 ຜ່ານມາ, ເນື້ອທີ່ປ່າໄມ້ຢູ່ລາວເສຍຫາຍຍ້ອນໄຟໄໝ້ລາມປ່າ 209.682 ເຮັກຕາ, ໃນນີ້ເກີດຂຶ້ນຫຼາຍກວ່າໝູ່ແມ່ນຢູ່ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະແຂວງໄຊຍະບູລີ.

  ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະປ່າໄມ້ໃຫ້ສໍາພາດວ່າ: ປີ 2020 ຜ່ານມາຖືເປັນປີທີ່ມີເນື້ອທີ່ປ່າໄມ້ຢູ່ລາວເສຍຫາຍຍ້ອນໄຟໄໝ້ປ່າຫຼາຍກວ່າໝູ່ໃນໄລຍະຜ່ານມາຊຶ່ງເກີດຂຶ້ນຈາກຫຼາຍສາເຫດເປັນຕົ້ນ: ປະຊາຊົນຈຳນວນໜຶ່ງລະເມີດຖາງປ່າເຮັດໄຮ່,ຈູດໄຮ່,ຈູດຄັງລ້ຽງສັດ ແລະບຸກຄົນຈຳນວນໜຶ່ງເຂົ້າປ່າຫາກິນໄດ້ດັງໄຟແຕ່ບໍ່ດັບມອດຈຶ່ງເຮັດໃຫ້ເກີດໄຟໄໝ້ລາມປ່າ, ນອກຈາກນີ້ແມ່ນເກີດຈາກສະພາບອາກາດມີການປ່ຽນແປງເຮັດໃຫ້ເກີດໄພແຫ້ງແລ້ງ ແລະເກີດໄຟໄໝ້ລາມປ່າ.

   ເພື່ອປ້ອງກັນ ແລະສະກັດກັ້ນໄຟໄໝ້ລາມປ່າໃນລະດູແລ້ງປີນີ, ກົມປ່າໄມ້, ກະຊວງກະສິກຳ ແລະປ່າໄມ້ໄດ້ອອກ ຄຳສັ່ງເລກທີ 2493 /ກປ, ລົງວັນທີ 23 ທັນວາ 2020 ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບສະກັດກັ້ນ, ຕ້ານໄຟ ໄໝ້ລາມປ່າ, ກະກຽມຜະລິດ, ເບ້ຍໄມ້, ປູກໄມ້ ແລະຟື້ນຟູປ່າປະຈຳປີ 2021 ເຖິງຂະແໜງການທີ່ກ່ຽວຂ້ອງໃນທົ່ວປະເທດ, ພ້ອມນີ້ໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບເພື່ອລົງຊຸກຍູ້, ຕິດຕາມ ແລະສະກັດກັ້ນໄຟໄໝ້ລາມປ່າໃນຂອບເຂດທົ່ວປະເທດເພື່ອດຳເນີນ 2 ມາດຕະການຄື: ມາດຕະການປ້ອງກັນ ແລະສະກັດກັ້ນໄຟໄໝ້ລາມປ່າ ແລະມາດຕະການດັບມອດຫາກມີໄຟໄໝ້ລາມປ່າເກີດຂຶ້ນ,ະນະດັ່ງກ່າວປະກອບ ມີ 4 ຄະນະ ຊຶ່ງຄະນະທຳອິດຈະເຄື່ອນໄຫວຢູ່ 4 ແຂວງພາກ ເໜືອຄື: ແຂວງຜົ້ງສາລີ, ຫຼວງນໍ້າທາ ແລະ ແຂວງບໍ່ແກ້ວກ່ອນປີໃໝ່ລາວປີນ. ຫຼັງຈາກນັ້ນຄະນະທີ 2 ຈະເຄື່ອນ ໄຫວຢູ່ແຂວງອຸດົມໄຊ, ຫຼວງພະບາງ, ຊຽງຂວາງ ແລະ ແຂວງຫຼວງພັນ, ຄະນະທີ 3 ຈະເຄື່ອນໄຫວຢູ່ແຂວງໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ ແລະແຂວງບໍລິຄຳໄຊ ແລະຄະນະສຸດທ້າຍຈະເຄື່ອນໄຫວຢູ່ແຂວງສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະແຂວງອັດຕະປື.

 ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະປ່າໄມ້ໃຫ້ຮູ້ຕື່ມວ່າ: ສະເພາະລະດູແລ້ງປີ 2021 ນີ້ມີໄຟໄຫມ້ລາມປ່າເກີດຂຶ້ນຢູ່ບາງແຂວງພາກເໜືອແລ້ວເປັນຕົ້ນ: ແຂວງອຸດົມໄຊ, ຜົ້ງສາລີ ແລະອື່ນໆ ແຕ່ບໍ່ຮ້າຍແຮງ ແລະຍັງບໍ່ທັນມີລາຍງານຜົນເສຍຫາຍເທື່ອ. ດັ່ງນັ້ນທ່ານໄດ້ຮຽກຮ້ອງມາຍັງປະຊາຊົນທຸກຄົນໂດຍສະເພາະຜູ້ທີ່ອາໃສຢູ່ ເຂດທີ່ມີຄວາມສ່ຽງຈົ່ງຮ່ວມກັນປ້ອງກັນ ແລະສະກັດກັ້ນໄຟໄໝ້ລາມປ່າ, ການເຮັດໄຮ່, ເຮັດສວນ ແລະທຳມາຫາກິນ, ກ່ອນການຈູດຕ້ອງເຮັດແລວກັນໄຟອ້ອມຮອບ ເນື້ອທີ່ທີ່ຈະຈູດໃຫ້ຮັບປະກັນດີຈິ່ງຈູດເພື່ອບໍ່ໃຫ້ໄຟລາມໄປບ່ອນອື່ນ, ການຈູດຕ້ອງຈູດຍາມແລງ ຫຼືຍາມແດດອ່ອນ ແລະບໍ່ມີລົມແຮງ ແລະອື່ນໆ.