ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່

  ວັນທີ 2 ເມສາ 2021 ທີ່ກະຊວງພະລັງງານ ແລະບໍ່ແຮ່, ໄດ້ມີພິທີມອບ-ຮັບໜ້າທີ່ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລະຫວ່າງທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ຜູ້ເກົ່າ) ແລະ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ພ້ອມດ້ວຍບັນດາຄະນະພັກ-ຄະນະກະຊວງດັ່ງກ່າວເຂົ້າຮ່ວມ.

  ທ່ານ ດາວວົງ ພອນແກ້ວ ໄດ້ກ່າວວ່າ: ສະແດງຄວາມຮູ້ບຸນຄຸນຢ່າງສູງ, ຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ກົມການເມືອງສູນກາງພັກ, ຄະນະເລຂາທິການສູນ ກາງພັກ, ລັດຖະບານ, ສະພາແຫ່ງຊາດທີ່ໄດ້ມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະມອບໝາຍໃຫ້ຂ້າພະເຈົ້າດຳລົງຕຳແໜ່ງລັດຖະມົນຕີເພື່ອພ້ອມກັບໝູ່ຄະນະ ແລະຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນໃນທົ່ວຂະແໜງພະລັງງານ ແລະບໍ່ແຮ່ສືບຕໍ່ນຳພາຄຸ້ມຄອງ-ບໍລິຫານ ແລະພັດທະນາວຽກງານພະ ລັງງານ ແລະບໍ່ແຮ່ໃຫ້ກ້າວໜ້າຂະຫຍາຍຕົວຢ່າງໜັກແໜ້ນ,ແຂງແຮງ ແລະຕໍ່ເນື່ອງສ້າງທຸກເງື່ອນໄຂເພື່ອໃຫ້ກາຍເປັນຂະແໜງການນຳພາທາງໃນລະບົບເສດຖະ ກິດແຫ່ງຊາດ ແລະພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃນໄລຍະໃໝ່ເພື່ອກ້າວຂຶ້ນ. ຂ້າພະເຈົ້າຍິນດີຮັບເອົາການມອບ ໝາຍໜ້າທີ່ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ຊຶ່ງແມ່ນໜ້າທີ່ອັນສໍາຄັນ, ມີກຽດສູງສົ່ງດ້ວຍຄວາມເຕັມໃຈ ແລະເບີກບານມ່ວນຊື່ນ,ເຖິງວ່າການຈັດຕັ້ງປະຕິ ບັດບົດບາດໃນຖານະລັດຖະມົນຕີຈະແມ່ນການເຮັດໜ້າທີ່ອັນສໍາຄັນ, ກວ້າງຂວາງ,ໜັກໜ່ວງ ແລະເຕັມໄປດ້ວຍສິ່ງທ້າທາຍກໍຕາມ, ແຕ່ຂ້າພະເຈົ້າຖືວ່າແມ່ນການເຮັດໜ້າທີ່ອັນມີກຽດສູງສົ່ງຂອງຕົນ ແລະກໍຂໍໃຫ້ຄໍາໝັ້ນສັນຍາວ່າ: ຈະຕັ້ງໜ້າ ແລະຍົກສູງຄວາມຮັບຜິດຊອບຂອງຕົນດ້ວຍການອຸທິດສະຕິປັນຍາ, ເຫື່ອແຮງ, ຄວາມຮູ້, ຄວາມສາມາດ ແລະບົດຮຽນທີ່ມີຢູ່ເພື່ອເຮັດໃຫ້ການປະຕິບັດໜ້າທີ່ດັງກ່າວສົມກຽດກັບຄວາມເຊື່ອໝັ້ນຮັກແພງ, ໄວ້ວາງໃຈຂອງພັກ ແລະປະຊາຊົນບັນດາເຜົ່າ. ຂ້າ ພະເຈົ້າຂໍສະ ເໜີມາຍັງຄະນະພັກ, ການນຳທຸກ ຂັ້ນພາຍໃນຂະແໜງພະລັງງານ ແລະບໍ່ແຮ່ຈົ່ງໄດ້ໃຫ້ການຮ່ວມມືເພື່ອພ້ອມກັນນຳພາ, ຄຸ້ມຄອງ, ບໍລິຫານຂະແໜງການ ແລະສືບຕໍ່ພັດທະນາວຽກງານພະລັງງານ ແລະບໍ່ແຮ່ໃຫ້ຂະຫຍາຍຕົວຢ່າໜັກແໜ້ນພ້ອມນີ້, ກໍຂໍຮຽກຮ້ອງມາຍັງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ,ກໍາມະກອນແລະປະຊາຊົນບັນດາເຜົ່າຈົ່ງໄດ້ໃຫ້ການຮ່ວມມື,ສະໜັບສະໜູນ, ຊ່ວຍເຫຼືອເພື່ອໃຫ້ຂ້າພະເຈົ້າສາມາດເຮັດຫຼອນບົດບາດ ແລະສາມາດຈັດຕັ້ງປະຕິ ບັດໜ້າທີ່ອັນມີກຽດໄດ້ຢ່າງຖືກຕ້ອງ ແລະມີຄຸນນະພາບສູງ.

  ໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ, ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາຂອງ ທ່ານ ຄຳມະນີ ອິນທິລາດ ອະດິດລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ພ້ອມໝູ່ຄະ ນະທີ່ໄດ້ມີຜົນສຳເລັດຫຼາຍດ້ານ. ເຖິງວ່າພວກເຮົາມີຜົນສໍາເລັດໃນຫຼາຍດ້ານ, ແຕ່ຍັງເຫັນວ່າຍັງມີຫຼາຍບັນຫາທີ່ພວກສະຫາຍຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະແກ້ໄຂໃນຕໍ່ໜ້າເປັນຕົ້ນບັນຫາປະກົດການຫຍໍ້ທໍ້ຕ່າງ, ການປະຕິບັດໜ້າທີ່ໆບໍ່ສອດຄ່ອງກັບລະບຽບກົດໝາຍ, ບັນຫາການນໍາໃຊ້ຊັບພະຍາກອນທຳມະຊາດເຊັ່ນ: ດິນ, ນໍ້າ, ແຮ່ທາດ, ປ່າໄມ້, ຊີວະນາໆພັນ ແລະອື່ນໆ. ບໍ່ມີປະສິດທິຜົນເທົ່າທີ່ຄວນ ແລະບໍ່ມີລັກສະນະຍືນຍົງ, ສິ່ງແວດລ້ອມເລີ່ມຖືກທໍາລາຍ ແລະເກີດເປັນມົນລະພິດທາງອາກາດ, ທາງດິນ, ນໍ້ານັບມື້ນັບເພີ່ມຂຶ້ນສົມທົບກັບສະພາບການປ່ຽນແປງດິນຟ້າອາກາດທີ່ເຮັດໃຫ້ເກີດໄພພິບັດທາງທຳມະຊາດທີ່ເກີດຂຶ້ນນັບມື້ນັບຫຼາຍຂຶ້ນ,ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດ ແລະການດໍາລົງຊີວີດຂອງປະຊາຊົນເຮົາ.